ສາຂາ ຂໍ້ມູນຂ່າວສານ ທາງດ້ານພູມສັນຖານ ວິທະຍາໄລເຕັກນິກສັບພະວິຊາ



ຂໍ້ມູນຂ່າວສານ ທາງດ້ານພູມສັນຖານ

ຫຼັກສູດ: ຊັ້ນສູງ 3 ປີ
ວິທະຍາໄລເຕັກນິກສັບພະວິຊາ

ນິຍາມ ແລະ ຄວາມສຳຄັນ
ຂໍ້ມູນຂ່າວສານທາງດ້ານພູມສັນຖານ ໝາຍເຖິງການນຳໃຊ້ຂໍ້ມູນຂ່າວສານ ​ແລະ ​ລະ​ບົບ​ໂປຣ​ແກຣມ​ເຂົ້າ​ໃນ​ວຽກ​ງານທາງດ້ານ​ການ​ສຳ​ຫຼວດພູມສັນຖານ. ​ສາ​ຂາ​ນີ້ ​ມີ​ຄວາມ​ສຳ​ຄັນ​ໃນ​​​ການອຳ​ນວຍ​ຄວາມສະ​ດວກ​ໃຫ້​ແກ່​ການ​ເກັບ​ກຳ​ຂໍ້​ມູນ​ທາງ​ດ້ານ​ພູມ​ສັນ​ຖານ​ທີ່​ຈຳ​ເປັນ​​ໃນ​ການ​ອອກ​ແບບ​ທາງດ້ານວິ​ສະ​ວະ​ກຳ, ການ​ສຳ​ຫຼວດ​ໜ້າ​ດິນ ​ແລະ ​ລະ​ດັບ​ນ້ຳ​ໂດຍ​ນຳໃ​ຊ້​ໂປຣ​ແກ​ຣມ ​ແລະ ການອອກແບບດ້ານສະ​ຖາ​ປັດ​ຕະ​ຍະ​ກຳ ເຊັ່ນ​ ການ​ອອກ​ແບບ​ອາ​ຄານ​ ແລະ ຜັງເມືອງໃຫ້​ສອດ​ຄ່ອງ​ກັບ​ພື້ນ​ທີ່​ພູມ​ສັນ​ຖານ.

ວິຊານີ້ຮຽນກ່ຽວກັບຫຍັງ
ສຶກສາກ່ຽວກັບສາມດ້ານໃຫຍ່ຄື: ດ້ານພູມສັນຖານ, ດ້ານໄອທີ ແລະ ດ້ານວິສະວະ​ກໍາ​ສະຖາປັດຕະຍະ​ກໍາ ​ເຊິ່ງລວມມີ: ການສຶກສາລັກສະນະຂອງພື້ນດິນ, ການນໍາໃຊ້ທີ່ດິນ ແລະ ສິ່ງປຸກສ້າງ; ລະບົບຄອມພິວເຕີ ແລະ ໂປຣແກຣມຕ່າງໆ ເຊັ່ນ: ລະບົບຄອມພິວເຕີກຣາບຟິກ, ໂປຣແກຣມແຕ້ມແບບ; ເຄື່ອງມື ແລະ ວິທີການເກັບກໍາຂໍ້​ມູນ​, ການ​ສ້າງ​ຖານ​ຂໍ້​ມູນ​ພູມ​ສັນ​ຖານ​ດ້ວຍ​​ໂປຣ​ແກ​ຣມ. ນອກ​ນີ້ ​ຍັງ​ສຶກສາ​ກ່ຽວ​ກັບ​ ພື້ນ​ຖານ​ການ​ສຳ​ຫຼວດ, ວັດ​ແທກ ແລະ ການ​ອອກ​ແບບ​ວາງ​ແຜນ​ການ​ກໍ່​ສ້າງ​ອີກ​ດ້ວຍ.



ວິທີການສິດສອນ
ເນັ້ນໃຫ້ນັກສຶກສາລົງປະ​ຕິ​ບັດ​ຕົວ​ຈິງ​ໂດຍ​ການລົງເກັບກຳຂໍ້ມູນທາງດ້ານພູມສັນຖານກັບຊຸມຊົນເມືອງ, ຊຸມຊົນ​ຊົນ​ນະ​ບົດ ແລະ ອົງກອນຕ່າງໆທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນ. ຫຼັງຈາກນັ້ນນັກສຶກສາຈະໄດ້​ນຳເອົາຂໍ້ມູນດ້ານຕ່າງໆເຫຼົ່ານັ້ນມາວິເຄາະ ເຊັ່ນ: ວິເຄາະການນຳໃຊ້ທີ່ດິນ ແລະ ສິ່ງປຸກສ້າງ, ວິເຄາະດ້ານສິ່ງແວດລ້ອມ, ​ການວິເຄາະດ້ານການສຳຫຼວດອອກແບບ, ວິເຄາະດ້ານປ່າໄມ້, ​ວິເຄາະດ້ານອຸດສາຫະກຳ ແລະ ອື່ນໆ.

ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານທາງດ້ານຄະນິດສາດ ໂດຍສະເພາະແມ່ນ ເລຂາຄະນິດ ແລະ ໄຕມູມມິຕິ, ພູມສາດ, ພາສາອັງກິດ ແລະ ທັກສະພື້ນຖານ ໃນການນຳໃຊ້ຄອມພິວເຕີ. ມີຄວາມສົນໃຈໃນການຊອກຮູ້ ແລະ ຄົ້ນຄວ້າ ກ່ຽວກັບເຕັກໂນໂລຊີໃໝ່ໆ; ສົນໃຈໃນການຊອກຮູ້ກ່ຽວກັບພູມສາດ , ມັກແຕ້ມຮູບ, ແຕ້ມກ່າຍ , ມັກ ຄົ້ນຄວ້າຂໍ້ມູນທາງດ້ານພູມສັນຖານ.

ຈົບແລ້ວສາມາດ
ມີທັກສະພື້ນຖານໃນການສຳຫຼວດວັດແທກພູມສັນຖານ; ທັກສະໃນການເກັບກໍາຂໍ້ມູນ, ອອກແບບຖານຂໍ້ມູນທາງດ້ານພູມສັນຖານ ແລະ ສ້າງແຜນທີ່ພູມສັນຖານ ໂດຍການນໍາໃຊ້ລະບົບໂປຣແກຣມຄອມພິວເຕີຕ່າງໆ ເຊັ່ນ: ໂປຣແກຣມ GIS, AutoCAD Land ​ເພື່ອ​ຮັບ​ໃຊ້​ໃນ​ວຽກອອກ​ແບບ​ດ້ານ​ວິສະວະ​ກໍາ ​ແລະ ສະຖາປັດຕະຍະ​ກໍາ.

ອາຊີບ
ນັກສຶກສາສາມາດປະກອບອາຊີບກ່ຽວກັບການວິໄຈ ແລະ ອອກແບບຖານຂໍ້ມູນ ເພື່ອຮັບໃຊ້ໃນການວຽກງານດ້ານຕ່າງໆເຊັ່ນ: ວຽກງານທາງດ້ານອຸດສາຫະກຳ, ວຽກງານບໍ່ແຮ່, ເຂື່ອນໄຟຟ້າ, ເສັ້ນທາງຄົມມະນາຄົມ, ການນຳໃຊ້ທີ່ດິນ, ເຄຫາຜັງເມືອງ, ຊົນລະປະທານ, ການທ່ອງທ່ຽວທຳມະຊາດ ແລະ ອື່ນໆ ໃນໜ່ວຍງານຂອງລັດ ແລະ ເອກະຊົນ.

ທີ່ຕັ້ງ ແລະ ຕິດຕໍ່
ວິທະຍາໄລເຕັກນິກສັບພະວິຊາ
ບ້ານ ໂສກປ່າຫຼວງ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ
ໂທ: 021 312420 ຫຼື 021 313303

ແຫຼ່ງຂໍ້ມູນ: https://collegemajor.la/


Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ