ສາຂາ ສ້າງຄູບໍລິຫານການສຶກສາ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດລາວ
ສ້າງຄູບໍລິຫານການສຶກສາ
ຫຼັກສູດ ປະລິນຍາຕີ 4 ປີ
ຄະນະສຶກສາສາດ
ມະຫາວິທະຍາໄລແຫ່ງຊາດລາວ
ນິຍາມ
ແລະ ຄວາມສຳຄັນ
ການບໍລິຫານການສຶກສາໝາຍເຖິງການດໍາເນີນງານ
ເພື່ອພັດທະນາສະມາຊິກຂອງສັງຄົມໃນທຸກໆດ້ານ ນັບຕັ້ງແຕ່ບຸກຄະລິກ ກະພາບ, ຄວາມຮູ້,
ຄວາມສາມາດ, ພຶດຕິກໍາ ແລະ ຄຸນນະທໍາ. ການບໍລິຫານການສຶກສາ
ມີຄວາມສໍາຄັນເນື່ອງຈາກເປັນ ການນໍາໃຊ້ຫຼັກການບໍລິຫານທາງດ້ານວິຊາການ ການຮຽນການສອນ, ບຸກຄະລາກອນ,
ງົບປະມານ
ແລະ ຊັບພະຍາກອນ ທາງການສຶກສາອື່ນໆ ເພ່ືອໃຫ້ມີປະສິດທິພາບສູງສຸດ ແລະ
ບັນລຸເປົ້າໝາຍການພັດທະນາຄົົນ ກໍ່ຄືປະເທດຊາດ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ຮຽນກ່ຽວກັບການບໍລິຫານການສຶກສາເຊັ່ນ: ຫຼັກການ ແລະ
ທິດສະດີການບໍລິຫານການສຶກສາ, ນະໂຍບາຍ ແລະ
ການວາງແຜນການສຶກສາ; ການຄຸ້ມຄອງການສຶກສາເຊັ່ນ:
ການບໍລິຫານບຸກຄະລາກອນ, ການຈັດຕັ້ງການຝຶກອົບຮົມຄູ, ການ ບໍລິຫານກິດຈະການນັກສຶກສາ, ການບໍລິຫານສະຖານທີ່ສຶກສາ ແລະ ສິ່ງແວດລ້ອມ; ການພັດທະນາການສຶກສາເຊັ່ນ:
ການວິໄຈເພື່ອພັດທະນາການຮຽນການສອນ;
ແລະ
ຫຼັກການເປັນຄູ ເຊັ່ນ: ທິດສະດີການສອນ,
ການວິເຄາະ
ແລະ ການສ້າງຫຼັກສູດ.
ວິທີການສິດສອນ
ວິທີການສິດສອນແມ່ນຈະໄດ້ຮຽນທິດສະດີເພື່ອເອົາໄປໃຊ້ໃນການປະຕິບັດຕົວຈິງ,ເຊິ່ງໃນນັ້ນ ນັກສຶກສາຈະໄດ້ຝຶກການຂຽນ ແຜນການສອນ, ການລົງສັງເກດການສອນ ແລະ ການບໍລິຫານການສຶກສາ, ການຝຶກການສອນພາຍໃນຫ້ອງຮຽນ, ການສ້າງ ແຜນກິດຈະກໍາປະກອບການສອນ, ການສ້າງແຜນວຽກງານບໍລິຫານໃນຫ້ອງການ. ນອກນັ້ນ
ນັກສຶກສາຈະໄດ້ລົງຝຶກງານ ຕາມໂຮງຮຽນມັດທະຍົມສຶກສາພາຍໃນນະຄອນຫຼວງວຽງຈັນ ຫຼື ຕ່າງແຂວງ
ແລະ ວິທະຍາໄລຄູແຫ່ງຕ່າງໆ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ທາງດ້ານສັງຄົມສາດ;
ເປັນຄົນ
ທີ່ມີພາວະຄວາມເປັນຜູ້ນໍາ, ມີມະນຸດສໍາພັນດີ, ມີຄວາມປະນີປະນອມ ແລະ ນັບຖືໃນຄວາມຄິດຂອງຄົນອ້ອມຂ້າງ; ມີຄວາມສາມາດ ໃນການວາງແຜນ ແລະ ປົກຄອງຢ່າງເປັນລະບົບ, ສາມາດແກ້ໄຂ ບັນຫາ ແລະ
ຕັດສິນໃຈຢ່າງມີເຫດຜົນ; ແລະ
ມີຄວາມສົນໃຈໃນການສຶກສາ ແລະ ພັດທະນາ.
ຈົບແລ້ວສາມາດ
ສາມາດນໍາໃຊ້ຫຼັກການທາງດ້ານການບໍລິຫານການສຶກສາເຂົ້າໃນການສ້າງ, ພັດທະນາຫຼັກສູດການສຶກສາ, ການຝຶກອົບຮົມຄູ ແລະ ວຽກງານບໍລິຫານການສຶກສາ; ສາມາດຄົ້ນຄວ້ານະໂຍບາຍ ແລະ ວາງແຜນການສຶກສາ, ມີທັກສະໃນການບໍລິຫານໂຄງການ, ການປະເມີນຜົນການສຶກສາ, ການວິໄຈເພື່ອພັດທະນາການຮຽນການສອນ ແລະ ການວິເຄາະຫຼັກສູດ.
ອາຊີບ
ເປັນຄູສອນ; ເປັນຜູ້ບໍລິຫານໃນສະຖາບັນການສຶກສາລະດັບຕ່າງໆທັງພາກລັດ
ແລະ ເອກະຊົນ; ເປັນນັກວິຊາການດ້ານ
ການພັດທະນາການສຶກສາໃນໜ່ວຍງານທີ່ກ່ຽວຂ້ອງ ເຊັ່ນ: ກະຊວງສຶກສາທິການ ແລະ ກິລາ, ພະແນກສຶກສາທິການ ແລະ ກິລາແຂວງ ແລະ ຫ້ອງການສຶກສາທິການ
ແລະ ກິລາເມືອງ; ແລະ
ຍັງສາມາດເຮັດວຽກກ່ຽວກັບການບໍລິຫານດ້ານອື່ນໆ ເຊັ່ນ: ບໍລິຫານບຸກຄະລາກອນ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະສຶກສາສາດ
ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 770473