ສາຂາ ຈັດສັນຄຸ້ມຄອງປ່າໄມ້ ຄະນະວິທະຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດລາວ
ຈັດສັນຄຸ້ມຄອງປ່າໄມ້
ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະວິທະຍາສາດປ່າໄມ້
ມະຫາວິທະຍາໄລແຫ່ງຊາດລາວ
ນິຍາມ
ແລະ ຄວາມສຳຄັນ
ການຈັດສັນຄຸ້ມຄອງປ່າໄມ້ ແມ່ນການສຶກສາກ່ຽວກັບໂຄງສ້າງເຂດທີ່ຢູ່ອາໄສ ແລະ
ການຄຸ້ມຄອງຂັ້ນພື້ນຖານຂອງປ່າ, ສັດ ແລະ ພືດ.
ຮຽນຮູ້ກ່ຽວກັບການອອກແບບ ແລະ ຟື້ນຟູປ່າທຳມະຊາດ,
ການສຳຫຼວດເພື່ອຂຸດຄົ້ນ
ແລະ ຢັ້ງຢືນປ່າໄມ້. ສາຂານີ້ ມີຄວາມສຳຄັນໃນການຄຸ້ມຄອງ ແລະ ນຳໃຊ້ໄມ້ ແລະ
ເຄື່ອງປ່າຂອງດົງ ລວມໄປເຖິງການລ່າສັດປ່າໃຫ້ມີລະບຽບແບບແຜນ, ພ້ອມທັງປູກຈິດສຳນຶກ ໃຫ້ຮູ້ຈັກ ຮັກສາ ແລະ
ຟື້ນຟູປ່າໄມ້ໃຫ້ມີເນື້ອທີ່ເພີ່ມຂຶ້ນ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ ຮຽນກ່ຽວກັບ ການສຳຫຼວດ ແລະ ຈັດສັນປ່າ ໂດຍຈະໄດ້ຮຽນຮູ້ກ່ຽວກັບ
ສາມໜ່ວຍວິຊາຫຼັກຄື: (1) ໜ່ວຍວິຊາ ຊີວະວິທະຍາ – ຮຽນຮູ້ກ່ຽວກັບສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດ, ໂຄງສ້າງ ແລະ ລະບົບນິເວດ; (2) ໜ່ວຍວິຊາ ວະນະວັດວິທະ ຍາ – ການຮຽນຮູ້ກ່ຽວກັບການປູກປ່າກ້າເບ້ຍ, ຟື້ນຟູທຳມະຊາດ ແລະ ການຂະຫຍາຍເຄື່ອງປ່າຂອງດົງ; ແລະ (3)
ໜ່ວຍວິຊາ
ວາງແຜນຈັດສັນປ່າ – ຮຽນຮູ້ກ່ຽວກັບການວາງແຜນຈັດສັນປ່າ, ວັດແທກໄມ້,
ຂຸດຄົ້ນ
ແລະ ການຢັ້ງຢືນປ່າໄມ້.
ວິທີການສິດສອນ
ວິທີການສິດສອນປະກອບມີ 2 ພາກສ່ວນຄື: ພາກທິດສະດີ
ໂດຍຈະໄດ້ສຶກສາຜ່ານການບັນຍາຍ ແລະ ສຳມະນາ ໂດຍເອົາ ນັກສຶກສາເປັນໃຈກາງ ເຊິ່ງນັກສຶກສາ
ສາມາດປຶກສາຫາລືກັນ ເພື່ອຊອກຮູ້ໂດຍມີອາຈານເປັນຜູ້ໃຫ້ຂໍ້ມູນ. ນອກນີ້ ຍັງມີການ
ຂຽນບົດລາຍງານວິຊາການ ທີ່ກ່ຽວຂ້ອງກັບເນື້ອໃນຂອງລາຍວິຊາ. ໃນພາກສ່ວນທີ່ສອງ, ນັກສຶກສາຈະໄດ້ປະຕິບັດຕົວຈິງ ໃນການເຮັດບົດວິໄຈ ຂັ້ນພື້ນຖານ
ເຊັ່ນ: ການຮຽນກ້າແກ່ນ, ການປູກຕົ້ນໄມ້, ການວິໄຈຊະນິດພັນພືດ ແລະ ອື່ນໆ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ວິຊາຄະນິດສາດ, ເຄມີສາດ ແລະ ການນຳໃຊ້ຄອມພິວເຕີ ເພາະວ່າຈະໄດ້ຮຽນນຳໃຊ້
ໂປຼແກຣມສຳຫຼວດປ່າ ແລະ ທີ່ດິນ. ເປັນຄົນ ມັກເຮັດວຽກພາກສະໜາມ; ມີຄວາມສົນໃຈໃນການສຶກສາທາງດ້ານ
ຊີວະວິທະຍາ ຫຼື ຂະແໜງການ ອື່ນໆທີ່ກ່ຽວກັບຕົ້ນໄມ້ ແລະ ການສຳຫຼວດວາງແຜນຈັດສັນປ່າ.
ຈົບແລ້ວສາມາດ
ຮູ້ວິທີການ ປູກປ່າ, ກ້າເບ້ຍ, ການຟື້ນຟູທຳມະຊາດ ເພື່ອຄວາມສົມດູນ ແລະ ຍືນຍົງ; ມີທັກສະໃນການສໍາຫຼວດ ແລະ
ວາງແຜນຈັດສັນຊັບພະຍາກອນປ່າໄມ້ຢ່າງຖືກວິທີ;
ມີຄວາມຮູ້ໃນການສໍາຫຼວດ, ຢັ້ງຢືນ ແລະ ວັດແທກຕົ້ນໄມ້ ແລະ
ຮູ້ວິທີການຄຸ້ມຄອງຊີວະນາໆພັນ ແລະ ປ່າສະຫງວນ.
ອາຊີບ
ເປັນນັກວິຊາການຄຸ້ມຄອງ ຫຼື ຈັດສັນປ່າ ໄມ້ ແລະ ຊັບພະຍາກອນປ່າໄມ້, ເປັນທີ່ປຶກສາໃນການກ້າເບ້ຍໄມ້, ການ ສຳຫຼວດຈັດສັນຊັບພະຍາກອນນໍ້າ ແລະ ປ້ອງກັນປ່າ
ຢູ່ບັນດາກະຊວງ ແລະ ອົງການທີ່ກ່ຽວຂ້ອງ ເຊັ່ນ:
ກະຊວງຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມ, ກະຊວງກະສິກຳ ແລະ ປ່າໄມ້, ແລະ ອົງການພັດທະນາທີ່ກ່ຽວກັບກະສິກຳ, ປ່າໄມ້,
ຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ວິທະຍາສາດປ່າໄມ້
ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 778013
ເວັບໄຊ www.fof.nuol.edu.la


