ສາຂາ ການປ່າໄມ້ຊຸມຊົນ ແລະ ພັດທະນາຊົນນະບົດ ຄະນະວິທະຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດລາວ



ການປ່າໄມ້ຊຸມຊົນ ແລະ ພັດທະນາຊົນນະບົດ

ຫຼັກສູດ: ປະລິນຍາ​ຕີ 4 ປີ
ຄະນະວິທະຍາສາດປ່າໄມ້
ມະຫາວິທະຍາໄລ ແຫ່ງຊາດລາວ

ນິຍາມ ແລະ ຄວາມສຳຄັນ

ການຈັດການສິ່ງແວດລ້ອມ ໝາຍເຖິງການຄຸ້ມຄອງ, ບໍລິຫານ ແລະ ຈັດການ ຊັບພະຍາກອນທໍາມະຊາດ ໃຫ້ຢູ່ໃນສະພາບທີ່ສົມບູນ, ມີການນໍາໃຊ້ຢ່າງມີປະສິດທິພາບ ແລະ ເກີດຜົນປະໂຫຍດສູງສຸດ. ຊັບພະຍາກອນທໍາມະຊາດເປັນສິ່ງທີ່ມີຢູ່ຢ່າງຈໍາກັດ ແລະ ເປັນປັດໄຈພື້ນຖານໃຫ້ແກ່ການດໍາລົງຊີວິດຂອງຄົນ, ສັດ ແລະ ພືດ, ເພື່ອໃຫ້ມີການອະນຸລັກ ແລະ ປົກປັກຮັກສາໄວ້ໃຫ້ຄົນຮຸ່ນຕໍ່ໄປ ຈຶ່ງຈໍາເປັນ ທີ່ຈະຕ້ອງມີການຈັດການສິ່ງແວດລ້ອມທີ່ດີ ເພື່ອຮັກສາໄວ້ ແລະ ສາມາດນໍາໃຊ້ໄດ້ຢ່າງຍືນຍົງ.

ວິຊານີ້ຮຽນກ່ຽວກັບຫຍັງ

ວິທີການສິດສອນປະກອບມີການຮຽນກ່ຽວກັບທິດສະດີ ຜ່ານການບັນຍາຍ ແລະ ການສໍາມະນາ, ມີການແລກປ່ຽນຄວາມຄິດ ເຫັນລະຫວ່າງນັກສຶກສາ ພາຍໃນຫ້ອງຮຽນ, ການ​ກໍານົດຫົວຂໍ້​ໃຫ້​ນັກ​ສຶກສາຄົ້ນຄວ້າ ແລະ ຂຽນບົດລາຍງານ. ນອກຈາກນີ້ ຍັງມີການລົງ​ພາກ​ປະຕິບັດ​ຕົວ​ຈິງ​​ໃນ​ບໍລິ​ເວນ​ຄະນະ​ວິຊາ, ຝຶກງານ​ພາກສະໜາມ ແລະ ທັດສະນະສຶກສາ ຢູ່ເນື້ອທີ່ປ່າທົດລອງ, ສະ​ຖາ​ບັນ​ປ່າ​ໄມ້, ​ໂຄງການ​ພັດທະນາ​ຊົນນະບົດ ​ແລະ ​ໂຮງງານ​ປຸງ​ແຕ່ງ​ຜະລິດ​ຕະພັນ​ປ່າ​ໄມ້ ​ແລະ ກະສິກໍາ.



ວິທີການສິດສອນ

ວິທີການສິດສອນປະກອບມີການຮຽນກ່ຽວກັບທິດສະດີ ຜ່ານການບັນຍາຍ ແລະ ການສໍາມະນາ, ມີການແລກປ່ຽນຄວາມຄິດ ເຫັນລະຫວ່າງນັກສຶກສາ ພາຍໃນຫ້ອງຮຽນ, ການ​ກໍານົດຫົວຂໍ້​ໃຫ້​ນັກ​ສຶກສາຄົ້ນຄວ້າ ແລະ ຂຽນບົດລາຍງານ. ນອກຈາກນີ້ ຍັງມີການລົງ​ພາກ​ປະຕິບັດ​ຕົວ​ຈິງ​​ໃນ​ບໍລິ​ເວນ​ຄະນະ​ວິຊາ, ຝຶກງານ​ພາກສະໜາມ ແລະ ທັດສະນະສຶກສາ ຢູ່ເນື້ອທີ່ປ່າທົດລອງ, ສະ​ຖາ​ບັນ​ປ່າ​ໄມ້, ​ໂຄງການ​ພັດທະນາ​ຊົນນະບົດ ​ແລະ ​ໂຮງງານ​ປຸງ​ແຕ່ງ​ຜະລິດ​ຕະພັນ​ປ່າ​ໄມ້ ​ແລະ ກະສິກໍາ.

ທັກສະ/ຄວາມສົນໃຈ

ຄວາມຮູ້ພື້ນຖານວິຊາຄະນິດສາດ, ພູມີສາດ ​ແລະ ຊີວະວິທະຍາມີຄວາມສົນໃຈ ໃນການຄຸ້ມຄອງ ແລະ ປົກປັກຮັກສາ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ແລະ ການພັດທະນາຊົນນະບົດ; ມັກເຮັດວຽກເປັນ​ທີມງານ, ​ເຮັດວຽກ​ຮ່ວມຊຸມຊົນ, ​ຖ່າຍ​ທອດ​ຄວາມ​ຮູ້​ໃຫ້​ປະຊາຊົນ ແລະ ຕ້ອງການຊ່ວຍ​ເຫລືອປະຊາຊົນທີ່​ທຸກ​ຍາກໃນເຂດຊົນນະບົດ.

ຈົບແລ້ວສາມາດ

ທັກສະໃນການວາງ​ແຜນ ການຄຸ້ມ​ຄອງປ່າ​ໄມ້, ພັດທະນາຊົນນະບົດ ​ແລະ ການ​ດໍາ​ເນີນ​ທຸລະ​ກິດ​ຂະໜາດ​ນ້ອຍ; ການເຮັດວຽກກັບຊຸມຊົນ; ໃຫ້​ຄໍາ​ປຶກສາ​ແກ່​ຊຸມ​ຊົນ​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ແຜນການຄຸ້ມຄອງປ່າໄມ້; ສົ່ງເສີມໃຫ້ປະຊາຊົນຮູ້ອະນຸລັກ ແລະ ນໍາໃຊ້ຊັບພະຍາກອນປ່າໄມ້ຖືກຕ້ອງຕາມ​ຫຼັກ​ວິຊາ​ການ ​ແລະ ​ດໍາ​ເນີນການ​ຜະລິດ​ກະສິກໍາ-ປ່າ​ໄມ້ ຕາມ​ຫຼັກ​ເສດຖະສາດ.

ອາຊີບ

ນັກວິຊາ​ການດ້ານອະນຸລັກ ​ແລະ ຄຸ້ມຄອງປ່າໄມ້, ສົ່ງ​ເສີມ ​ແລະ ພັດທະນາຊຸມຊົນ ໃນໜ່ວຍງານພາກລັດ ແລະ ເອກະຊົນ ໃນຂະແໜງການປ່າ​ໄມ້, ການສົ່ງເສີມກະສິກໍາ ​ແລະ ສະຫະກອນ, ການ​ຄຸ້ມ​ຄອງ​ຊັບພະຍາກອນ​ປ່າ​ໄມ້, ​ການ​ພັດທະນາ​ຊົນນະບົດສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ; ​ໂຄງການພັດທະນາ; ບໍລິສັດທີ່ປຶກສາການລົງທຶນ ຫຼື ອົງການຊ່ວຍເຫຼືອ ທີ່ກ່ຽວຂ້ອງ.

ທີ່ຕັ້ງ ແລະ ຕິດຕໍ່

ຄະນະວິທະຍາສາດປ່າໄມ້
ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 778013
ເວັບໄຊ www.fof.nuol.edu.la

ແຫຼ່ງຂໍ້ມູນ: https://collegemajor.la/


Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ