ສາຂາ ການຈັດການສິ່ງແວດລ້ອມ ຄະນະ​ວິທະຍາສາດ​ສິ່ງ​ແວດ​ລ້ອມ ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ



ການຈັດການສິ່ງແວດລ້ອມ

ຫຼັກສູດ: ປະລິນຍາ​ຕີ 4 ປີ
ຄະນະ​ວິທະຍາສາດ​ສິ່ງ​ແວດ​ລ້ອມ
ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ

ນິຍາມ ແລະ ຄວາມສຳຄັນ

ການຈັດການສິ່ງແວດລ້ອມ ໝາຍເຖິງການຄຸ້ມຄອງ, ບໍລິຫານ ແລະ ຈັດການ ຊັບພະຍາກອນທໍາມະຊາດ ໃຫ້ຢູ່ໃນສະພາບທີ່ສົມບູນ, ມີການນໍາໃຊ້ຢ່າງມີປະສິດທິພາບ ແລະ ເກີດຜົນປະໂຫຍດສູງສຸດ. ຊັບພະຍາກອນທໍາມະຊາດເປັນສິ່ງທີ່ມີຢູ່ຢ່າງຈໍາກັດ ແລະ ເປັນປັດໄຈພື້ນຖານໃຫ້ແກ່ການດໍາລົງຊີວິດຂອງຄົນ, ສັດ ແລະ ພືດ, ເພື່ອໃຫ້ມີການອະນຸລັກ ແລະ ປົກປັກຮັກສາໄວ້ໃຫ້ຄົນຮຸ່ນຕໍ່ໄປ ຈຶ່ງຈໍາເປັນ
ທີ່ຈະຕ້ອງມີການຈັດການສິ່ງແວດລ້ອມທີ່ດີ ເພື່ອຮັກສາໄວ້ ແລະ ສາມາດນໍາໃຊ້ໄດ້ຢ່າງຍືນຍົງ.


ວິຊານີ້ຮຽນກ່ຽວກັບຫຍັງ

ສາຂາວິຊາ​ນີ້ຮຽນກ່ຽວກັບ ​ນິຕິກຳ ທີ່ກ່ຽວຂ້ອງກັບ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ການວິເຄາະບັນຫາສິ່ງແວດລ້ອມ, ການປະເມີນຄວາມສ່ຽງ ຫຼື ຜົນກະທົບຈາກໂຄງການພັດທະນາ, ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມບັນຫາຄວາມເຊື່ອມໂຊມທາງສິ່ງແວດລ້ອມ ແລະ ການຂາດແຄນຊັບພະຍາກອນ ໂດຍມີຈຸດປະສົງເພື່ອຊອກຫາວິທີແກ້ໄຂບັນຫາ, ຟື້ນຟູ, ປັບປຸງ, ຄຸ້ມຄອງ ແລະ ຈັດສັນສິ່ງແວດລ້ອມໃຫ້ຢູ່ໃນສະພາວະສົມດຸນ ແລະ ສົມບູນທີ່ສຸດ.



ວິທີການສິດສອນ

ນັກສຶກສາຈະໄດ້​ຮຽນຮູ້ທິດສະດີທີ່ກ່ຽວຂ້ອງກັບ​ການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ ແລະ ບັນຫາທີ່ເກີດຂຶ້ນຕົວຈິງໃນປະຈຸບັນ ຜ່ານກໍລະນີສຶກສາໃນຮູບແບບຕ່າງໆ ແລ້ວນໍາສະເໜີຜົນຂອງການສຶກສາພ້ອມທັງເຮັດບົດລາຍງານ. ມີການລົງພາກປະຕິບັດຕົວຈິງເຊັ່ນ: ທົດລອງເຮັດປຸ໋ຍຊີວະພາບ, ສໍາຫຼວດວັດແທກພື້ນທີ່, ວິເຄາະວິໄຈ ຫຼື ບໍາບັດນໍ້າເສຍ, ຈັດການຂີ້ເຫຍື້ອ. ມີການທັດສະນະສຶກສາຢູ່ໂຮງງານອຸດສາຫະກໍາ ແລະ ສະຖານທີ່ໆມີຜົນກະທົບທາງສິິ່ງແວດລ້ອມ ຫຼື ທີ່ມີການຈັດການສິ່ງແວດລ້ອມທີ່ດີ.

ທັກສະ/ຄວາມສົນໃຈ

ຄວາມຮູ້​ພື້ນຖານ ​ທາງດ້ານ​ວິທະຍາສາດ​ທໍາມະຊາດ, ສິ່ງ​ແວດ​ລ້ອມ ​ແລະ ວິີທີການປະ​ເມີນ​ຜົນ. ຕ້ອງເປັນຄົນ ຮອບຄອບ, ມັກຄົ້ນຄິດ ແລະ ຊ່າງສັງເກດ. ມີທັກສະ ໃນການຈັດການ, ວາງແຜນ, ແກ້ໄຂ ແລະ ຄຸ້ມຄອງວຽກງານຢ່າງເປັນລະບົບ​. ມີຄວາມສົນໃຈ ໃນການຮຽນຮູ້ແບບແຜນວິທີການພັດທະນາທີ່ ເປັນມິດກັບສິ່ງແວດລ້ອມ ​ແລະ ສັງຄົມ.

ຈົບແລ້ວສາມາດ

ທັກສະໃນການວິເຄາະ ແລະ ພິຈາລະນາບັນຫາ, ການນໍາໃຊ້ເຄື່ອງມື ແລະ ວິທີການໃນການແກ້ໄຂບັນຫາສິ່ງແວດລ້ອມ; ຮູ້ຂັ້ນຕອນ ແລະ ວິທີການປ້ອງກັນບັນຫາສິ່ງແວດລ້ອມ​, ການຈັດການສິ່ງແວດລ້ອມ, ການວາງ​ແຜນ​ພັດທະນາ, ການຄຸ້ມຄອງ ແລະ ການປົກປັກຮັກສາສິ່ງແວດລ້ອມ; ຮູ້ວິທີການປະເມີນ ແລະ ຫຼຸດຜ່ອນ ຜົນກະທົບທີ່ ອາດຈະເກີດຂຶ້ນກັບສິ່ງແວດລ້ອມ.

ອາຊີບ

ສາມາດປະກອບອາຊີບໃນໜ່ວຍງານທີ່ກ່ຽວຂ້ອງກັບ ການຄຸ້ມຄອງ-ອະນຸລັກສິ່ງແວດລ້ອມ, ການພັດທະນາໂຄງການ, ການບໍລິຫານຈັດການດ້ານສິ່ງແວດລ້ອມ ແລະ ການປະເມີນຜົນກະທົບທາງສິ່ງແວດລ້ອມ ທັງພາກລັດ ແລະ ເອກະຊົນ ເຊັ່ນ: ກະຊວງຕ່າງໆທີ່ກ່ຽວຂ້ອງ, ບໍລິສັດ ຫຼື ໂຮງງານກະສິກໍາ, ໂຄງການພັດທະນາ ຫຼື ອົງການຈັດຕັ້ງສາກົນ ເປັນຕົ້ນ.

ທີ່ຕັ້ງ ແລະ ຕິດຕໍ່

ຄະນະ ວິທະຍາສາດສິ່ງແວດລ້ອມ
ວິທະຍາເຂດດົງໂດກ
ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 770 561 ຫຼື 030 9815276
ເວັບໄຊ໌ www.fes.nuol.edu.la

ແຫຼ່ງຂໍ້ມູນ: https://collegemajor.la/

Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ