ສາຂາ ກົນຈັກກະສິກໍາ ວິທະຍາໄລເຕັກນິກລາວເຢຍລະມັນ
ກົນຈັກກະສິກໍາ
ຫຼັກສູດ: ຊັ້ນກາງ 2 ປິ (12 + 2)
ວິທະຍາໄລເຕັກນິກລາວເຢຍລະມັນ
ນິຍາມ
ແລະ ຄວາມສຳຄັນ
ກົນຈັກກະສິກໍາ
ໝາຍເຖິງເຄື່ອງຈັກທີ່ນໍາໃຊ້ເຂົ້າໃນວຽກງານກະສິກໍາປູກຝັງ ແລະ ລ້ຽງສັດ
ເຊິ່ງມີຈຸດປະສົງໃນການອໍານວຍຄວາມສະດວກໃຫ້ແກ່ຊາວກະສິກອນ, ຫຼຸດຜ່ອນຕົ້ນທຶນ ແລະ ເພີ່ມສະມັດຖະພາບການຜະລິດ
ເພື່ອໃຫ້ສອດຄ່ອງກັບແນວ ທາງນະໂຍບາຍສົ່ງເສີມກະສິກໍາ ທີ່ລັດຖະບານໄດ້ວາງອອກ.
ສາຂານີ້ມີຄວາມສໍາຄັນ ທີ່ຈະຊ່ວຍສ້າງນາຍຊ່າງຊໍານານງານ ທີ່ສາມາດສ້ອມແປງ ແລະ
ບໍາລຸງຮັກສາເຄື່ອງຈັກດັ່ງກ່າວ ໃຫ້ສາມາດດໍາເນີນງານໄດ້ຢ່າງມີປະສິດທິພາບ ແລະ
ໄດ້ມາດຕະຖານ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້
ສຶກສາກ່ຽວກັບຄວາມຮູ້ຕ່າງໆທີ່ເປັນອົງປະກອບຂອງເຄື່ອງກົນຈັກກະສິກໍາ ປູກຝັງ ແລະ
ລ້ຽງສັດ ເປັນຕົ້ນແມ່ນ ລົດໄຖນາ, ລົດດໍານາ, ລົດກ່ຽວເຂົ້າ, ຈັກຟາດເຂົ້າ ແລະ ອື່ນໆ; ເຊິ່ງໃນນັ້ນ ນັກສຶກສາຈະໄດ້ຮຽນຮູ້ຕັ້ງແຕ່
ໂຄງສ້າງຂອງເຄື່ອງຈັກ ແລະ ລະບົບທີ່ກ່ຽວຂ້ອງກັບການທໍາງານຕ່າງໆຂອງເຄື່ອງຈັກ, ວິທີການນໍາໃຊ້ ແລະ
ເຕັກນິກໃນການສ້ອມແປງເຄື່ອງຈັກດັ່ງກ່າວ ແລະ ວິທີການໃນການບໍາລຸງຮັກສາ
ເພື່ອເພີ່ມອາຍຸການໃຊ້ງານຂອງເຄື່ອງຈັກ ໃຫ້ໄດ້ຍາວນານ.
ວິທີການສິດສອນ
ວິທີການສິດສອນຂອງສາຂານີ້
ລວມມີການຮຽນທິດສະດີພຽງແຕ່ 40%
ສ່ວນອີກ 60% ແມ່ນຈະເນັ້ນໃສ່ການຮຽນຈາກພາກປະຕິບັດຕົວຈິງເຊັ່ນ:
ນັກຮຽນຈະໄດ້ມີການປະກອບ ແລະ ແປງເຄື່ອງຈັກການກະເສດ
ເຊິ່ງຈະນໍາໃຊ້ຫຼັກການສິດສອນແບບ 4 ຂັ້ນຕອນ ເຊັ່ນ: ອາຈານອະທິບາຍ, ສາທິດ, ຕິດຕາມ, ກວດກາ ໂດຍ ນັກຮຽນ ເຮັດຕາມ ແລະ ເຝິກແອບ; ແລະ ນັກຮຽນຈະໄດ້ລົງເຝິກງານນໍາບໍລິສັດຕ່າງໆທີ່ກ່ຽວຂ້ອງ
ແລະ ສາມາດເຝິກງານພາຍໃນໂຮງຮຽນກໍ່ໄດ້.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ດ້ານວິຊາວິທະຍາສາດທໍາມະຊາດເຊັ່ນ: ຄະນິດສາດ, ຟິຊິກສາດ ແລະ ການແຕ້ມຮູບ; ມີຄວາມມັກຮັກ ໃນການສ້ອມແປງເຄື່ອງມືໃດໜຶ່ງ ແລະ ການຕິດຕັ້ງອຸປະກອນຕ່າງໆ; ເປັນຄົນ ມັກອອກແຮງງານ, ມີຄວາມອົດທົນ, ມັກຊອກຮູ້, ຊອກສຶກສາດ້ວຍຕົນເອງ ແລະ ມີຄວາມດຸໝັ່ນຂະຫຍັນພຽນ.
ຈົບແລ້ວສາມາດ
ມີຄວາມຮູ້ກ່ຽວກັບຊິ້ນສ່ວນປະກອບຕ່າງໆ
ແລະ ມີຄວາມເຂົ້າໃຈກ່ຽວກັບລະບົບການເຮັດວຽກຂອງເຄື່ອງກົນຈັກກະສິກໍາ; ມີີຄວາມຮູ້ພື້ນຖານກ່ຽວກັບການຄວບຄຸມ ແລະ ນໍາໃຊ້ເຄື່ອງກົນຈັກກະສິກໍາ
ເຂົ້າໃນວຽກງານປູກຝັງ ແລະ ລ້ຽງສັດ; ສາມາດຄິດໄລ່ສ້ອມແປງເຄື່ອງກົນຈັກກະສິກໍາ; ແລະ
ຮູ້ວິທີການທີ່ເໝາະສົມໃນການບໍາລຸງຮັກສາເຄື່ອງກົນຈັກກະສິກໍາ.
ອາຊີບ
ສາມາດປະກອບອາຊີບເປັນວິຊາການ ແລະ
ນາຍຊ່າງທາງດ້ານກົນຈັກກະສິກໍາ ທີ່ບັນຈຸເຂົ້າໃນສັງກັດຕ່າງໆ ບໍ່ວ່າຈະເປັນ
ບໍລິສັດທີ່ນໍາເຂົ້າ, ຈໍາໜ່າຍ, ຜະລິດ ຫຼື ມີການນໍາໃຊ້ກົນຈັກກະສິິກໍາ ເຊັ່ນ: ບໍລິສັດ
KUBOTA
ແລະ ຫ້າງຮ້ານອື່ນໆທີ່ກ່ຽວຂ້ອງ. ນອກນີ້
ຍັງສາມາດປະກອບທູລະກິດສ່ວນຕົວທີ່ກ່ຽວກັບການແປງລົດ ແລະ ກົນຈັກຕ່າງໆ.
ທີ່ຕັ້ງ ແລະ ຕິດຕໍ່
ວິທະຍາໄລເຕັກນິກລາວ-ເຢຍລະມັນ
ຖະຫນົນ ທ່າເດື່ອ Km3, ບ້ານ ວັດນາກ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ.


