ສາຂາ ສ້າງຄູຈິດຕະວິທະຍາການສຶກສາ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດລາວ
ສ້າງຄູຈິດຕະວິທະຍາການສຶກສາ
ຫຼັກສູດ ປະລິນຍາຕີ 4 ປີ
ຄະນະສຶກສາສາດ
ມະຫາວິທະຍາໄລແຫ່ງຊາດລາວ
ນິຍາມ
ແລະ ຄວາມສຳຄັນ
ຈິດຕະວິທະຍາການສຶກສາໝາຍເຖິງ
ການນຳໃຊ້ທິດສະດີທາງດ້ານຈິດຕະວິທະຍາເຂົ້າໃນການຈັດການ ການຮຽນການສອນ.
ສາຂານີ້ມີຄວາມສໍາຄັນ ເນື່ອງຈາກມັນເນັ້ນໃສ່ການສຶກສາ ເພື່ອເຂົ້າໃຈຄວາມນຶກຄິດ
ແລະ ພຶດຕິກໍາຂອງນັກຮຽນ ເຊິ່ງຈະເຮັດໃຫ້ສາມາດ
ຈັດຫຼັກສູດການຮຽນການສອນໄດ້ຢ່າງແທດເໝາະກັບຄວາມຕ້ອງການຂອງນັກຮຽນ ແລະ
ຍັງຊ່ວຍແກ້ໄຂບັນຫາ ຂອງນັກຮຽນ
ທີ່ຈະນໍາໄປສູ່ການຫຼຸດຜ່ອນບັນຫາທີ່ເກີດຂຶ້ນພາຍໃນໂຮງຮຽນ
ກໍ່ຄືບັນຫາສັງຄົມໂດຍລວມໄດ້.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ຮຽນກ່ຽວກັບທິດສະດີຈິດຕະວິທະຍາ ທີ່ນໍາໃຊ້ເຂົ້າໃນວຽກງານການສຶກສາ
ແລະ ສັງຄົມ; ຈິດຕະວິທະຍາພັດທະນາ ການ, ການສັງເກດ ແລະ ວິເຄາະພຶດຕິກໍາຂອງນັກຮຽນ ແລະ
ພັດທະນາການຂອງນັກຮຽນໃນແຕ່ລະໄວ; ທິດສະດີ ແລະ
ເຕັກນິກການໃຫ້ຄໍາປຶກສາ ແລະ ແນະແນວອາຊີບ; ນັກສຶກສາຍັງຈະໄດ້ຮຽນກ່ຽວກັບສຶກສາສາດ ແລະ ວິທີການແຕ່ງບົດສອນ, ການກຽມ ພ້ອມກ່ອນການເຂົ້າສອນ ແລະ
ວິທີການທີ່ເໝາະສົມໃນການສົ່ງຄວາມຮູ້ໃຫ້ນັກຮຽນ.
ວິທີການສິດສອນ
ວິທີການສິດສອນແມ່ນຈະໄດ້ຮຽນທິດສະດີ ແລະ
ນຳໃຊ້ທິດສະດີເຂົ້າໃນການປະຕິບັດຕົວຈິງເຊັ່ນ: ການຝຶກແຕ່ງບົດສອນ, ການຝຶກສອນພາຍໃນຫ້ອງຮຽນໂດຍມີອາຈານປະຈຳວິຊາເປັນຜູ້ຊີ້ນໍາ.
ຫຼັງຈາກນັ້ນຈະໄດ້ລົງສອນຕົວຈິງ ຫຼືື ຈັດຕັ້ງໂຄງການ ແນະແນວການສຶກສາ ແລະ ອາຊີບ
ຕາມໂຮງຮຽນວິຊາຊີບ ຫຼື ວິທະຍາໄລຄູ. ນັກສຶກສາຍັງຈະໄດ້ ຂຽນບົດລາຍງານ ໃນ
ຫົວຂໍ້ທີ່ອີງຕາມວິຊາຮຽນ, ລົງທັດສະນະສຶກສາເພື່ອເບິ່ງວິທີການສິດສອນ
ແລະ ເຝິກງານຢູ່ຕາມວິທະຍາໄລຄູ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ທາງດ້ານຊີວະສາດ,
ສັງຄົມສາດ
ແລະ ຄະນິດສາດ; ເປັນຄົນ
ກ້າສະແດງອອກ ແລະ ສາມາດປັບ
ຕົົວເຂົ້າກັບສັງຄົມໄດ້ດີ; ມັກການເຮັດກິດຈະກໍາທີ່ຕ້ອງໄດ້ພົບປະຜູ້ຄົນ; ແລະ ມີຄວາມສົນໃຈ ໃນການສຶກສາກ່ຽວກັບແນວຄິດ ແລະ
ພຶດຕິກຳຂອງຄົນ ແລະ ສົນໃຈໃນການຊ່ວຍເຫຼືອ ແລະ
ໃຫ້ຄຳແນະນຳກັບຜູ້ທີ່ມີບັນຫາ.
ຈົບແລ້ວສາມາດ
ມີຄວາມຮູ້ກ່ຽວກັບຈິດຕະວິທະຍາ ແລະ ຄວາມຮູ້ທາງສຶກສາສາດ. ສາມາດວິເຄາະ
ແລະ ຈັດຫຼັກສູດການຮຽນການສອນ ແລະ ຫຼັກສູດໃນການພັດທະນາຄູ ທີ່ເໝາະສົມ; ສາມາດວິເຄາະ ພຶດຕິກໍາຂອງຄູ ແລະ ນັກຮຽນໄດ້; ຮູ້ເຕັກນິກ ແລະ ວິທີການໃນການໃຫ້ຄຳປຶກສາກ່ຽວກັບ
ສຸຂະພາບຈິດ; ສາມາດແນະນໍາວິທີການປ້ອງກັນບັນຫາກ່ຽວກັບສຸຂະພາບຈິດ; ແລະ ຍັງສາມາດແນະແນວການເລືອກອາຊີບ.
ອາຊີບ
ເປັນຄູສອນ, ເປັນວິຊາການດ້ານການສ້າງຫຼັກສູດການຮຽນການສອນ
ແລະ ພັດທະນາຄູຢູ່ ວິທະຍາໄລຄູ ແລະ ຫ້ອງການ ທີ່ກ່ຽວຂ້ອງກັບການສຶກສາເຊັ່ນ:
ພະແນກສຶກສາແຂວງ ແລະ ຫ້ອງການສຶກສາເມືອງ ເຊິ່ງມີໜ້າທີ່ໃນການຕິດຕາມ ການສິດ
ສອນຂອງຄູໃນແຕ່ລະໂຮງຮຽນ; ເປັນຜູ້ແນະແນວອາຊີບ ແລະ
ທີ່ປຶກສາດ້ານສຸຂະພາບຈິດ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະສຶກສາສາດ
ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 770473


