ສາຂາ ວິສະວະກຳ ເອເລັກໂຕຣນິກ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ
ວິສະວະກຳ ເອເລັກໂຕຣນິກ
ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະວິສະວະກຳສາດ
ມະຫາວິທະຍາໄລແຫ່ງຊາດ
ນິຍາມ ແລະ ຄວາມສຳຄັນ
ວິສະວະກຳອີເລັກໂຕນິກ ແມ່ນການສືກສາ ແລະ
ນໍາໃຊ້ອຸປະກອນອີເລັກໂຕນິກເຂົ້າໃນການອອກແບບວົງຈອນ
ໃຫ້ສາມາດທໍາງານໄດ້ຕາມຄວາມຕ້ອງການເຊັ່ນ ລະບົບຄວບຄຸມໄຟຈະລາຈອນ, ປ້າຍໂຄສະນາ LED ເຄື່ອນໄຫວ, ລະບົບສາຍການຜະລິດໃນໂຮງງານຕ່າງໆ.
ໃນທຸກໆລະບົບຂອງເຄື່ອງໃຊ້ໄຟຟ້າ, ລະບົບຄວບຄຸມອັດຕະໂນມັດ
ແມ່ນຈະຕ້ອງມີວົງຈອນອີເລັກໂຕນິກປະກອບເຂົ້ານໍາ
ບໍ່ວ່າຈະເປັນການປະຢັດພະລັງງານ ແລະ ສາມາດນໍາໃຊ້ໄດ້ສະດວກສະບາຍ.
ວິຊານີ້ຮຽນກ່ຽວກັບຫຍັງ
ຮຽນກ່ຽວກັບຄຸນລັກສະນະພື້ນຖານ, ການທໍາງານ ແລະ ການປະຍຸກໃຊ້ງານອຸປະກອນສານເຄິ່ງຕົວນໍາ
ເພື່ອປະກອບເຂົ້າເປັນວົງຈອນອີເລັກໂຕນິກ ທີ່ສາມາດທໍາງານໄດ້ຕາມຄວາມຕ້ອງການ
ປະຢັດພະລັງງານ ທັນສະໄໝ ອັດຕະໂນມັດ ແລະ ເພີ່ມປະສິດທິພາບການທໍາງານໃຫ້ກັບລະບົບ ເຊັ່ນ:
ລະບົບເຕືອນອັກຄີໄພ, ລະບົບເກັບກໍາຂໍ້ມູນ, ລະບົບການກະເສດແບບໃໝ່, ຫຸ່ນຍົນ, ລະບົບສາຍພານການລໍາລຽງໃນໂຮງງານ, ສັນຍານກັນຂະໂມຍ ແລະ ອື່ນໆ.
ວິທີການສິດສອນ
ຮຽນທິດສະດີພື້ນຖານໂດຍລວມ ກ່ອນຮຽນການອອກແບບລະດັບຂັ້ນສູງ.
ຫຼັງຈາກນັ້ນ ຈະກ້າວເຂົ້າສູ່ການປະຕິບັດຕົວຈິງເຊັ່ນ: ອອກແບບວົງຈອນອີເລັກໂຕນິກ, ຕໍ່ວົງຈອນ ແລະ ທົດສອບການທໍາງານ, ແຕ້ມແບບແຜນວົງຈອນ, ຂຽນໂປຣແກຣມຄວບຄຸມ ແລະ
ທົດສອບຢ່າງລະອຽດກ່ອນທີ່ຈະນໍາໄປທົດລອງຕິດຕັ້ງຕົວຈິງ.
ນັກສຶກສາປີສຸດທ້າຍຍັງຈະໄດ້ເຮັດວຽກເປັນກຸ່ມເພື່ອປະດິດໂຄງງານເຊັ່ນ:
ສ້າງລະບົບຄວບຄຸມຜ່ານອິນເຕີເນັດ ຫຼື ມືຖື, ເຄື່ອງມືວັດແທກ, ເຄື່ອງມືກວດຈັບ, ແລະ ອື່ນໆ ທີ່ສາມາດນໍາໃຊ້ເຂົ້າໃນການຮັບໃຊ້ສັງຄົມ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານທາງດ້ານວິຊາວິທະຍາສາດເປັນຕົ້ນແມ່ນ ຄະນິດສາດ
ແລະ ຟິຊິກສາດ; ເປັນຄົນທີ່ມີຄວາມຢາກຮູ້ຢາກເຫັນໃນການການເຮັດວຽກຂອງອຸປະກອນອີເລັກໂຕນິກ, ມີແນວຄິດຢາກປະດິດສ້າງອັນໃດອັນໜຶ່ງດ້ວຍວົງຈອນອີເລັກໂຕນິກ, ມັກທົດລອງ ແລະ ທ້າທາຍໃນສິ່ງໃໝ່, ມີແນວຄິດສ້າງສັນ ແລະ ມັກໃນການຄິດໄລ່.
ຈົບແລ້ວສາມາດ
ມີທັກສະໃນການອອກແບບວົງຈອນອີເລັກໂຕນິກ, ສາມາດຂຽນໂປຣແກຣມຄວບຄຸມລະບົບອັດຕະໂນມັດຕ່າງໆ, ສາມາດຕິດຕັ້ງໄຟຟ້າໃນອາຄານ, ສາມາດສ້ອມແປງອຸປະກອນໄຟຟ້າຕ່າງໆເຊັ່ນ: ແອເຢັນ
ຕະຫຼອດເຖິງການຂຽນໂປຣແກຣມຄວບຄຸມທີ່ຖືກນຳໃຊ້ໃນໂຮງຈັກໂຮງງານອຸດສາຫະກຳຕ່າງໆ.
ອາຊີບ
ສາມາດປະກອບອາຊີບເປັນ ຜູ້ຄວບຄຸມລະບົບອັດຕະໂນມັດໃນໂຮງຈັກ, ໂຮງງານ; ເປັນຊ່າງເຕັກນິກທີ່ຮັບຜິດຊອບເບິ່ງແຍງດູແລ, ສ້ອມແປງ ເຄື່ອງອີເລັກໂຕນິກຢູ່ສະໜາມບິນ, ເປັນຜູ້ຊ່ຽວຊານໃນການອອກແບບຕາຂ່າຍໄຟຟ້າ ແລະ
ສາມາດປະກອບທຸລະກິດທາງດ້ານການສ້ອມແປງຄອມພິວເຕີ, ເຄື່ອງອີເລັກໂຕນິກ ແລະ ເປັນອາຈານສອນໃນສາຂາທີ່ກ່ຽວຂ້ອງ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ວິສະວະກໍາສາດ
ວິທະຍາເຂດໂສກປ່າຫຼວງ ມະຫາວິທະຍາໄລແຫ່ງຊາດ
ບ້ານ ໂສກປ່າຫຼວງ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ
ຕູ້ ປ.ນ 3166 ໂທ: 021
951294 ແຟັກ:
021 314382.
ເວັບໄຊ໌
www.fe-nuol.edu.la
ແຫຼ່ງຂໍ້ມູນ: https://collegemajor.la/


