ສາຂາ ສ້າງຄູ ເຄມີສາດ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດລາວ



ສ້າງຄູ ເຄມີສາດ

ຫຼັກສູດ ປະລິນຍາຕີ 4 ປີ
ຄະນະສຶກສາສາດ
ມະຫາວິທະຍາໄລແຫ່ງຊາດລາວ

ນິຍາມ ແລະ ຄວາມສຳຄັນ

ສາຂາເຄມີສາດໝາຍເຖິງການສຶກສາກ່ຽວກັບປະຕິກິລິຍາຕ່າງໆ,ການປະກອບສ້າງ,ການຍ່ອຍສະຫຼາຍທາດເຄມີຕ່າງໆແລະການສັງເຄາະທາດເຄມີ.ການສ້າງຄູຫມາຍເຖິງການຮຽນຮູ້ແລະສຶກສາທັກສະ,ຈັນຍາບັນພື້ນຖານແລະການວາງແຜນເພື່ອການເປັນຄູສອນ. ສາຂານີ້ມີຄວາມສຳຄັນເພາະໃນປັດຈຸບັນສປປລາວລາວຍັງຂາດຄູສອນຂັ້ນສຶກສາສາມັນໃນສາຍທຳມະຊາດຫຼາຍ ອີກທັງສວ່ນໃຫຍ່ຄູທີ່ສອນຢູ່ຊັ້ນມັດທະຍົມຕອນປາຍຍັງເປັນຄູທີ່ບໍ່ທັນໄດ້ລະດັບ ກໍ່ຄືເປັນຄູທີ່ຈົບແຕ່ຊັ້ນກາງສູງແຕ່ຍັງບໍ່ທັນຈົບປະລິນຍາຕີເທື່ອ.

ວິຊານີ້ຮຽນກ່ຽວກັບຫຍັງ

ສາຂານີ້ຮຽນກ່ຽວກັບເຄມີພື້ນຖານ ເຊັ່ນ: ທິດສະດີອາຕອມ, ຊະນິດວັດຖຸທາດ, ຊະນິດປະຕິກິລິຍາ ແລະ ອື່ນໆ. ນອກນັ້ນ, ນັກສຶກສາຍັງຈະໄດ້ຮຽນຮູ້ວິທີການສິດສອນ, ການວິເຄາະຫຼັກສູດ ເພື່ອໃຫ້ສາມາດກະກຽມບົດສອບເສັງໃຫ້ກົງກັບຫຼັກສູດ ແລະ ສາມາດແຕ່ງບົດສອນໄດ້. ນັກສຶກສາຍັງຈະໄດ້ຮຽນຮູ້ເຖິງຫລັກຈັນຍາບັນຂອງການເປັນຄູສອນ, ການສ້າງແຮງບັນດານໃຈ ແລະ ການຊຸກຍູ້ສົ່ງເສີມໃຫ້ນັກຮຽນຫລືລູກສິດມີສ່ວນຮ່ວມໃນຫ້ອງຮຽນ.



ວິທີການສິດສອນ

ວິທີການສິດສອນຂອງພາກວິຊານີ້ສ່ວນໃຫຍ່ແມ່ນຈະເນັ້ນໃສ່ການທົດລອງປະຕິບັດຕົວຈິງເຊີ່ງເນື້ອໃນການທົດລອງແມ່ນອີງຕາມລາຍວິຊາ. ຕົວຢ່າງເຊັ່ນ ການວິເຄາະຕົວຈິງກ່ຽວກັບຕົວຢ່າງທີ່ນຳມາໃຊ້ວິໄຈໃນວິຊາເຄມີອະນົງຄະທາດ, ເຄມີວິເຄາະ, ເຄມີອົງຄະທາດແລະອື່ນໆພ້ອມທັງນຳຜົນທີ່ໄດ້ຮັບມາຂຽນບົດລາຍງານ. ນອກຈາກນັ້ນ, ນັກສຶກສາຍັງຈະໄດ້ຮຽນຮູ້ວິທີການອອກແບບບົດສອນ ແລະ ຍັງໃດ້ລົງເຝິກຫັດການສອນຕົວຈິງຢູ່ຕາມໂຮງຮຽນມັດທະຍົມຕ່າງໆ.

ທັກສະ/ຄວາມສົນໃຈ

ນັກຮຽນຄວນມີພື້ນຖານວິຊາຄິດໄລ່ແລະວິຊາວິທະຍາສາດທຳມະຊາດ. ເປັນຄົນມັກຮັກໃນການສິດສອນ ແລະ ມີອັດທະຍາໄສດີ. ຄວນມີຄວາມສົນໃຈໃນການທົດລອງປະຕິບັດຕົວຈິງດ້ວຍຕົນເອງ, ຢາກເບິ່ງປະກົດການ, ຮູ້ຄາດຄະເນປະກົດການທີ່ເກີດຂຶ້ນເພື່ອ ໃຫ້ຖືກກັບທິດສະດີ, ມີຄວາມອົດທົນ ແລະ ຫ້າວຫັນໃນການຮ່ຳຮຽນຫາຄວາມຮູ້ໃໝ່ໆ.

ຈົບແລ້ວສາມາດ

ນັກສຶກສາທີ່ຈົບຈາກສາຂາວິຊານີ້ ຈະມີຄວາມຮູ້ລົງເລິກກ່ຽວກັບລິຊາເຄມີສາດ ແລະ ຫລັກການພື້ນຖານຂອງການເປັນຄູ. ມີທັກສະໃນການວິເຄາະຫຼັກສູດ, ການຊັ່ງຊາຜົນຕ່າງໆ, ຮູ້ຜົນດີແລະຜົນເສຍຂອງທາດ ເຄມີ, ຄວາມສຳຄັນຂອງທາດເຄມີໃນການດຳລົງຊີວິດ ແລະ ທຳມະຊາດ. ນອກຈາກນັ້ນ, ນັກສຶກສາຍັງສາມາດວາງແຜນ, ແຕ່ງແລະອອກແບບບົດສອນ ແລະ ບົດສອບເສັງນຳອີກ.

ອາຊີບ

ນັກສຶກສາສາມາດເປັນອາຈານສອນວິຊາເຄມີສາດສາຂາຕ່າງໆຢູ່ຕາມໂຮງຮຽນປະຖົມ, ມັດທະຍົມ ແລະ ມະຫາວິທະຍາໄລ ຫຼື ເຮັດວຽກນຳກະຊວງຕ່າງໆ ເຊັ່ນ: ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ອື່ນໆ. ນອກຈາກນັ້ນ, ຍັງສາມາດເຮັດວຽກກັບບໍລິສັດ ແລະ ອົງການຈັດຕັ້ງສາກົນທີ່ເຮັດວຽກກ່ຽວຂ້ອງກັບ ເຄມີສາດ.

ທີ່ຕັ້ງ ແລະ ຕິດຕໍ່

ຄະນະສຶກສາສາດ
ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 770473

ແຫຼ່ງຂໍ້ມູນ: https://collegemajor.la/

Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ