ຊ່າງອົງຄະທຽມ ແລະເຄື່ອງຄ້ຳຊູ ຄະນະພະຍາບານສາດ, ມະຫາວິທະຍາໄລວິທະຍາສາດສຸຂະພາບ
ຊ່າງອົງຄະທຽມ ແລະເຄື່ອງຄ້ຳຊູ
ຫຼັກສູດ: ອານຸປະລິນຍາຕີ 3 ປີ
ຄະນະພະຍາບານສາດ, ມະຫາວິທະຍາໄລວິທະຍາສາດສຸຂະພາບ
ນິຍາມ ແລະ ຄວາມສຳຄັນ
ຊ່າງອົງຄະທຽມ ແລະ
ເຄື່ອງຄ້ຳຊູ ແມ່ນ ນັກເຕັກນິກ
ທີ່ມີໜ້າທີ່ປະກອບສ່ວນເຂົ້າໃນການຟື້ນຟູສະມັດຕະພາບຂອງຮ່າງກາຍຂອງຄົນເຈັບ ໂດຍສະເພາະແມ່ນການສູນເສຍອົງຄະຈາກສົງຄາມ, ກະດູກຫັກ,
ກະດູກເສື່ອມ
ແລະ ອຸບັດຕິເຫດ. ວຽກງານຊ່າງອົງຄະທຽມ ແລະ ເຄື່ອງຄ້ຳຊູ ແມ່ນວຽກງານທີ່ສຳຄັນຫຼາຍ
ເພາະຈະຊ່ວຍໃຫ້ຜູ້ທີ່ພິການ ສາມາດຊ່ວຍເຫຼືອຕົນເອງໄດ້, ມີໂອກາດຊອກວຽກເຮັດງານທໍາ ແລະ
ເປັນການຍົກສູງຄຸນນະພາບຊີວິດ
ຂອງເຂົາເຈົ້າໃຫ້ກັບມາໃຊ້ຊີວິດຢູ່ໃນສັງຄົມໄດ້ຄືເກົ່າ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້
ຮຽນກ່ຽວກັບການປະເມີນ, ວາງແຜນ ແລະ
ຜະລິດເຄື່ອງຄ້ຳຊູ
ໃຫ້ກັບຄົນເຈັບທີ່ມີຄວາມບົກພ່ອງຂອງຮ່າງກາຍທີ່ພົວພັນເຖິງ ກ້າມຊີ້ນ, ກະດູກ,
ເສັ້ນປະສາດ
ເຊັ່ນ: ຄ້ຳຊູ ຄໍ, ຂາ, ແຂນ ແລະ ແອວ ເປັນຕົ້ນ ເພື່ອຈະຊ່ວຍຊູແທນ
ໃນໄລຍະກ່ອນ ແລະ ຫຼັງຜ່າຕັດ ເຊິ່ງຈະຊ່ວຍເພີ່ມຄວາມສາມາດໃນການເຄື່ອນເໜັງ, ຫຼຸດຜ່ອນຄວາມເຈັບປວດ ແລະ ອື່ນໆ. ພ້ອມດຽວກັນນັ້ນ
ກໍ່ຍັງມີການ ສ້າງອົງຄະທຽມ ເພື່ອທົດແທນອະໄວຍະວະທີ່ເສຍໄປ ອີກດ້ວຍ.
ວິທີການສິດສອນ
ວິທີການສິດສອນ
ເນັ້ນໃສ່ການຮຽນທິດສະດີແບບເປັນກຸ່ມ ແລະ
ລົງປະຕິບັດຕົວຈິງໃນຫ້ອງທົດລອງຢູ່ສູນຟື້ນຟູໜ້າທີ່ການ ເຊິ່ງ
ອາຈານທີ່ປຶກສາຜູ້ໜຶ່ງ ຈະເປັນຜູ້ສາທິດໃຫ້ເບິ່ງລະອຽດກ່ຽວກັບການ
ສ້າງອົງຄະທຽມ ແລະ ເຄື່ອງຄ້ຳຊູ ເຊັ່ນ: ຂາທຽມ, ຫຼາບແຂນ-ຂາ ແລະ ອື່ນໆ; ແລະ ນັກສຶກສາ
ຍັງຈະໄດ້ສ້າງອົງຄະທຽມ ແລະ ເຄື່ອງຄ້ຳຊູ ດ້ວຍຕົນເອງ
ຢູ່ສູນຟື້ນຟູໜ້າທີ່ການ ພາຍໃຕ້ການຊີ້ນຳຂອງອາຈານ
ເຊິ່ງນັກສຶກສາແຕ່ລະຄົນຈະໄດ້ຮັບຜິດຊອບຄົນເຈັບຕົວຈິງ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ຊີວະສາດ, ເລຂາຄະນິດ ແລະ ຟິຊິກສາດ; ມີຄວາມສົນໃຈ ໃນການປະດິດສິ່ງຂອງ ແລະ ເປັນຄົນ ທີ່ມີຄວາມອົດທົນ,
ມີຄວາມປານີດ, ມີສິລະປະ ແລະມີໃຈຮັກມັກໃນການຊ່ວຍເຫຼືອສັງຄົມ
ໂດຍສະເພາະແມ່ນ ຄົນດ້ອຍໂອກາດ, ຄົນພິການ ຫຼື
ບົກພ່ອງທາງດ້ານຮ່າງກາຍ.
ຈົບແລ້ວສາມາດ
ຄວາມສາມາດໃນການເຮັດວຽກຮ່ວມກັບທ່ານໝໍປິ່ນປົວ
ໂດຍຜະລິດອົງຄະທຽມ ແລະ ເຄື່ອງຄ້ຳຊູໃຫ້ແກ່ຄົນເຈັບ; ຮູ້ວິທີການວາງແຜນ ແລະ ອອກແບບອົງຄະທຽມ ແລະ ເຄື່ອງຄໍ້າຊູ
ໃຫ້ເໝາະສົມກັບຄົນເຈັບ; ສາມາດຖ່າຍທອດຄວາມຮູ້ດ້ານວິຊາການອົງຄະທຽມ
ແລະ ເຄື່ອງຄ້ຳຊູໃຫ້ແກ່ນັກສຶກສາແພດທີ່ກ່ຽວຂ້ອງທັງພາກທິດສະດີ ແລະ
ປະຕິບັດຕົວຈິງ.
ອາຊີບ
ເປັນຊ່າງອົງຄະທຽມ
ແລະ ເຄື່ອງຄ້ຳຊູ ຢູ່ສູນການແພດຟື້ນຟູໜ້າທີ່ການນະຄອນຫຼວງ ແລະ ຕ່າງແຂວງ, ສູນຜິວໜັງ ແລະ ໂຮງໝໍ; ເຮັດວຽກນຳໂຄງການສາກົນ ເປັນຕົ້ນແມ່ນ ໂຄງການ
ເກັບກູ້ລະເບີດ; ເປັນອາຈານສອນຢູ່ພາກວິຊາຊ່າງອົງຄະທຽມ
ແລະ ເຄື່ອງຄໍ້າຊູ.
ທີ່ຕັ້ງ ແລະ ຕິດຕໍ່
ວິທະຍາໄລວິທະຍາສາດ
ສຸຂະພາບ
ວິທະຍາເຂດ ເພຍວັດ
ຖະໜົນ ສາມແສນໄທ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ. ຕູ້ ປ.ນ 7444
ໂທ: 021 222883, ແຟັກ 021 2140 55
ອີເມວ: contact@uhs.edu.la.


