ສາຂາ ຄູພາສາອັງກິດ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດລາວ
ຄູພາສາອັງກິດ
ຫຼັກສູດ ປະລິນຍາຕີ 4 ປີ
ຄະນະສຶກສາສາດ
ມະຫາວິທະຍາໄລແຫ່ງຊາດລາວ
ນິຍາມ
ແລະ ຄວາມສຳຄັນ
ພາສາອັງກິດເປັນພາສາທີ່ທຸກຄົນໃນທົ່ວໂລກໃຊ້ໃນການສື່ສານໃນທົ່ວທຸກຂົງເຂດ ແລະ
ຂະແໜງວຽກງານ. ພາສາອັງກິດມີຄວາມສຳຄັນຫຼາຍໂດຍສະເພາະໃນ ສປປ ລາວ ທີ່ກຳລັງຢູ່ໃນຊ່ວງເສດຖະກິດກຳລັງຂະຫຍາຍຕົວ
ແລະ ພັດທະນາພ້ອມທັງມີການລົງທຶນຈາກຕ່າງປະເທດ.
ພາສາອັງກິດຍັງມີບົດບາດສຳຄັນຢູ່ໃນບັນດາວຽກງານຕ່າງໆທັງພາກລັດ ແລະ ເອກະຊົນ. ສະນັ້ນ, ຄູພາສາອັງກິດຈຶ່ງມີບົດບາດສຳຄັນໃນການກຽມພ້ອມສົ່ງເສີມເຂົ້າໃນການຊຸກຍູ້ການພັດທະນາຂອງປະເທດ.
ວິຊານີ້ຮຽນກ່ຽວກັບຫຍັງ
ວິຊານີ້ຮຽນກ່ຽວກັບຄວາມຮູ້ພື້ນຖານດ້ານພາສາອັງກິດເຊັ່ນ: ການອ່ານ, ຂຽນ,
ຟັງ
ແລະ ເວົ້າ. ນອກຈາກນັ້ນ, ນັກສຶກສາຍັງຈະໄດ້ຮຽນກ່ຽວກັບການແຕ່ງບົດສອນ, ທິດສະດີທັກສະການສອນ ແລະ ວິທີການສິດສອນ.
ເຊິ່ງທັກສະເຫຼົ່ານີ້ ຖືເປັນພື້ນຖານທີ່ສຳຄັນຫຼາຍສຳລັບການສຶກສາພາຍໃນສາຂາຄູພາສາອັງກິດ.ນອກຈາກການຮຽນ4ທັກສະແລ້ວນັກສຶກສາຍັງຈະໄດ້ຮຽນຮູ້ເຖິງຈັນຍາບັນການເປັນຄູ ແລະ
ວິທີການສ້າງແຮງບັນດານໃຈໃຫ້ນັກສຶກສາ.
ວິທີການສິດສອນ
ວິທີການສິດສອນຂອງສາຂານີ້ແມ່ນລວມມີທັງການຮຽນແບບຫ້ອງລວມ ແລະ
ສຳມະນາ. ໃນນັ້ນ, ປະກອບມີພາກທິດສະດີ
ແລະ ພາກປະຕິບັດຕົວຈິງເຊັ່ນ: ການສອນທົດລອງ,ການສອນເປັນກຸ່ມ,ການໄປສັງເກດການສອນຢູ່ຕາມໂຮງຮຽນມັດທະຍົມຕອນປາຍ
ແລະ ການລົງຝຶກງານສອນຕາມຊັ້ນມັດທະຍົມຕອນປາຍ ພ້ອມທັງນຳຜົນທີ່ໄດ້ຮັບມາຂຽນບົດລາຍງານ. ນັກສຶກສາຍັງຈະໄດ້ຮຽນຮູ້ວິທີການອອກແບບບົດສອນ
ແລະ ລົງຝຶກຫັດການສອນຕົວຈິງຢູ່ຕາມໂຮງຮຽນມັດທະຍົມຕ່າງໆ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານທາງດ້ານພາສາອັງກິດ ແລະ ວິຊາສາຍສັງຄົມທົ່ວໄປ, ເປັນຄົນມັກຮັກໃນການສິດສອນ, ມີອັດທະຍາໄສດີ, ມີຄວາມອົດທົນສູງ , ເປັນຄົນມີລະບຽບວິໄນ ແລະ
ມີຄວາມກະຕືລືລົ້ນ, ມີຄວາມສົນໃຈຢາກຮຽນຮູ້ພາສາອັງກິດ
ທາງດ້ານທິດສະດີ ແລະ ຮຽນຮູ້ດ້ວຍຕົນເອງ ແລະ
ສົນໃຈຢາກພັດທະນາຕົນເອງຕະຫຼອດເວລາ.
ຈົບແລ້ວສາມາດ
ນັກສຶກສາທີ່ຈົບຈາກພາກວິຊານີ້ຈະມີຄວາມຮູ້ລົງເລິກດ້ານການນຳໃຊ້ພາສາອັງກິດ
ເຊັ່ນ: ການຟັງ, ຂຽນ, ອ່ານ ແລະ ເວົ້າ. ມີທັກສະໃນການວິເຄາະຫຼັກສູດ, ການອອກແບບວິທີການສຶກສາ ແລະ
ຍັງສາມາດຖ່າຍທອດຄວາມຮູ້ໄດ້. ນອກຈາກນັ້ນ,
ນັກສຶກສາຍັງສາມາດວາງແຜນ, ແຕ່ງ ແລະ ອອກແບບບົດສອນແລະບົດສອບເສັງນຳອີກ.
ອາຊີບ
ເປັນຄູສອນຢູ່ໂຮງຮຽນມັດທະຍົມຕອນປາຍ ຫຼື ຕໍ່າກວ່າ ຫຼື
ເປັນຄູສອນຢູ່ຕາມສູນສອນພາສາອັງກິດຕ່າງໆ.
ປະກອບອາຊີບທີ່ກ່ຽວຂ້ອງກັບການສຶກສາເຊັ່ນ:
ເປັນພະນັກງານຢູ່ຕາມຫ້ອງການສຶກສາເມືອງ,
ຫ້ອງການສຶກສາແຂວງ, ສຳນັກງານ ແລະ ອົງການຕ່າງໆ, ເຮັດວຽກກັບໂຄງການກ່ຽວກັບການສຶກສາ, ເຮັດວຽກທົ່ວໄປກ່ຽວກັບເອກະຊົນ ຫຼື
ອົງການຈັດຕັ້ງສາກົນຕ່າງໆ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະສຶກສາສາດ
ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 770473


