ສາຂາ ເຕັກນິກລັງສີ ແລະ ຮູບພາບການແພດ ມະຫາວິທະຍາໄລວິທະຍາສາດສຸຂະພາບ
ເຕັກນິກລັງສີ ແລະ ຮູບພາບການແພດ
ຫຼັກສູດ: ປະລິນຍາຕຣີ 6 ປີ
ມະຫາວິທະຍາໄລວິທະຍາສາດສຸຂະພາບ
ນິຍາມ ແລະ ຄວາມສຳຄັນ
ເຕັກນິກລັງສີ ແລະ
ຮູບພາບການແພດ ແມ່ນສາຂາໜຶ່ງຂອງການແພດ
ທີ່ນໍາໃຊ້ເຕັກໂນໂລຊີທີ່ໄດ້ຈາກ ການສ່ອງໄຟຟ້າ ແລະ ເອໂກ ເປັນຕົ້ນ ເພື່ອໃຫ້ໄດ້ຮູບພາບຂອງພາກສ່ວນຕ່າງໆຂອງຮ່າງກາຍ
ເພື່ອຊ່ວຍໃນການບົ່ງມະຕິ ແລະ ປິ່ນປົວພະຍາດ. ສາຂານີ້ ມີຄວາມສໍາຄັນ
ເນື່ອງຈາກ ມັນຈະຊ່ວຍໃຫ້ເຫັນສະພາບຂອງອະໄວຍະວະພາຍໃນຮ່າງກາຍ
ກໍລະນີມີການບາດເຈັບ ເຊັ່ນ: ກະດູກຫັກ ຫຼື ສະໝອງໄດ້ຮັບການກະທົບ ແລະ
ຍັງສາມາດຕິດຕາມວິວັດທະນາການຂອງພະຍາດຕ່າງໆ ອີກດ້ວຍ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້
ຮຽນກ່ຽວກັບການນຳໃຊ້ເຄື່ອງຈັກທີ່ທັນສະໄໝ
ເຂົ້າມາຊ່ວຍໃນການບົ່ງມະຕິທາງການແພດເປັນຕົ້ນກໍແມ່ນ ເຄື່ອງ X-ray, CT Scan, ເຄື່ອງ ເອໂກ (Ultrasound) ແລະ ອື່ນໆ ເພື່ອປະເມີນຮູບພາບກ່ຽວກັບອະໄວຍະວະພາຍໃນ
ແລະ ກວດກາຫາສິ່ງທີ່ຜິດປົກກະຕິໃນຮ່າງກາຍຂອງມະນຸດ, ເພື່ອເປັນຕົວຊ່ວຍໃຫ້ແກ່ທ່ານໝໍໃນການບົ່ງມະຕິ
ແລະ ປິ່ນປົວຄົນເຈັບໄດ້ຢ່າງຖືກຕ້ອງ ແລະ ທັນກັບພະຍາດ.
ວິທີການສິດສອນ
ວິທີການສິດສອນຂອງສາຂານີ້ ເນັ້ນການສອນແບບບັນລະຍາຍໄປຄຽງຄູ່ກັບການສາທິດຂອງຄູອາຈານ ຕາມຫ້ອງທົດລອງ . ຫຼັງຈາກນັ້ນ, ນັກສຶກສາທຸກຄົນ ຈະຕ້ອງໄດ້ປະຕິບັດຕົວຈິງຢູ່ໂຮງໝໍ ເຊັ່ນ: ການຈັດ ທ່າຄົນເຈັບເພື່ອສ່ອງລັງສີ, ວິທີການຖ່າຍຮູບພາບລັງສີ, ແລະ ຂະບວນການລ້າງຮູບພາບລັງສີ ເປັນຕົ້ນ. ນອກຈາກນີ້, ກໍ່ຍັງມີການມອບຫົວຂໍ້ໃຫ້ນັກສຶກສາຄົ້ນຄວ້າດ້ວຍຕົນເອງ ແລະ ມີການເຮັດບົດລາຍງານ ສົ່ງ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານທາງດ້ານ
ຄະນິດສາດ, ຟິຊິກສາດ,
ເຄມີສາດ, ຄອມພິວເຕີ ແລະ ພາສາອັງກິດ; ເປັນຄົນ ມັກສັງເກດ; ມີທັກສະໃນການນໍາໃຊ້ເຄື່ອງຈັກ ແລະ
ມີຄວາມສົນໃຈໃນ ເຕັກໂນໂລຊີ ກໍ່ຍິ່ງເປັນຜົນດີ
ເພາະຈະໄດ້ຮຽນກ່ຽວກັບການນຳໃຊ້ເຄື່ອງຈັກທີ່ທັນສະໄໝເພື່ອໃຫ້ໄດ້ຮູບພາບລັງສີຂອງຮ່າງກາຍມະນຸດ.
ຈົບແລ້ວສາມາດ
ສາມາດນຳໃຊ້ເຄື່ອງຈັກທາງການແພດເປັນຕົ້ນກໍ່ແມ່ນ
ເຄື່ອງ X-ray, CT Scan, Ultrasound ແລະ ອື່ນໆ
ເພື່ອໃຫ້ໄດ້ຮູບພາບລັງສີເຂົ້າມາຊ່ວຍໃນການບົ່ງມະຕິພະຍາດຂອງທ່ານໝໍ ແລະ
ສາມາດຖ່າຍທອດຄວາມຮູ້ ແລະ ປະສົບການດ້ານລັງສີວິທະຍາໃຫ້ແກ່ນັກສຶກສາແພດ
ແລະ ພະນັກງານແພດໃນຂະແໜງການຕ່າງໆ.
ອາຊີບ
ສາມາດປະກອບອາຊີບ
ເປັນນັກເຕັກນິກລັງສີ ຢູ່ໂຮງໝໍທັງໃນພາກລັດ ແລະ ເອກະຊົນ; ເປັນອາຈານສອນດ້ານເຕັກນິກລັງສີ ຢູ່ພາກວິຊາ
ເຕັກນິກລັງສີ ແລະ ຮູບພາບການແພດ ໃນຄະນະເຕັກນິກການແພດ
ຂອງມະຫາວິທະຍາໄລວິທະຍາສາດສຸຂະພາບ;
ປະກອບອາຊີບອິດສະຫຼະ
ເຊັ່ນ: ເປີດໃຫ້ບໍລິການດ້ານ ເຕັກນິກລັງສີ ແລະ ຮູບພາບການແພດ.
ທີ່ຕັ້ງ ແລະ ຕິດຕໍ່
ວິທະຍາໄລວິທະຍາສາດ
ສຸຂະພາບ
ວິທະຍາເຂດ ເພຍວັດ
ຖະໜົນ ສາມແສນໄທ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ. ຕູ້ ປ.ນ 7444
ໂທ: 021 222883, ແຟັກ 021 2140 55
ອີເມວ: contact@uhs.edu.la.
ເວັບໄຊ໌ www.uhs.edu.la


