ສາຂາ ຄຸ້ມຄອງແຫຼ່ງນໍ້າ ແລະ ນຳໃຊ້ທີ່ດິນ ຄະນະວິທະຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດລາວ
ຄຸ້ມຄອງແຫຼ່ງນໍ້າ ແລະ ນຳໃຊ້ທີ່ດິນ
ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະວິທະຍາສາດປ່າໄມ້
ມະຫາວິທະຍາໄລແຫ່ງຊາດລາວ
ນິຍາມ
ແລະ ຄວາມສຳຄັນ
ການຄຸ້ມຄອງແຫຼ່ງນ້ຳ ແລະ ນຳໃຊ້ທີ່ດິນ
ໝາຍເຖິງວິທີການບໍລິຫານຈັດການແຫຼ່ງນ້ຳ ແລະ ການວາງແຜນນຳໃຊ້ທີ່ດິນໃຫ້ຖືກຕາມລັກສະນະພູມສັນຖານ
ແລະ ໃຫ້ມີການນໍາໃຊ້ແບບຍືນຍົງ. ແຫຼ່ງນ້ຳ ແລະ ທີ່ດິນ
ມີຄວາມຈໍາເປັນຕໍ່ການ ດໍາລົງຊີວິດ ແລະ ພັດທະນາເສດຖະກິດໃນຂະແໜງການຕ່າງໆ
ເຊັ່ນ: ກະສິກໍາ, ອຸດສາຫະກໍາ ແລະ
ພະລັງງານ. ດັ່ງນັ້ນການຮຽນສາຂານີ້ຈະຊ່ວຍສົ່ງເສີມການປົກປັກຮັກສາ ແລະ
ໝູນໃຊ້ຊັບພະຍາກອນທຳມະຊາດ ໃຫ້ຍືນຍົງ ແລະ ເກີດປະໂຫຍດສູງສຸດ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂາວິຊານີ້ ສຶກສາຄົ້ນຄ້ວາກ່ຽວກັບ ການຄຸ້ມຄອງແຫຼ່ງນ້ຳ
ໃຫ້ມີຄວາມອຸດົມສົມບູນ ເປັນຕົ້ນ ແມ່ນການສຶກສາກ່ຽວກັບ
ຕົ້ນກໍາເນີດຂອງແຫຼ່ງນໍ້າ ແລະ ການຄຸ້ມຄອງອ່າງໂຕ່ງ; ການວາງແຜນນໍາໃຊ້ທີ່ດິນໃຫ້ແທດເໝາະກັບສະພາບພື້ນທີ່
ເຊັ່ນ: ການຈັດແຈງພື້ນທີ່ດິນສໍາລັບການຜະລິດກະສິກຳ, ອຸດສາຫະກຳ,
ການຄຸ້ມຄອງປ່າສະຫງວນ, ການຄຸ້ມຄອງຊີວະນາໆພັນ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມໃຫ້ຖືກວິທີ.
ວິທີການສິດສອນ
ວິທີການສິດສອນປະກອບມີ ພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເຊັ່ນ:
ການຂຽນບົດລາຍງານແບບກຸ່ມໃນຫົວຂໍ້ທີ່ກ່ຽວຂ້ອງກັບລາຍວິຊາຮຽນ, ສຶກສາວິທີການພັດທະນາຊົນນະບົດ ໂດຍອີງໃສ່ການສົ່ງເສີມການພັດທະນາແບບປະສົມປະສານ
ໂດຍໃຫ້ປະຊາຊົນມີສ່ວນຮ່ວມ, ລົງເກັບກໍາຂໍ້ມູນ
ແລະ ສັງເກດວິທີການຄຸ້ມຄອງແຫຼ່ງນໍ້າ ແລະ ການນໍາໃຊ້ທີ່ດິນ, ວິເຄາະ-ວິໄຈ ຄຸນນະພາບດິນ ແລະ ນ້ຳ
ໂດຍຜ່ານການເກັບກໍາຂໍ້ມູນພາກສະໜາມ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານວິຊາຄະນິດສາດ, ຟີຊິກສາດ,
ເຄມີສາດ, ພູມສາດ ແລະ ຊີວະສາດ; ເປັນຄົນມັກເຮັດວຽກພາກສະໜາມ, ມັກການວິເຄາະ-ວິໄຈ
ແລະ ຊອກຫາສາເຫດ; ມີທັກສະໃນການວາງແຜນ, ການແກ້ໄຂບັນຫາ ແລະ ການສັງເກດ ແລະ ມີຄວາມສົນໃຈໃນການປົກປັກຮັກສາ, ຄຸ້ມຄອງ ແລະ ຟື້ນຟູຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ.
ຈົບແລ້ວສາມາດ
ຮູ້ວິທີການນຳໃຊ້ແຜນທີ່, ສ້າງແບບແຜນການຈັດສັນຄຸ້ມຄອງປ່າໄມ້, ບໍລິຫານ ແລະ ຄຸ້ມຄອງແຫຼ່ງນໍ້າ ແລະ
ນໍາໃຊ້ທີ່ດິນ; ສາມາດນຳໃຊ້ໂປຣແກຣມກ່ຽວກັບການສຳຫຼວດປ່າໄມ້
ແລະ ການນໍາໃຊ້ທີ່ດິນແບບສາມມິຕິ;
ຮູ້ວິທີແປຂໍ້ມູນ
ແລະ ນໍາໃຊ້ຂໍ້ມູນພາບຖ່າຍທາງອາກາດເຂົ້າໃນວຽກງານຕິດຕາມກວດກາ ແລະ
ສໍາຫຼວດພື້ນທີ່ ແລະ ຮູ້ວິທີການວິເຄາະ-ວິໄຈດິນ ແລະ ນ້ຳ.
ອາຊີບ
ເປັນນັກສໍາຫຼວດ, ຄຸ້ມຄອງ ແລະ
ອານຸລັກແຫຼ່ງນໍ້າ, ດິນ ແລະ ປ່າໄມ້; ເປັນທີ່ປຶກສາດ້ານການຄຸ້ມຄອງແຫຼ່ງນ້ຳ ແລະ
ການນໍາໃຊ້ທີ່ດິນ, ເປັນພະນັກງານໃນຂະແໜງການທີ່ກ່ຽວຂ້ອງທັງພາກລັດ
ແລະ ເອກະຊົນ ເຊັ່ນ: ກະຊວງກະສິກຳ ແລະ ປ່າໄມ້,
ກະຊວງຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມ, ຄະນະກຳມະການແມ່ນ້ຳຂອງ
(MRC) ແລະ ອື່ນໆ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ວິທະຍາສາດປ່າໄມ້
ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 778013
ເວັບໄຊ www.fof.nuol.edu.la


