ສາຂາ ຄຸຄະນິດສາດ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດລາວ



ຄຸຄະນິດສາດ

ຫຼັກສູດ ປະລິນຍາຕີ 4 ປີ
ຄະນະສຶກສາສາດ
ມະຫາວິທະຍາໄລແຫ່ງຊາດລາວ

ນິຍາມ ແລະ ຄວາມສຳຄັນ

ຄູຄະນິດສາດ ແມ່ນໝາຍເຖິງບຸກຄົນທີ່ສິດສອນຄວາມຮູ້ດ້ານຄະ​ນິດ​ສາດ ເຊິ່ງສາຂາດັ່ງກ່າວແມ່ນສ້າງເພື່ອໄປສອນ ວິຊາຄະນິດສາດໃນຊັ້ນມັດທະຍົມທັງຕອນຕົ້ນ ແລະ ຕອນປາຍ ອັນເປັນໜຶ່ງໃນວຽກງານກໍ່ສ້າງບຸກຄະລາກອນ ແລະ ນັກວິຊາການ ເພື່ອຕອບສະໜອງໃຫ້ແກ່ວຽກງານການສຶກສາໃນລະດັບສາມັນ. ຄູຄະນິດສາດ ແມ່ນບຸກຄະລາກອນທີ່ສໍາຄັນກຸ່ມໜຶ່ງໃນວຽກງານການສຶກສາ ເພາະຄະນິດສາດ ແມ່ນເປັນວິຊາຫຼັກທີ່ສໍາຄັນວິຊາໜຶ່ງໃນຫຼັກສູດຊັ້ນມັດທະຍົມສຶກສາ ຫຼື ຫຼັກສູດລະດັບສາມັນ.

ວິຊານີ້ຮຽນກ່ຽວກັບຫຍັງ

ວິຊານີ້ແມ່ນຮຽນ ກ່ຽວກັບ ອົງຄວາມຮູ້ໃນ 2 ໝວດວິຊາຫຼັກຄື: ໝວດວິຊາຄວາມຮູ້ພື້ນຖານວິຊາສະເພາະ (ວິຊາຄູ) ແລະ ໝວດວິຊາສະເພາະ (ຄະນິດສາດ). ນອກຈາກນີ້, ນັກສຶກສາຍັງຈະໄດ້ຮຽນ ກ່ຽວກັບ ໝວດວິຊາຄວາມຮູ້ທົ່ວໄປຈໍານວນໜຶ່ງ ແລະ ວິຊາທີ່ລົງເລິກ ໝາຍຄວາມວ່າ ນັກສຶກສາຈະໄດ້ຮຽນລົງເລິກຄວາມຮູ້ດ້ານຄະນິດສາດ, ວິທະຍາສາດການສຶກສາ ແລະ ວິທີການສິດສອນຄະນິດສາດ.



ວິທີການສິດສອນ

ນັກສຶກສາຈະຕ້ອງຜ່ານທຸກໆວິຊາທີ່ບັນຈຸຢູ່ໃນຫຼັກສູດການຮຽນການສອນ, ລົງຝຶກຫັດສອນຕົວຈິງ ແລະ ຂຽນບົດ (ຫຼື ສອບເສັງ) ຈົບຊັ້ນ. ການຮຽນການສອນໃນແຕ່ລະວິຊາ ຈະດໍາເນີນໄປໃນໄລຍະ 1 ພາກຮຽນ (ປະກອບມີທັງໝົດ 16 ອາທິດ) ຊຶ່ງຮູບແບບການຮຽນການສອນແມ່ນປະກອບມີ ການບັນຍາຍ, ການປະຕິບັດຕົວຈິງ, ການໃຫ້ວຽກມອບໝາຍ, ຂຽນບົດລາຍງານ ແລະ ການນໍາສະເໜີຜົນງານ (ທັງເປັນກຸ່ມ ແລະ ເປັນບຸກຄົນ).

ທັກສະ/ຄວາມສົນໃຈ

ມີຄວາມຮູ້ ດ້ານຄະນິດສາດພື້ນຖານ ແລະ ພາສາອັງກິດມີທັກສະ ໃນການ​ຄິດ​ໄລ່ຂ້ອນຂ້າງດີ. ເປັນຄົນ​ມີຄວາມສົນໃຈໃນການສອນ, ມີຄວາມທະນັດໃນວິຊາຄະນິດສາດມີຄວາມສົນໃຈໃນວິທະຍາສາດ ແລະ ເຕັກໂນໂລຊີ (ໂດຍສະເພາະແມ່ນຄອມພິວເຕີ) ແລະ ມີສຸຂະພາບດີ.

ຈົບແລ້ວສາມາດ

ສາມາດສອນຄະນິດສາດໃນຊັ້ນມັດທະຍົມສຶກສາ; ຈັດສັນສິ່ງແວດລ້ອມທີ່ແທດເໝາະກັບຈິດຕະສາດການສຶກສາ; ຊຸກຍູ້ຂະບວນການຮຽນການສອນ; ວິເຄາະ ແລະ ພັດທະນາຫຼັກສູດຄະນິດສາດຂັ້ນພື້ນຖານໃຫ້ແທດເໝາະກັບລະບົບການສຶກສາ; ຄົ້ນຄວ້າວິເຄາະຢ່າງມີໂລຊິກ ແລະ ມີເຫດຜົນ; ແລະ ສາມາດເຊື່ອມໂຍງ ແລະ ນໍາໃຊ້ຄະນິດສາດເຂົ້າໃນຊີວິດປະຈໍາວັນ.

ອາຊີບ

ເປັນຄູສອນຄະນິດສາດໃນຊັ້ນມັດທະຍົມ ຫຼື ທຽບເທົ່າ (ວິຊາຊີບຊັ້ນຕົ້ນ, ກາງ ແລະ ສູງ); ເປັນພະນັກງານສຶກສາ ໃນລະດັບຂັ້ນຕ່າງໆ ຕາມກົມກອງ ຫຼື ສະຖາບັນການສຶກສາທີ່ກ່ຽວຂ້ອງ; ແລະ ເປັນພະນັກງານໃນພະແນກບັນຊີ, ການເງິນ ຫຼື ພະແນກທີ່ກ່ຽວຂ້ອງ ໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ.

ທີ່ຕັ້ງ ແລະ ຕິດຕໍ່

ຄະນະສຶກສາສາດ
ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 770473

ແຫຼ່ງຂໍ້ມູນ: https://collegemajor.la/


Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ