ສາຂາ ຂຸດຄົ້ນ-ປຸງແຕ່ງແຮ່ທາດ ວິທະຍາໄລ ເຕັກນິກສັບພະວິຊາ
ຂຸດຄົ້ນ-ປຸງແຕ່ງແຮ່ທາດ
ວິທະຍາໄລ ເຕັກນິກສັບພະວິຊາ
ຫຼັກສູດ: ຊັ້ນກາງ 2 ປີ | ຊັ້ນສູງ 1
ປີ 5 ເດືອນ
ນິຍາມ
ແລະ ຄວາມສຳຄັນ
ການຂຸດຄົ້ນແຮ່ທາດ ໝາຍເຖິງ ການຂຸດຄົ້ນເອົາແຮ່ທາດທີ່ຢູ່ໃຕ້ດິນ ແລະ
ເບື້ອງເທິງໜ້າດິນ ເພື່ອຕອບສະໜອງໃຫ້ແກ່ວຽກງານວິສະວະກໍາການປຸງແຕ່ງແຮ່ໃຫ້ມີຄຸນນະພາບສູງຂຶ້ນ
ເຊິ່ງມີຄວາມສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ
ໃນຂົງເຂດອຸດສາຫະກໍາບໍ່ແຮ່ທີ່ກໍາລັງຂະຫຍາຍຕົວ. ປະຈຸບັນ ຂະແໜງບໍ່ແຮ່ ມີຄວາມຕ້ອງການ
ນາຍຊ່າງເຕັກນິກທີ່ມີຄວາມຊໍານານ ແລະ ຄວາມຮູ້ ໂດຍສະເພາະວິຊາການ
ຂຸດຄົ້ນແຮ່ທາດ ແລະ ປຸງແຕ່ງແຮ່ທາດ ເພື່ອຕອບສະໜອງໃຫ້ແກ່ຂະແໜງດັ່ງກ່າວ.
ວິຊານີ້ຮຽນກ່ຽວກັບຫຍັງ
ຂະແໜງຂຸດຄົ້ນແຮ່ທາດ
ແມ່ນຂະແໜງໜຶ່ງທີ່ສັງກັດພາກວິຊາ
ຂຸດຄົ້ນ-ປຸງແຕ່ງແຮ່ທາດ ເຊິ່ງສຶກສາກ່ຽວກັບ ທໍລະນີ
ສາດຂອງແຮ່ທາດທາງດ້ານຟິຊິກ ແລະ ເຄມີ,
ການກໍາເນີດຂອງຫີນ
ແລະ ແຮ່ທາດຕ່າງໆໃນທໍາມະຊາດ ແລະ ຂະບວນການປ່ຽນແປງຂອງໂລກ. ນອກຈາກນີ້
ຍັງໄດ້ຮຽນຮູ້ພື້ນຖານກ່ຽວກັບການຂຸດຄົ້ນ,
ເຄື່ອງຈັກອຸປະກອນທີ່ໃຊ້ໃນການຂຸດຄົ້ນ
ແລະ ຮູບແບບວິທີການຂຸດຄົ້ນແຮ່ທາດຕ່າງໆໃນທໍາມະຊາດ.
ວິທີການສິດສອນ
ວິທີການສິດສອນ ປະກອບມີທັງພາກທິດສະດີ ແລະ ປະຕິບັດຕົວຈິງ.
ທາງພາກທິດສະດີ ຈະສຶກສາກ່ຽວກັບພາວະການຄົງຕົວຂອງແຮ່ທາດ, ປະລິມານແຮ່ທາດ ແລະ ເນື້ອແຮ່ທາດໃນທໍາມະຊາດ, ຂະບວນການປຸງແຕ່ງແຮ່ທາດ, ການແຍກແຮ່ທາດດ້ວຍວິທີຕ່າງໆ ແລະ
ມີພາກປະຕິບັດຕົວຈິງຢູ່ຕາມໂຮງງານປຸງແຕ່ງແຮ່ທາດໃນທົ່ວປະເທດ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ເຄມີສາດ ໂດຍສະເພາະແມ່ນ ເຄມີຟິຊິກ,
ເຄມີອົງຄະທາດ
ແລະ ເຄມີອະນົງຄະທາດ; ດ້ານພູມສາດ, ຄະນິດສາດ ແລະ ພາສາຕ່າງປະເທດ. ເປັນຄົນ ມັກຄວາມທ້າທາຍ, ຊອກຫາຄວາມຮູ້ໃໝ່ໆ, ມັກພະຈົນໄພ, ມັກການວິເຄາະ-ວິໄຈທາງດ້ານເຄມີ; ມີຄວາມສົນໃຈພິເສດໃນການສຶກສາກ່ຽວກັບ
ທາດເຄມີທີ່ປະກອບຢູ່ໃນດິນ, ຫີນ ແລະ ແຮ່ທາດຕ່າງໆ.
ຈົບແລ້ວສາມາດ
ຮູ້ໄດ້ຄຸນລັກສະນະໂຄງປະກອບສ້າງທາງດ້ານອາຕອມຂອງຫີນ ແລະ
ແຮ່ທາດໃນທໍາມະຊາດ, ການກໍາເນີດໂລກ, ຂະບວນການວິວັດຂອງຫີນ ແລະ
ແຮ່ໃນແຕ່ລະຍຸກສະໄໝ; ສາມາດປຸງແຕ່ງແຮ່ທາດໃນລະດັບຂັ້ນພື້ນຖານ; ຈໍາແນກ ແລະ
ຮູ້ນໍາໃຊ້ບັນດາທາດເຄມີຕ່າງໆເຂົ້າໃນຂະບວນການປຸງແຕ່ງແຮ່ ແລະ ການແຍກແຮ່ທາດ; ຮູ້ວິທີການປ້ອງກັນຜົນກະທົບທາງດ້ານສິ່ງແວດລ້ອມໃນລະດັບຂັ້ນພື້ນຖານ; ແລະ ຮູ້ນໍາໃຊ້ເຄື່ອງຈັກອຸປະກອນການປຸງແຕ່ງແຮ່ທາດ.
ອາຊີບ
ເປັນຜູ້ຊ່ວຍ ຫຼື ວິຊາການ ປຸງແຕ່ງແຮ່ທາດ ຢູ່ໂຮງງານອຸດສາຫະກໍາ; ສາມາດດໍາເນີນທຸລະກິດໃນລະດັບພື້ນຖານຂອງການຂຸດຄົ້ນແຮ່ທາດ
ແລະ ປຸງແຕ່ງແຮ່ທາດ; ເປັນພະນັກງານໃນອົງການທີ່ກ່ຽວຂ້ອງເຊັ່ນ:
ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ,
ກະຊວງ
ພະລັງງານ ແລະ ບໍ່ແຮ່, ແລະ ບັນດາບໍລິສັດ
ອຸດສາຫະກໍາປຸງແຕ່ງແຮ່ທາດ.
ທີ່ຕັ້ງ ແລະ ຕິດຕໍ່
ວິທະຍາໄລເຕັກນິກສັບພະວິຊາ
ບ້ານ ໂສກປ່າຫຼວງ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ


