ສາຂາ ວິເຄາະການແພດ ຄະນະພະຍາບານສາດ, ມະຫາວິທະຍາໄລ​ວິ​ທະ​ຍາ​ສາດ​ສຸ​ຂະ​ພາບ



ວິເຄາະການແພດ

ຫຼັກສູດ: ປະລິນຍາ​ຕີ ​6 ປີ
ກ່ອນ​ເຂົ້າຮຽນຄະນະ​ການ​ແພດ​ແມ່ນ​ຈະ​ຕ້ອງ​ຜ່ານ​ຄະນະ​ວິທະຍາສາດ​ພື້ນຖານ​ກ່ອນ​ໄລຍະ 3 ປີ ຫຼັງຈາກ​ນັ້ນຮຽນຢູ່​ຄະນະ​ການ​ແພດ 3 ປີ
ຄະນະພະຍາບານສາດ, ມະຫາວິທະຍາໄລ​ວິ​ທະ​ຍາ​ສາດ​ສຸ​ຂະ​ພາບ

ນິຍາມ ແລະ ຄວາມສຳຄັນ
ວິເຄາະການແພດ ໝາຍ​ເຖິງ ວິທະຍາສາດທາງການແພດ ທີ່ນຳໃຊ້ເຕັກນິກການກວດກາວິເຄາະ ເພື່ອຊອກຫາເຊື້ອພະຍາດ ເຊິ່ງສາມາດຊ່ວຍໃນການບົ່ງມະຕິພະຍາດໃຫ້ໄດ້ວ່ອງໄວ ແລະ ຊັດເຈນ ເຊັ່ນ: ກວດກາເຊື້ອແມ່ກາຝາກ, ພະຍາດ​ໄຂ້ຍຸງ, ກວດເລືອດ ແລະ ອື່ນໆ. ​ໃນ​ກໍລະນີທີ່​ມີການກວດ​ພົບພະຍາດທີຮ້າຍແຮງ ແລະ ບໍ່ສາມາດຫາທາງປິ່ນປົວໄດ້ ກໍ່​ຈະ​ສາມາດຊ່ວຍ​ໃນ​ການ​ຄວບ​ຄຸມ​ການຂະຫຍາຍຕົວ​ຂອງ​ພະຍາດນັ້ນໆ ເຊັ່ນ: ພະຍາດເອສ, ມະເຮັງ ແລະ ພະຍາດທີ່ຖ່າຍທອດທາງກຳມະພັນ.

ວິຊານີ້ຮຽນກ່ຽວກັບຫຍັງ
ສາຂາ​ນີ້​ຮຽນຮູ້ກ່ຽວກັບ ເຕັກນິກ ​ແລະ ວິທີ​ການ​ໃນການກວດກາວິເຄາະ​​ໂດຍນຳ​ໃຊ້​ເຄື່ອງ​ຈັກ​ທາງ​ການ​ແພດທີ່​ທັນ​ສະ​ໄໝ ​​ເຂົ້າ​ໃນ​ການກວດເລືອດ, ນ້ຳປັດສະວະ, ອາຈົມ ແລະ ອື່ນໆ ເພື່ອ​ໃຫ້​ໄດ້ຜົນ​ກວດທີ່ຊັດເຈນ ເພື່ອຊ່ວຍທ່ານໝໍໃນການບົ່ງມະຕິ ​ແລະ ປິ່ນປົວພະຍາດ. ນອກຈາກ​ນີ້, ນັກ​ສຶກສາຍັງ​ໄດ້​ຮຽນກ່ຽວກັບວິຊາບໍລິການເລືອດ ແລະ ການບໍລິຈາກ​ເລືອດ, ການ​ເກັບ​ເລືອດ, ການ​ຕຽມ​ແຍກ​ສ່ວນ​ຕ່າງໆຂອງ​ເລືອດ ​ແລະ ການ​ຕຽມ​ເລືອດ​ໃຫ້​ຄົນ​ເຈັບ.



ວິທີການສິດສອນ
ວິທີ​ການ​ສິດສອນແມ່ນຮຽນພາກ​ທິດ​ສະ​ດີ​ແບບ​ບັນ​ລະ​ຍາຍ, ​ແບ່ງ​ກຸ່ມ​ໃຫ້​ນັກ​ສຶກສາ​ຄົ້ນ​ຄວ້າ ແລະ ​ເຮັດ​ບົດ​ລາຍ​ງານສົ່ງ. ສຳລັບພາກ​ປະຕິບັດ​ຕົວ​ຈິງ ​ແມ່ນ​ລົງ​ຝຶກ​ຫັດ​ຢູ່​ຫ້ອງ​ທົດ​ລອງ​ຂອງ​ພາກ​ວິຊາ​ວິ​ເຄາະ​ການ​ແພດ ​ແລະ​ ລົງ​ຝຶກ​ຫັດ​ຢູ່​ຕາມ​ໂຮງໝໍ​ຕ່າງ​ໆ, ສູນ​ບໍ​ລິ​ຈາກ​ເລືອດ​ແຫ່ງ​ຊາດ, ສູນ​ວິ​ເຄາະ-ລະບາດ​ວິທະຍາ, ສູນ​ໄຂ້ຍຸງ, ​ແມ່​ກາ​ຝາກ ​ແລະ ​ແມງ​ໄມ້ ​ໂດຍ​ນັກ​ສຶກສາ​ຈະ​ໄດ້​ກວດ​ຫາ​​ເຊື້ອ​ພະຍາດ​ຕ່າງໆ​ຈາ​ກຄົນ​ເຈັບ​ດ້ວຍ​ຕົນ​ເອງ​ ແລ້ວ​ລາຍ​ງານ​ຜົນ​ກວດ​ໃຫ້​ອາຈານ ​ແລະ ພະນັກງານ​ຫ້ອງ​ວິ​ເຄາະ.

ທັກສະ/ຄວາມສົນໃຈ
ຄວາມ​ຮູ້​ພື້ນຖານດ້ານ ວິຊາ​ ຄະນິດສາດ, ​ເຄມີສາດ, ຟິຊິກ​ສາດ, ຄອມ​ພິວ​ເຕີ ​ແລະ ພາສາ​ອັງກິດເປັນ​ຄົນ ມັກສັງ​ເກດ, ​ແກ້​ໄຂ​ບັນຫາ, ​ໃສ່​ໃຈ​ໃນ​ລາຍ​ລະອຽດ, ​ແລະ ມີ​ຄວາມ​ອົດທົນ​; ມີທັກ​ສະ​ ໃນ​ການ​ວິ​ເຄາະ, ນໍາ​ໃຊ້​ເຄື່ອງ​ຈັກ​ທີ່​ສະຫຼັບຊັບຊ້ອນ, ຈື່​ຈໍາ​ຮູບ​ແບບ ​ແລະ ລັກສະນະມີ​ຄວາມ​ສົນ​ໃຈ ໃນ​ການ​ທົດ​ລອງ ​ແລະ ຄົ້ນ​ຄວ້າ​ຫາ​ເຊື້ອ​ພະຍາດ​ຕ່າງໆ; ​

ຈົບແລ້ວສາມາດ
ສາມາດກວດ​ວິ​ເຄາະຕົວຢ່າງ​ເລືອດ ​ແລະ ທາດ​ແຫຼວໃນ​ຮ່າງກາຍ ​ເພື່ອ​ກວດ​ຫາ​ລະດັບ​ສານ​ເຄມີ, ​ເຊື້ອ​ຈຸ​ລະ​ຊີບ, ລັກສະນະ​ຄວາມ​ຜິດ​ປົກກະຕິ​ຂອງ​ຈຸ​ລັງ, ​ພູມ​ຄຸ້ມ​ກັນ​ຂອງ​ຮ່າງກາຍ ດ້ວຍ​ວິທີ​ທາງ​ວິທະຍາ​ສາດເຕັກ​ໂນ​ໂລ​ຊີທີ່​ທັນ​ສະ​ໄໝ ​ເພື່ອ​ໃຫ້​ໄດ້​ຂໍ້​ມູນ​ ​ແລະ ​ນຳ​ໄປ​ໃຊ້​ໃນ​ການ​ວິ​​ໄຈພະຍາດ, ຕິດຕາມ​ຮັກສາ ​ແລະ ປະ​ເມີນ​ສຸຂະພາບ​ຮ່າງກາຍ​ໄດ້​ຢ່າງ​ຖືກຕ້ອງ.

ອາຊີບ
ສາມາດ​​ເຮັດ​ວຽກ​ນຳພະ​ແນ​ກວິ​ເຄາະ​ຂອງ​​ໂຮງໝໍ ​ແລະ ສູນ​ຕ່າງ​ໆ ທີ່​ມີ​ຫ້ອງ​ວິ​ເຄາະ​ທາງ​ການ​ແພດ ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ; ເປັນ​ນັກວິ​​ໄຈຄົ້ນ​ຄວ້າ​ກ່ຽວ​ກັບ​ເຊື້ອ​ພະຍາດ​ຕ່າງໆ ​ແລະ ເປັນຜູ້​ຊ່ວຍ​ນັກວິ​​ໄຈ​; ​ເຮັດ​ວຽກ​ນຳ​ບໍລິສັດ​ຂາຍ​ອຸປະກອນ​ ​ແລະ ນ້ຳ​ຢາ​ເຄມີ​ທາງ​ການ​ແພດ; ປະກອບ​ວິຊາ​ຊີບ​ອິດສະຫຼະ​ເຊັ່ນ: ຕັ້ງ​ຄລີນິກກ່ຽວ​ກັບ​ການກວດ​ວິ​ເຄາະ​ພະຍາດ​ຕ່າງໆ.

ທີ່ຕັ້ງ ແລະ ຕິດຕໍ່
ວິທະຍາໄລວິທະຍາສາດ ສຸຂະພາບ
ວິທະຍາເຂດ ເພຍວັດ
ຖະໜົນ ສາມແສນໄທ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ. ຕູ້ ປ.ນ 7444
ໂທ: 021 222883, ແຟັກ 021 2140 55
ອີເມວ: contact@uhs.edu.la.
ເວັບໄຊ໌ www.uhs.edu.la

ແຫຼ່ງຂໍ້ມູນ: https://collegemajor.la/


Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ