ສາຂາ ວິທະຍາສາດຄອມພິວເຕີ ວິທະຍາໄລສຸດສະກະ
ວິທະຍາສາດ ຄອມພິວເຕີ
ຫຼັກສູດ: ຊັ້ນສູງ 3 ປີ
(ອາດມີການປ່ຽນແປງ ມີລະດັບ ປະລິນຍາຕີ 4 ປີ)
ວິທະຍາໄລສຸດສະກະ
ນິຍາມ ແລະ ຄວາມສຳຄັນ
ວິທະຍາສາດຄອມພິວເຕີ
ໝາຍເຖິງວິທະຍາສາດທີ່ສຶກສາກ່ຽວກັບຄອມພິວເຕີເຊິ່ງລວມມີ ຮາດແວ, ຊອຟແວ, ເຄືອຂ່າຍ ແລະ ການປະຍຸກໃຊ້ຄອມພິວເຕີ
ເຂົ້າໃນວຽກງານຕ່າງໆ. ສາຂານີ້ມີຄວາມສໍາຄັນຫຼາຍເນື່ອງຈາກໃນປັດຈຸບັນ ຫຼາຍໆວຽກງານແມ່ນໄດ້ອາໄສເຕັກໂນໂລຊີ ແລະ ຄອມພິວເຕີໃຫ້ເກີດປະໂຫຍດຫຼາຍໆດ້ານ ເຊັ່ນ: ການຄວບຄຸມລະບົບຕູ້ ATM ຂອງລະບົບທະນາຄານ, ການນໍາໃຊ້ ໂປຣແກຣມ ແທນການເຮັດວຽກຂອງຄົນ ເຊັ່ນ: ໂປຣແກຣມຄິດໄລ່ເງິນເດືອນ
ແລະອື່ນໆ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້
ໃນວິທະຍາໄລສຸດສະກະຈະໄດ້ຮຽນກ່ຽວກັບຄວາມຮູ້ຫຼາຍດ້ານທີ່ກ່ຽວຂ້ອງກັບເຕັກໂນໂລຊີ
ແລະ ຄອມພິວເຕີຄື: ພື້ນຖານລະບົບຄອມພິວເຕີ ແລະ ການສ້ອມແປງ; ຮຽນກ່ຽວກັບເຄືອຂ່າຍເຊັ່ນ: ການເຊື່ອມຕໍ່ລະຫວ່າງຄອມພິວເຕີດ້ວຍກັນ
ແລະ ຄອມພິວເຕີກັບອິນເຕີເນັດ; ການສ້າງ ແລະ ອອກແບບ ໂປຼແກຼມ ແລະ ຊອບແວ; ການອອກແບບກຣາບຟິກ, ຕົກແຕ່ງ, ດັດແປງພາບ; ຮຽນພື້ນຖານກ່ຽວກັບຖານຂໍ້ມູນ, ພາສາຄອມພິວເຕີ, ການອອກແບບ ແລະ ພັດທະນາ ເວັບໄຊທ໌.
ວິທີການສິດສອນ
ວິທີການສິດສອນ ລວມມີການຮຽນທັງພາກທິດສະດີ ແລະ
ການປະຕິບັດຕົວຈິງ ໂດຍເນັ້ນໃສ່ການປະຕິ ບັດຕົວຈິງ ເນື່ອງຈາກສ່ວນໃຫຍ່ການຮຽນ
ແມ່ນຕ້ອງການການນໍາໃຊ້ຄອມພິວເຕີ ເພື່ຶອຝຶກຫັດ ແລະ ທົດ ລອງ ໂດຍອີງຕາມເນື້ອໃນຂອງແຕ່ລະວິຊາ ເຊັ່ນ: ການອອກແບບ ແລະ ສ້າງເວັບໄຊທ໌. ມີການລົງຝຶກງານ
ຕາມອົງກອນທີ່ກ່ຽວຂ້ອງ; ມີການຂຽນບົດໂຄງການຈົບຊັ້ນກ່ຽວກັບ: ການສ້າງເວັບໄຊທ໌, Program, Network, ແລະ ຊອບແວ ເປັນຕົ້ນ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ວິຊາຄະນິດສາດ, ຄອມພິວເຕີ ແລະ ພາສາອັງກິດ; ເປັນຄົນ ມັກການການປະຕິບັດຕົວຈິງ, ມັກແກ້ໄຂບັນຫາ, ຈັດການກັບຂໍ້ມູນ, ມັກຫຼິ້ນເກມ ແລະ ໃຊ້ໂທລະສັບມືຖື; ມີຄວາມສົນໃຈໃນ ເຕັກໂນໂລຊີ ແລະ ຄອມພິວເຕີ.
ຈົບແລ້ວສາມາດ
ສາມາດສ້ອມແປງຄອມພິວເຕີຂັ້ນພື້ນຖານ, ມີທັກສະໃນການອອກແບບ, ສ້າງ ແລະ ພັດທະນາ ເວັບໄຊທ໌, ສາມາດ ສ້າງໂປຣແກຼມຕ່າງໆ, ທັກສະໃນການສ້າງ, ຕົກແຕ່ງ ພາບນິ່ງ ແລະ ພາບເຄື່ຶອນໄຫວ; ສາມາດເຊື່ອມຕໍ່ ແລະ ຄວບຄຸມລະບົບເຄືອຂ່າຍທັງພາຍໃນ
ແລະ ນອກອົງກອນ.
ອາຊີບ
ເປັນນັກອອກແບບ ແລະ ສ້າງໂປຣແກຼມ, ນັກອອກແບບ ແລະ ພັດທະນາ ເວັບໄຊທ໌; ພະນັກງານຮັບຜິດຊອບ ລະບົບເຄືອຂ່າຍ, ພະນັກງານຮ້ານຂາຍອຸປະກອນ ແລະ ຄອມພິວເຕີ, ພະນັກງານຢູ່ອົງກອນຕ່າງໆທີ່ກ່ຽວຂ້ອງກັບ ຄອມພິວເຕີ
ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ; ແລະ ປະກອບທຸລະກິດສ່ວນຕົວກ່ຽວກັບຄອມພິວເຕີ.
ທີ່ຕັ້ງ ແລະ ຕິດຕໍ່
ວິທະຍາໄລສຸດສະກະ ເພື່ອການບໍລິຫານ ແລະ ເຕັກໂນໂລຊີ
ບ້ານ ໂພນພະເນົາ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ
ໂທ: 021 261140


