ສາຂາ ຈັກກົນໂຮງງານ ວິທະຍາໄລເຕັກນິກລາວເຢຍລະມັນ
ຈັກກົນໂຮງງານ
ຫຼັກສູດ: ຊັ້ນກາງ 2 ປິ | ຊັ້ນກາງ 3 ປີ (9 + 3) | ຊັ້ນສູງຕໍ່ເນື່ອງ 1 – 1.5 ປີ (12+2+1 ຫຼື 1.5)
ວິທະຍາໄລເຕັກນິກລາວເຢຍລະມັນ
ນິຍາມ ແລະ ຄວາມສຳຄັນ
ນາຍຊ່າງຈັກກົນ
ແມ່ນນາຍຊ່າງທີ່ຜະລິດເຄື່ອງມືອຸປະກອນເຄື່ອງຈັກເພື່ອຮັບໃຊ້ເຂົ້າໃນໂຮງຈັກໂຮງງານຕ່າງໆ.
ສາຂານີ້ມີຄວາມສຳຄັນເນື່ອງຈາກ ຂະແໜງອຸດສາຫະກຳຂອງປະເທດເຮົາກຳລັງມີການພັດທະນາ ແລະ
ຂະຫຍາຍຕົວຢ່າງວ່ອງໄວ ຈຶ່ງມີຄວາມຮຽກຮ້ອງຕ້ອງການໃຫ້ມີບຸກຄະລາກອນທາງດ້ານນີ້
ເພື່ອໃຫ້ປະເທດເຮົາສາມາດຜະລິດ ເຄື່ອງມື ເພື່ອມາຮັບໃຊ້ໃນຂະແໜງການດັ່ງກ່າວເອົາເອງ ແລະ
ທັ່ງຊ່ວຍຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດອີກດ້ວຍ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂາ ຈັກກົນໂຮງງານ ແມ່ນການສຶກສາກ່ຽວກັບການຜະລິດສ້າງບັນດາ
ຊິ້ນສ່ວນ,
ອຸປະກອນ, ອາໄຫຼ່ ຂອງເຄື່ອງຈັກ ແລະ
ການຄວບຄຸມເຄື່ອງຈັກຕ່າງໆໃນໂຮງງານ.
ນັກສຶກສາຍັງຈະໄດ້ຮຽນຮູ້ການໃຊ້ເຄື່ອງອຸປະກອນໃນການຜະລິດເຄື່ອງມືຕ່າງໆ ຈົນໄປເຖິງການສ້ອມແປງ, ຄົ້ນຄິດ ແລະ ອອກແບບ ນະວັດຕະກໍາໃໝ່ໆທີ່ກ່ຽວກັບຈັກກົນ.
ວິທີການສິດສອນ
ແມ່ນຈະເນັ້ນທິດສະດີພຽງແຕ່ 30% ສ່ວນອີກ 70% ແມ່ນຈະເນັ້ນການປະຕິບັດຕົວຈິງ ໂດຍນັກສືກສາຈະໄດ້ນໍາໃຊ້ບົດ
ຮຽນທີ່ໄດ້ຮຽນໃນຫ້ອງຮຽນ ເພື່ອມາປະຕິບັດຕົວຈິງໃນການຜະລິດ ອຸປະກອນ ເຊັ່ນ:
ກ່ອນຜະລິດເຟືອງ ນັກສຶກສາຈະໄດ້ ຄິດໄລ່ຄໍານວນ, ອອກແບບ ເຟືອງ ແລະ
ຈັດການວາງໜ້າວຽກວ່າອັນໃດຄວນເຮັດກ່ອນ ແລະ ຫຼັງເປັນຕົ້ນ; ມີການເຮັດບົດລາຍງານເປັນໄລຍະ; ແລະ ພ້ອມນັ້ນ
ນັກສຶກສາຍັງຈະໄດ້ລົງຝຶກງານນຳບັນດາໂຮງງານຂອງທັງພາກລັດ ແລະ ເອກະຊົນທີ່ກ່ຽວຂ້ອງ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ດ້ານວິຊາຄິດໄລ່ເຊັ່ນ: ຄະນິດສາດ, ເຄມີສາດ, ຟີຊິກສາດ, ຄອມພິວເຕີ, ວິຊາແຕ້ມຮູບ; ມີທັກສະ ໃນການນຳໃຊ້ອຸປະກອນສ້ອມແປງ; ມີພື້ນຖານໃນການສ້ອມແປງເຄື່ອງມື ຫຼື
ສ້ອມແປງລົດຍິ່ງເປັນການດີ; ເປັນຄົນ ມັກອອກແຮງງານ, ຊອກຮູ້ສຶກສາເອົາເອງ, ດຸໝັ່ນຂະຫຍັນພຽນ; ແລະ ມີຄວາມສົນໃຈ ໃນອາຊີບນາຍຊ່າງ ແລະ ການຜະລິດອຸປະກອນເຄື່ອງມື.
ຈົບແລ້ວສາມາດ
ສາມາດຜະລິດຊິ້ນສ່ວນອຸປະກອນຕ່າງໆຂອງເຄື່ອງຈັກ; ມີທັກສະ ແລະ ຄວາມສາມາດໃນການສ້ອມແປງ ແລະ
ບໍາລຸງຮັກສາເຄື່ອງຈັກ; ມີຄວາມສາມາດໃນການອອກແບບ
ແລະ ຄົ້ນຄິດ ນະວັດຕະກຳໃໝ່ໆກ່ຽວກັບຈັກກົນໄດ້; ແລະ ມີຄວາມຮູ້ຄວາມສາມາດໃນການຄວບຄຸມເຄື່ອງຈັກຕ່າງໆໃນໂຮງຈັກໂຮງງານ.
ອາຊີບ
ເປັນນາຍຊ່າງ ແລະ
ພະນັກງານຜະລິດອຸປະກອນກົນຈັກຕາມໂຮງງານຜະລິດຊິ້ນສ່ວນ ແລະ
ໂຮງງານຕ່າງໆທີ່ກ່ຽວຂ້ອງກັບຈັກກົນ ທັງໃນພາກລັດ ແລະ ບໍລິສັດເອກະຊົນຕ່າງໆ. ນອກຈາກນີ້
ນັກສຶກສາຍັງສາມາດປະກອບທຸລະກິດສ່ວນຕົວເຊັ່ນ ເປີດໂຮງກຶງໂຮງຊ່ຽນຕ່າງໆ.
ທີ່ຕັ້ງ ແລະ ຕິດຕໍ່
ວິທະຍາໄລເຕັກນິກລາວ-ເຢຍລະມັນ
ຖະຫນົນ ທ່າເດື່ອ Km3, ບ້ານ ວັດນາກ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ.
ໂທ: 021
312432, ແຟັກ: 021
312538.


