ສາທາລະນະສຸກສາດ ຄະນະພະຍາບານສາດ, ມະຫາວິທະຍາໄລ​ວິ​ທະ​ຍາ​ສາດ​ສຸ​ຂະ​ພາບ



ສາທາລະນະສຸກສາດ
ຫຼັກສູດ: ອະນຸປະລິນຍາ​ ​​3 ປີ
ຄະນະພະຍາບານສາດ, ມະຫາວິທະຍາໄລ​ວິ​ທະ​ຍາ​ສາດ​ສຸ​ຂະ​ພາບ
ນິຍາມ ແລະ ຄວາມສຳຄັນ
ສາທາລະນະ​ສຸກ​ສາດ ໝາຍ​ເຖິງ ການປະ​​ເມີນ, ວາງແຜນ, ແລະ ຈັດຕັ້ງປະຕິບັດ ໂຄງການເພື່ອກວດສອບ ຕິດຕາມ ແລະ ຄວບຄຸມປັດໄຈທາງດ້ານສິ່ງແວດລ້ອມ ຊຶ່ງອາດມີຜົນຕໍ່ສຸຂະພາບເພື່ອຮັບປະກັນສະພາບບ່ອນເຮັດວຽກທີ່ມີຄວາມປອດໄພຕໍ່ສຸຂະພາບ, ແລະ ເພື່ອປ້ອງກັນພະຍາດ ແລະ ການບາດເຈັບ ທີ່ມີສາ ເຫດມາຈາກສານເຄມີ, ຮ່າງກາຍ, ລັງສີ ແລະ ສານຊີວະພາບຕ່າງໆ ຫຼື ປັດໄຈຕ່າງໆ ທີ່ບໍ່ເໝາະສົມກັບຮ່າງກາຍມະນຸດ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂາ​ນີ້​ຮຽນຮູ້ກ່ຽວກັບ ການກວດກາ, ການ​ຄຸ້ມ​ຄອງ ວຽກງານ​ລະບາດ​ວິທະຍາ ​ແລະ ​ອະນາ​ໄມ​ຕ່າງໆ ​ເຊັ່ນ: ອະນາ​ໄມ​ອາຫານ, ​ໂພຊະ​ນາ​ການ, ອະນາ​ໄມ​ເດັກ ໄວໜຸ່ມ ​ແລະ ອະນາ​ໄມ​ສິ່ງ​ແວດ​ລ້ອມ​ໃນ​ຂົງ​ເຂດ​ຕ່າງໆ: ​ໂຮງງານ​ອຸດສາຫະກຳ, ກະສິກຳ, ​ໂຮງໝໍ, ​ໂຮງຮຽນ, ​ໂຮງ​ແຮມ, ຮ້ານ​ອາຫານ ​ແລະ ຕະຫຼາດ. ນອກຈາກ​ນີ້, ກໍ​ຮຽນກ່ຽວກັບ ການ​ກັນ​ພະຍາດ, ຕ້ານ​ພະຍາດ, ຄວບ​ຄຸມພະ​ຍາດ​ຊຶມ​ເຊື້ອ ​ແລະ ຕິດຕໍ່, ສຸຂະ​ສຶກສາ ​ແລະ ສົ່ງ​ເສີມ​ສຸຂະພາບ​ໂດຍ​ເນັ້ນການ​ມີ​ສ່ວນ​ຮ່ວມ​ຂອງ​ຊຸມ​ຊົນ.




ວິທີການສິດສອນ
ມີການສິດສອນພາກທິດ​ສະ​ດີໃນຮູບແບບບັນລະຍາຍ ​​ແລະ ​​ປະຕິບັດ​ຕົວ​ຈິງ​ຢູ່​ຫ້ອງ​ທົດ​ລອງ​​ໂດຍ​ມີ​ອາຈານ​ປະຈຳ​ວິຊາ​ເປັນ​ຜູ້ນຳ​ພາ. ນອກຈາກ​ນີ້, ​ຍັງໄດ້​ລົງ​ເຝິກງານ​ຢູ່​ໂຮງໝໍ  ​​ສຶກສາວຽກງານ​ຕົວ​ຈິ​ງກ່ຽວກັບ​ການ​ໃຫ້​ສຸຂະ​ສຶກສາ​ແກ່ຄົນ​ເຈັບ, ການ​ຄວບ​ຄຸມ ​ແລະ ປ້ອງ​ກັນ​ພະຍາດ, ການ​ອະນາ​ໄມສະພາບ​ແວດ​ລ້ອມ​ໃນ​ໂຮງໝໍ ​ແລະ ອື່ນໆ. ຫຼັງຈາກ​ນັ້ນ, ກໍ​ໄດ້​ລົງ​ເຮັດ​ວຽກກັບ​ຊຸມ​ຊົນ​​ ເຊັ່ນ: ຄົ້ນຫາ​ພະຍາດ​ທີ່​ເປັນ​ບຸລິມະສິດ ​ແລ້ວ​ໃຫ້​ສຸຂະ​ສຶກສາ​ແກ່​ປະຊາຊົນ, ນຳພາອະນາ​ໄມ​ສະພາບ​ແວດ​ລ້ອມ ​ແລະ ອື່ນໆ.
ທັກສະ/ຄວາມສົນໃຈ
ຄວາມ​ຮູ້​ພື້ນຖານດ້ານ ວິຊາ​ ຄະນິດສາດ, ​ເຄມີສາດ, ຟິຊິກ​ສາດ, ຄອມ​ພິວ​ເຕີ ​ແລະ ພາສາ​ອັງກິດເປັນ​ຄົນ ມີ​ຄວາມ​ອົດທົນ, ມັກ​ວິ​ເຄາະ​ຫາ​ສາ​ເຫດ ​ແລະ ຫາ​ທາງ​ແກ້​ໄຂ, ມີ​ມະນຸດ​ສຳພັນ​ດີ​ມີ​ຄວາມ​ສົນ​ໃຈ ໃນ​ການ​​ເຮັດ​ວຽກກັບ​ຊຸມ​ຊົນ. ສິ່ງ​ສຳຄັນທີ່​ສຸດ, ຄວນມີ​ທັກ​ສະ​ໃນ​ການ​ສື່ສານ ​ແລະ ​ການເຮັດ​ວຽກ​ເປັນ​ທີ​ມ.
ຈົບແລ້ວສາມາດ
ມີ​ທັກ​ສະ​ວິຊາ​ການ ​ເພື່ອ​ຈັດຕັ້ງປະຕິບັດ, ຕິດຕາມ​ວຽກງານ​ປ້​ອງກັນ​ສຸຂະພາບ, ສຸຂະ​ສຶກສາ, ສົ່ງ​ເສີມ​ສຸຂະພາບ, ສຸຂະ​ອະນາ​ໄມ​ຂອງ​ອາຫານ ​ແລະ ​ໂພຊະ​ນາ​ການ. ​ປິ່ນປົວ​ສຸຂະພາບ​ຂັ້ນຕົ້ນ ​ແລະ ສົ່ງ​ຕໍ່ຄົນ​ເຈັບ​ໄປ​ໂຮງໝໍທີ່​ເໝາະສົມ, ກວດກາ​ດ້ານ​ສຸຂະ​ອະນາ​ໄມ ​ແລະ ປຸກລະດົມ​ປະຊາຊົນ​ໃຫ້​ປະກອບສ່ວນ​ໃນ​ການ​ຮັກສາ​ສິ່ງ​ແວດ​ລ້ອມ.
ອາຊີບ
ເປັນ​ນັກ​ກວດກາ​ດ້ານ​ອະນາ​ໄມ ​ເປັນຕົ້ນ​ແມ່ນ​ເຮັດ​ວຽກນຳ ລັດ ​ແລະ ອົງການ​ຈັດຕັ້ງສາກົນ ​ເຊັ່ນ: ສູນນ້ຳສະອາດ, ສູນລະບາດວິທະຍາ, ອະນາໄມສິ່ງແວດລ້ອມ, ໂຮງໝໍ, ຫ້ອງການສາທາສາລະນະສຸກທັງຢູ່ຂັ້ນສູນ​ກາງ, ​​ແຂວງ, ​ເມືອງ. ນອກຈາກ​ນີ້ຍັງສາມາດ​ເປັນ ອາຈານສອນ ຢູ່ສະ​ຖາ​ບັນ​ການ​ສຶກສາ​ສາທາລະນະ​ສຸກ.
ທີ່ຕັ້ງ ແລະ ຕິດຕໍ່
ວິທະຍາໄລວິທະຍາສາດ ສຸຂະພາບ
ວິທະຍາເຂດ ເພຍວັດ
ຖະໜົນ ສາມແສນໄທ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ. ຕູ້ ປ.ນ 7444
ໂທ: 021 222883, ແຟັກ 021 2140 55
ອີເມວ: contact@uhs.edu.la.
ເວັບໄຊ໌ www.uhs.edu.la

ແຫຼ່ງຂໍ້ມູນ: https://collegemajor.la/



Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ