ສາຂາ ຄວັດແກະ ສະຖາບັນ ວິຈິດສິນແຫ່ງຊາດ



ຄວັດແກະ

ຫຼັກສູດ: ຊັ້ນສູງ 3 ປີ / ປະລິນຍາຕີ 5 ປີ
ສະຖາບັນ ວິຈິດສິນແຫ່ງຊາດ

ນິຍາມ ແລະ ຄວາມສຳຄັນ
ສິລະປະຄວັດ​ແກະ ໝາຍ​ເຖິງ​ການ ຄວັດ, ​ເຈາະ,​ ຖາກ ​ແລະ ​ແກະ ວັດ​ສະດຸ ​ໃຫ້​ມີ​ປະ​ໂຫຍ​ດ​ໃນ​ການ​ໃຊ້​ສອຍ ຫຼື ມີ​ຄວາມ​ສວຍ​ງາມ ​ເຊິ່ງ​ເປັນ​ຂະ​ແໜງການທີ່ມີ​ເອກະລັກ ​ແລະ ໄດ້​ຮັບ​ຄວາມ​ນິຍົມ​ໃນ​ສັງຄົມ​ລາວ ​ເພາະ​ເມື່ອ​ເວົ້າ​ເຖິງ​​ການ​ແກະສະຫຼັກ​ໄມ້​ແລ້ວ ​ຖື​ວ່າ​ເປັນວຽກງານ​ທີ່​ຕິດ​ພັນ​ກັບ​ສັງຄົມ​ລາວ​ມາ​ຕັ້ງ​ແຕ່​ອະ​ດີດ​ຈົນ​ເຖິງ​ປະຈຸ​ບັນ ທີ່​​ໂດດເດັ່ນ​​ກໍ່​ຄື ສິລະ​ປະການ​ຄວັດ​ພະພຸດທະ​ຮູບ ​ແລະ ລວດລາຍ​ຕາມ​ວັດວາອາ​ຮາມ, ​ເຟີ​ນິ​ເຈີ ​ແລະ ຮູບ​ແກະ​ສະ​ຫຼັກ​ໄມ້​ຕົກ​ແຕ່ງ​ຕາມ ​ສະຖານ​ທີ່​ຕ່າງໆ.

ວິຊານີ້ຮຽນກ່ຽວກັບຫຍັງ
ວິຊານີ້ຮຽນກ່ຽວກັບ ຄວາມ​ຮູ້ ​ແລະ ລັກສະນະ​ຂອງ​ວັດ​ສະດຸຕ່າງໆ ທີ່​ສາມາດ​ນໍາມາ​ຄວັດ​ໄດ້ ​ເປັນຕົ້ນ​ແມ່ນ ໄມ້, ຫີນ ​ແລະ ວັດ​ສະດຸ​ອື່ນໆ; ຂັ້ນຕອນ ​ແລະ ວິທີ​ການຕ່າງໆ​ໃນການຄວັດ​ແກະ ​ໂດຍເນັ້ນ​ການ​ຄວັດ​ ໃນ​ຮູບ​ແບບຕ່າງໆ ຕາມ​ຄວາມ​ຕ້ອງການ ​ແລະ ຕາມ​ແບບ ​ເຊັ່ນ: ການ​ກໍານົດຮູບ​ແບບ ​ແລະ ລວດລາຍ ​ແລະ ການຖ່າຍ​ແບບ​ລວດລາຍ​ລົງ​ເນື້ອ​ໄມ້; ການ​ແກະສະຫຼັກ ​ແຕ່ລະ​ປະ​ເພດ ​ແລະ ການ​ນໍາ​ໃຊ້​ອຸປະກອນ​ແຕ່ລະ​ປະ​ເພດ ​ໃຫ້​ເໝາະສົມ​ກັບ ວັດ​ສະດຸ.



ວິທີການສິດສອນ
ວິທີການສິດສອນ ເລີ່​ມຈາກ​ການ​ຮຽນທິດ​ສະ​ດີ​ກ່ຽວກັບ​ການ​ຄວັດ ​ແລະ ຮຽນຮູ້​ເຕັກນິກ​ໃນ​ການ​ນຳ​​ໃຊ້​ເຄື່ອງມື ​ແລະ ອື່ນໆ ​ແຕ່​ຈະເນັ້ນ​ໃສ່ການ​ນໍາ​ເອົາ​ຄວາມ​ຮູ້​ເຫຼົ່ານັ້ນ ມາປະຕິບັດ​ຕົວ​ຈິງ ​​ເຊັ່ນ: ​ເມື່ອ​ຈະ​ຄວັດ​ວັດ​ສະດຸ​ໃດໜຶ່ງ ​​ໃນ​ເບື້ອງ​ຕົ້ນ ອາຈານ​ຈະ​ມີ​ແບບຢ່າງ​ມາ​ໃຫ້​ນັກ​ສຶກສາເບິ່ງ ​ ​ເພື່ອ​ຄວັດ​ຕາມ​ແບບ. ​ຫຼັງຈາກ​ນັ້ນ ​ນັກ​ສຶກສາກໍ່​ຈະ​​ໄດ້​ອອກ​ແບບ ​ໂຄງ​ສ້າງ ​ແລະ ລວດລາຍ ​​ໂດຍ​ສາມາດ ​ຄວັດ​ຕາມ​ແນວ​ຄວາມ​ຄິດ ຫຼື ຫົວ​ຂໍ້ທີ່​ໄດ້​ກຳນົດ​ໃຫ້.

ທັກສະ/ຄວາມສົນໃຈ
ຄວາມ​ຮູ້​ພື້ນຖານ ​​ສິລະ​ປະກໍາ​ດ້ານ​ໃດໜຶ່ງ ຍິ່ງ​ເປັນ​ການ​ດີ; ​ເປັນ​ຄົນ ມັກຮັກໃນວຽກງານການ​ຄວັດ​ແກະ, ມີຄວາມອົດທົນສູງ ເພາະ ການຄວັດ​ແກະ ​ກໍ່ເປັນວິຊາທີ່ໜັກ ​ແລະ ​ໃຊ້​ເວລາ​ສົມຄວນ​ໃນ​ ການ​ຜະລິດ​​ແຕ່​ລະ​ຄັ້ງ, ມີ​ທັກ​ສະ​ໃນ​ການ​ໃຊ້​ມື​ໃນ​ການ​ປະດິດ ​ແລະ ທີ່​ສຳຄັນ​ຕ້ອງມີຈິນຕະນາການ ແລະ ຄວາມຄິດສ້າງສັນ; ສົນໃຈ​ໃນ​ລວດລາຍ​ໄມ້​ ​ແລະ ຫີນແກະສະຫຼັກ.

ຈົບແລ້ວສາມາດ
ມີຄວາມຮູ້ທາງດ້ານສິລະປະການ​ຄວັດ​ແກະ​ ໄມ້, ຫີນ ​ແລະ ວັດ​ສະດຸ​ອື່ນໆ; ຮູ້ ເຕັກ​ນິກ ​ແລະ ວິທີ​ການ​ຕ່າງໆ ທີ່ມີຄວາມສຳຄັນ ແລະ ກ່ຽວຂ້ອງກັບ ການຄວັດ ​ແລະ ວັດ​ສະ​ດຸຕ່າງໆ​ທີ່​ຈະ​ໃຊ້​ໃນ​ການ​ຄວັດ ​ແລະ ສາມາດສ້າງຈິນຕະນາການໃໝ່ ໃນການສ້າງສັນງານສິລະ​ປະ ການ​ຄວັດ​ໃນ​ຫຼາຍຮູບ​ແບບອອກສູ່ສັງຄົມ.

ອາຊີບ
ນັກສຶກສາສາມາດປະກອບ​ອາຊີບ ເປັນຊ່າງສິລະ​ປະ​ຄວັດ​ແກະ​ໄມ້, ຫີນ ​ແລະ ວັດ​ສະດຸ​ອື່ນໆ; ​​ເປັນອາຈານສອນ ເຊິ່ງສາມາດເຮັດວຽກໃນອົງກອນທີ່ກ່ຽວຂ້ອງເຊັ່ນ: ບໍລິສັດ ຜະລິດຕະພັນວັດທະນະທຳ, ບໍລິສັດ​ເຟີ​ນິ​ເຈີ, ບໍລິສັດກໍ່ສ້າງ-ອອກແບບຕົບແຕ່ງ, ໂຮງຮຽນວິຈິດສິນ ແລະ ໂຮງຮຽນ ວິຊາຊີບ ​ແລະ ສາມາດ ເປີດ​ກິດຈະການ​ສ່ວນ​ຕົວ ອີກ​ດ້ວຍ.

ທີ່ຕັ້ງ ແລະ ຕິດຕໍ່
ສະຖາບັນວິຈິດສິນແຫ່ງຊາດ
ບ້ານໂພນປ່າເປົ້າ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ
ໂທ: 021 314776 ຫຼື 020 98 191918
ອີເມວ: nifalaos@ymail.com

ແຫຼ່ງຂໍ້ມູນ: https://collegemajor.la/


Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ