ສາຂາ ການຕະຫຼາດ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ



ການຕະຫຼາດ

ຫຼັກສູດ: ປະລິນຍາ​ຕີ 4 ປີ
ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ

ນິຍາມ ແລະ ຄວາມສຳຄັນ

ການຕະຫຼາດໝາຍເຖິງ ກິດຈະກໍາຕ່າງໆທີ່ມີຈຸດປະສົງເພື່ອກໍ່ໃຫ້ເກີດມີການເຄື່ອນຍ້າຍສິນຄ້າ ຫຼື ການບໍລິການ ຈາກຜູ້ຜະລິດ ໄປສູ່ຜູ້ບໍລິໂພກ ຫຼື ຜູ້ໃຊ້ບໍລິການ ເພື່ອໃຫ້ເກີດຄວາມພໍໃຈ.ສາຂານີ້ມີຄວາມສໍາຄັນ ເນື່ອງຈາກໃນປັດຈຸບັນ ມີການແຂ່ງຂັນທາງດ້ານທຸລະກິດຫຼາຍຂຶ້ນ ຈຶ່ງມີຄວາມຈໍາເປັນໃນການນໍາໃຊ້ເຄື່ອງມືທາງການຕະຫຼາດເຂົ້າໃນການເພີ່ມປະສິດທິພາບໃນການດໍາເນີນທຸລະກິດ ເພື່ອການຢູ່ລອດຂອງທຸລະກິດ ກໍ່ຄືການຮັກສາລູກຄ້າເກົ່າ, ເພີ່ມລູກຄ້າໃໝ່ ແລະ ຮັກສາສ່ວນຄອງການຕະຫຼາດ.

ວິຊານີ້ຮຽນກ່ຽວກັບຫຍັງ

ສາຂາວິຊາ​ນີ້​ຮຽນກ່ຽວກັບບັນດາປະເພດຂອງການຕະຫຼາດ, ການບໍລິຫານການຕະຫຼາດ, ນະ​ໂຍບາຍ​ການ​ຕະຫຼາດ​ ແລະ ບັນດາເຄື່ອງມືທາງດ້ານການຕະຫຼາດ ເຊັ່ນ: ​ການ​​ໂຄສະນາ​, ການປະຊາສຳພັນ, ຍຸດທະສາດດ້ານຜະລິດຕະພັນ ແລະ ລາຄາ (ການພັດທະນາຜະລິດຕະພັນ, ການກໍານົດລາຄາ), ການບໍລິຫານກາຍີ່ຫໍ້ຜະລິດຕະພັນ ແລະ ອື່ນໆ. ນອກຈາກນີ້ ຍັງໄດ້ຮຽນກ່ຽວກັບທິິດສະດີ ແລະ ເຄື່ອງມືໃນການວິໄຈທາງການຕະຫຼາດ, ການສຶກສາພຶດຕິກໍາຂອງຜູ້ບໍລິໂພກ ແລະ ອື່ນໆ. ​



ວິທີການສິດສອນ

ວິທີ​ການ​ສຶກສາ​ແມ່ນ​ປະກອບ​ມີ​ພາກ​ທິດ​ສະ​ດີ ​ແລະ ພາກ​ປະຕິບັດ​ຕົວ​ຈິງ​ໄປ​ພ້ອມໆກັນ​ເຊັ່ນ: ການ​ລົງ​ຝຶກ​ງານ​ຕົວ​ຈິງ​ນຳ​ບັນດາ​ອົງ​ກອນ​ ​ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ນຳພາ​ກລັດ ​ແລະ ບັນດາ​ບໍລິສັດເອກະຊົນ​ຕ່າງໆ, ການ​ເຮັດ​ບົດລາຍງານ​ທີ່​ຕິດ​ພັນ​ກັບການ​ປະຕິບັດ​ຕົວ​ຈິງ​ໃນ​ແຕ່​ລະວິ​ຊາ​ ແລະ ການສຶກສາຈາກກໍລະນີສຶກສາ. ນອກຈາກ​ນັ້ນ, ນັກ​ສຶກສາ​ຍັງ​ຈະ​ໄດ້​ສ້າງສື່ທາງການຕະຫຼາດ ໂດຍສະເພາະສື່ໃນການຂາຍ ເຊັ່ນ: ການຂາຍສິນຄ້າທາງເຟສບຸກ ແລະ ເວັບໄຊ ເປັນຕົ້ນ.

ທັກສະ/ຄວາມສົນໃຈ

ຄວາມ​ຮູ້​ພື້ນຖານທາງ​ດ້ານຄະນິດສາດ, ສະຖິຕິ ​ແລະ ການ​ບໍລິຫານ. ເປັນຄົນທີ່ມີຄວາມຄິດສ້າງສັນ ແລະ ຈິນຕະນາການສູງ, ມີຄວາມກະຕືລືລົ້ນ, ເປັນນັກສັງເກດການ, ສາມາດວິເຄາະ ແລະ ໄຈ້ແຍກບັນຫາໄດ້. ມີຄວາມ​ສົນ​ໃຈ​ທາງ​ດ້ານ​ການ​​ໂຄສະນາ, ມັກ​ຮຽນ​ຮູ້​ສິ່ງ​ໃໝ່ໆທີ່​ເກີດ​ຂຶ້ນ​ຮອບ​ຕົວ ​ແລະ ມັກວິ​ເຄາະສະຖານະ​ການ​ເສດຖະກິດ​ສັງຄົມ​ໃນ​ຍຸກ​ປັດຈຸ​ບັນ​.

ຈົບແລ້ວສາມາດ

ນັກສຶກສາທີ່​ຈົບ​ຈາກ​ສາຂາ​ນີ້​ຈະມີຄວາມສາມາດໃນການວາງແຜນທາງດ້ານການຕະຫຼາດ, ດໍາເນີນການວິເຄາະ ແລະ ການທົດລອງຕະຫຼາດ, ມີຄວາມສາມາດໃນການສ້າງແຜນການໂຄສະນາ, ສ້າງກາຍີ່ຫໍ້, ການຫຸ້ມຫໍ່ ທີ່ມີເອກະລັກ ແລະ ຈູງໃຈ. ມີທັກສະໃນການນໍາສະເໜີ ເຊັ່ນ: ການໃຊ້ສື່ນໍາສະເໜີ, ການເວົ້າໃນທາງສ້າງສັນ ແລະ ບຸກຄະລິກກະພາບໃນການນໍາສະເໜີ.

ອາຊີບ

ນັກ​ສຶກສາ​ທີ່​ຮຽນຈົບຈາກສາຂານີ້​ສາມາດ​ປະກອບ​ອາຊີບເປັນ​ນັກການຕະຫຼາດ, ທີ່ປຶກສາທາງດ້ານການຕະຫຼາດ ແລະ ນັກໂຄສະນາ ໃນອົງການຈັດຕັ້ງລັດ ເຊັ່ນ: ​ກະຊວງ​ອຸດ​ສາຫະ​ກຳ ​ແລະ ການ​ຄ້າ,ກະຊວງ​ແຜນການ ​ແລະ ການ​ລົງທຶນ ຫຼື ບໍລິສັດເອກະຊົນຕ່າງໆ.​ເປັນ​ນັກ​ຄົ້ນຄວ້າ ແລະ ວິໄຈດ້ານການຕະຫຼາດ, ເປັນຜູ້ບໍລິຫານ ຫຼື ປະກອບທຸລະກິດຂອງຕົນເອງ.

ທີ່ຕັ້ງ ແລະ ຕິດຕໍ່

ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
ວິທະຍາເຂດດົງໂດກ ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ.
ໂທ: 021 77006
ເວັບໄຊ໌ www.febm-nuol.org

ແຫຼ່ງຂໍ້ມູນ: https://collegemajor.la/


Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ