ສາຂາ ການຄ້າ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດລາວ
ການຄ້າ
ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
ມະຫາວິທະຍາໄລແຫ່ງຊາດລາວ
ນິຍາມ
ແລະ ຄວາມສຳຄັນ
ການຄ້າໝາຍເຖິງການດຳເນີນທຸລະກິດການຄ້າ(ການນຳເຂົ້າ-ການສົ່ງອອກ)ແລະ
ການລົງທຶນພາຍໃນ ແລະ ຕ່າງປະເທດ. ສາຂາການຄ້າມີຄວາມສຳຄັນຕໍ່ກັບເສດຖະກິດລາວໃນປັດຈຸບັນທີ່ມີການສົ່ງເສີມການພົວພັນການຄ້າທັງພາຍໃນ
ແລະ ຕ່າງປະເທດ. ນອກນັ້ນ, ການທີ່ປະເທດລາວເຮົາໄດ້ເຂົ້າເປັນສະມາຊິກຂອງອົງການການຄ້າໂລກໃນປີ
2013 ທີ່ຜ່ານມາ,
ໄດ້ສະແດງໃຫ້ເຫັນວ່າ
ນີ້ຄືຍຸກສະໄໝແຫ່ງການເປີດກວ້າງການຄ້າເສລີບໍ່ວ່າຈະເປັນພາຍໃນ, ພາກພື້ນ ແລະ ໃນຂອບເຂດທົ່ວໂລກ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ສຶກສາກ່ຽວກັບ ການຄ້າ ແລະ ການລົງທຶນລະຫວ່າງປະເທດ ໃນນັ້ນ
ນັກສຶກສາຈະໄດ້ຮຽນກ່ຽວກັບ: ບັນດານິຍາມທິດສະດີຂອງການຄ້າ ແລະ ການລົງທຶນລະຫວ່າງປະເທດ, ລັກສະນະຂອງການຄ້າປະເພດຕ່າງໆ (ການຄ້າເສລີ, ການຄ້າທີ່ມີການຄຸ້ມຄອງ), ຮູບແບບວິທີການດຳເນີນການຄ້າລະຫວ່າງປະເທດ, ບັນດານະໂຍບາຍການຄ້າຕ່າງໆ ເຊັ່ນ:
ການສົ່ງເສີມການສົ່ງອອກ, ການທົດແທນການນຳເຂົ້າ, ຮູບແບບ,
ວິທີ
ແລະ ລະບົບການຊຳລະສິນຄ້າລະຫວ່າງປະເທດ ແລະ ກົດໝາຍການຄ້າ ເປັນຕົ້ນ.
ວິທີການສິດສອນ
ວິທີການສິດສອນ ແມ່ນປະກອບມີພາກທິດສະດີ ແລະ
ພາກປະຕິບັດຕົວຈິງໄປນຳກັນ ເຊັ່ນ: ພາຍຫຼັງຮ່ຳຮຽນພາກທິດສະດີແລ້ວຮອດປີ 3 ນັກສຶກສາຈະຕ້ອງໄດ້ລົງຝຶກງານຕົວຈິງນຳບັນດາອົງກອນ
ແລະ ພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ບັນດາບໍລິສັດເອກະຊົນຕ່າງໆ, ພ້ອມມີການເຮັດບົດລາຍງານທີ່ຕິດພັນກັບການປະຕິບັດຕົວຈິງໃນແຕ່ລະວິຊາທີ່ກ່ຽວຂ້ອງ.
ນອກຈາກນັ້ນ, ນັກສຶກສາຍັງຈະໄດ້ລົງໄປທັດສະນະສຶກສາຕາມສະຖານທີ່ຕ່າງໆ
ພ້ອມທັງຂຽນບົດລາຍງານໂດຍນໍາໃຊ້ຂໍ້ມູນທີ່ໄດ້ຈາກການໄປທັດສະນະຈາກວິຊາດັ່ງກ່າວ.
ທັກສະ/ຄວາມສົນໃຈ
ຄວາມສົນໃຈທາງດ້ານການຄ້າເປັນພິເສດ, ການເຮັດທຸລະກິດ. ເປັນຄົນ ມີຄວາມຄິດສ້າງສັນ ແລະ ຊ່າງສັງເກດ.
ມັກຮຽນພາສາຕ່າງປະເທດ, ມັກການຕິດຕໍ່ພົວພັນກັບຄົນຈາກຫຼາກຫຼາຍວັດທະນະທຳ, ມັກອ່ານຂ່າວ,
ມັກການຄຳນວນຄິດໄລ່, ມັກຮຽນຮູ້ສິ່ງໃໝ່ໆທີ່ເກີດຂຶ້ນຮອບຕົວ ແລະ
ວິເຄາະສະຖານະພາບຂອງເສດຖະກິດສັງຄົມໃນຍຸກປັດຈຸບັນ.
ຈົບແລ້ວສາມາດ
ນັກສຶກສາທີ່ຈົບຈາກສາຂາວິຊານີ້ຈະມີຄວາມຮູ້-ຄວາມເຂົ້າໃຈກ່ຽວກັບການຄ້າທັງພາຍໃນ
ແລະ ຕ່າງປະເທດ, ເຊິ່ງຄວາມຮູ້ດັ່ງກ່າວແມ່ນມີຄວາມສຳຄັນຫຼາຍໃນການປະກອບສ່ວນເຂົ້າໃນໜ້າທີ່ວຽກງານທັງພາກລັດ
ແລະ ເອກະຊົນ ລວມໄປເຖິງການປະກອບທຸລະກິດສ່ວນຕົວ.
ອາຊີບ
ນັກສຶກສາສາມາດປະກອບອາຊີບເປັນນັກວິຊາການສັງກັດໃນກະຊວງອຸດສາຫະກຳ ແລະ
ການຄ້າ, ເປັນນັກຄົ້ນຄວ້າ, ບັນດາອົງການລະຫວ່າງປະເທດທີ່ມີການພົວພັນທາງເສດຖະກິດ ຫຼື ພະນັກງານວິຊາການຂອງບໍລິສັດທີ່ນຳເຂົ້າ
ແລະ ສົ່ງອອກຕ່າງໆ. ນອກຈາກນັ້ນ, ຍັງສາມາດເຂົ້າເຮັດວຽກທີ່ກະຊວງແຜນການ
ແລະ ການລົງທຶນ ໃນຕໍາແໜ່ງວິຊາການພິຈາລະນາໂຄງການລົງທຶນທັງພາຍໃນ ແລະ
ຕ່າງປະເທດ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
ວິທະຍາເຂດດົງໂດກ ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ.
ໂທ: 021 77006
ເວັບໄຊ໌ www.febm-nuol.org


