ສາຂາ ກົນຈັກໜັກ ວິທະຍາໄລເຕັກນິກລາວເຢຍລະມັນ
ກົນຈັກໜັກ
ຫຼັກສູດ: ຊັ້ນກາງ 2 ປິ (12 + 2)
ວິທະຍາໄລເຕັກນິກລາວເຢຍລະມັນ
ນິຍາມ ແລະ ຄວາມສຳຄັນ
ກົນຈັກໜັກ ແມ່ນປະເພດເຄື່ອງຈັກຂອງພາຫະນະ
ທີ່ຮັບໃຊ້ເຂົ້າໃນວຽກງານຂຸດຄົ້ນ ແລະ ກໍ່ສ້າງ ເຊັ່ນ: ລົດບັນທຸກ, ລົດຈົກ, ລົດດຸດ
ແລະ ລົດເກດ ເປັນຕົ້ນ. ສາຂານີ້ມີຄວາມສໍາຄັນ ເນື່ອງຈາກໃນປັດຈຸບັນ
ໄດ້ມີການນໍາໃຊ້ເຄື່ອງຈັກເຂົ້າໃນທຸກຂົງເຂດອຸດສາຫະກໍາຢ່າງຫຼວງຫຼາຍ ດັ່ງນັ້ນ
ຈຶ່ງມີຄວາມຈໍາເປັນຕ້ອງໄດ້ມີຊ່າງຊໍານານງານ ທີ່ສາມາດນໍາໃຊ້, ສ້ອມແປງ ແລະ ບໍາລຸງຮັກສາ ເຄື່ອງຈັກດັ່ງກ່າວ
ເພື່ອເຮັດໃຫ້ສາມາດດໍາເນີນງານໄດ້ຢ່າງມີປະສິດທິພາບ, ວ່ອງໄວ ແລະ ໄດ້ມາດຕະຖານ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້
ສຶກສາກ່ຽວກັບຄວາມຮູ້ຕ່າງໆທີ່ເປັນອົງປະກອບຂອງເຄື່ອງກົນຈັກໜັກ
ທີ່ໃຊ້ເຂົ້າໃນວຽກງານຂຸດຄົ້ນ ແລະ ກໍ່ສ້າງ ເປັນຕົ້ນແມ່ນ ລົດບັນທຸກ, ລົດຈົກ, ລົດຕັກ, ລົດດຸດ ແລະ ລົດເກດ ເຊິ່ງໃນນັ້ນ
ນັກສຶກສາຈະໄດ້ຮຽນຮູ້ຕັ້ງແຕ່ ໂຄງສ້າງຂອງເຄື່ອງຈັກ ແລະ
ລະບົບທີ່ກ່ຽວຂ້ອງກັບການທໍາງານຕ່າງໆຂອງເຄື່ອງຈັກ, ວິທີການນໍາໃຊ້ ແລະ
ເຕັກນິກໃນການສ້ອມແປງເຄື່ອງຈັກດັ່ງກ່າວ ແລະ ວິທີການໃນການບໍາລຸງຮັກສາ
ເພື່ອເພີ່ມອາຍຸການໃຊ້ງານຂອງເຄື່ອງຈັກ ໃຫ້ໄດ້ຍາວນານ.
ວິທີການສິດສອນ
ວິທີການສິດສອນຂອງສາຂານີ້ ລວມມີການຮຽນທິດສະດີພຽງແຕ່ 40% ສ່ວນອີກ 60% ແມ່ນຈະເນັ້ນໃສ່ການຮຽນຈາກພາກປະຕິບັດຕົວຈິງເຊັ່ນ:
ນັກຮຽນຈະໄດ້ມີການປະກອບ ແລະ ສ້ອມແປງເຄື່ອງຈັກໜັກ ເຊິ່ງຈະນໍາໃຊ້ຫຼັກການ
ສິດສອນແບບ 4 ຂັ້ນຕອນ ເຊັ່ນ:
ອາຈານອະທິບາຍ, ສາທິດ, ຕິດຕາມ, ກວດກາໂດຍ
ນັກຮຽນ ເຮັດຕາມ ແລະ ຝຶກແອບ. ນັກຮຽນຈະໄດ້ລົງຝຶກງານນໍາບໍລິສັດຕ່າງໆທີ່ກ່ຽວຂ້ອງ
ແລະ ສາມາດຝຶກງານພາຍໃນໂຮງຮຽນກໍ່ໄດ້.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ດ້ານວິຊາວິທະຍາສາດທໍາມະຊາດ ເຊັ່ນ: ຄະນິດສາດ, ຟິຊິກສາດ ແລະ ການແຕ້ມຮູບ; ມີຄວາມມັກຮັກ ໃນການສ້ອມແປງເຄື່ອງມືໃດໜຶ່ງ ແລະ ການຕິດຕັ້ງອຸປະກອນຕ່າງໆ; ເປັນຄົນ ມັກອອກແຮງງານ, ມີຄວາມອົດທົນ, ມັກຊອກຮູ້, ຊອກສຶກສາດ້ວຍຕົນເອງ ແລະ ມີຄວາມດຸໝັ່ນຂະຫຍັນພຽນ.
ຈົບແລ້ວສາມາດ
ມີຄວາມຮູ້ກ່ຽວກັບຊິ້ນສ່ວນປະກອບຕ່າງໆຂອງກົນຈັກໜັກ ແລະ
ມີຄວາມເຂົ້າໃຈ ກ່ຽວກັບ
ລະບົບການເຮັດວຽກຂອງກົນຈັກໜັກຂອງພາຫະນະປະເພດຕ່າງໆ; ມີີຄວາມຮູ້ພື້ນຖານ ກ່ຽວກັບ ການຄວບຄຸມ ແລະ
ນໍາໃຊ້ເຄື່ອງກົນຈັກໜັກເຂົ້າໃນວຽກງານຂຸດຄົ້ນ ແລະ ກໍ່ສ້າງ; ສາມາດຄິດໄລ່ສ້ອມແປງກົນຈັກໜັກ ແລະ
ຮູ້ວິທີການທີ່ເໝາະສົມໃນການບໍາລຸງຮັກສາກົນຈັກໜັກ.
ອາຊີບ
ສາມາດປະກອບອາຊີບເປັນວິຊາການ ແລະ
ນາຍຊ່າງທາງດ້ານກົນຈັກໜັກ ທີ່ບັນຈຸເຂົ້າໃນສັງກັດຕ່າງໆ ບໍ່ວ່າຈະເປັນ
ບໍລິສັດທີ່ນໍາເຂົ້າ, ຈໍາໜ່າຍ, ຜະລິດ ຫຼື ມີການນໍາໃຊ້ກົນຈັກໜັກ ເຊັ່ນ: ບໍລິສັດ RMA, ບໍລິສັດພູເບ້ຍມາຍນິ້ງ ແລະ ບໍລິສັດຕ່າງໆທີ່ກ່ຽວຂ້ອງ.
ນອກນີ້ ຍັງສາມາດປະກອບທູລະກິດສ່ວນຕົວທີ່ກ່ຽວກັບການແປງລົດ ແລະ ກົນຈັກຕ່າງໆ.
ທີ່ຕັ້ງ ແລະ ຕິດຕໍ່
ວິທະຍາໄລເຕັກນິກລາວ-ເຢຍລະມັນ
ຖະຫນົນ ທ່າເດື່ອ Km3, ບ້ານ ວັດນາກ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ.
ໂທ: 021
312432, ແຟັກ: 021
312538.


