ສາຂາ ກົດໝາຍທຸລະກິດ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ
ກົດໝາຍທຸລະກິດ
ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະນິຕິສາດ ແລະ ລັດຖະສາດ
ມະຫາວິທະຍາໄລແຫ່ງຊາດ
ນິຍາມ
ແລະ ຄວາມສຳຄັນ
ກົດໝາຍທຸລະກິດ ແມ່ນບັນດາກົດໝາຍທີ່ຄຸ້ມຄອງສາຍພົວພັນທາງດ້ານທຸລະກິດ ເຊັ່ນ:
ວິທີການດຳເນີນ, ການຈັດການທຸລະກິດ ແລະ ການແກ້ໄຂຂໍ້ຂັດແຍ້ງທາງດ້ານທຸລະກິດ
ເພື່ອເຮັດໃຫ້ຖຶກຕ້ອງສອດຄ່ອງກັບລະບຽບກົດໝາຍ ໃນສັງຄົມ. ກົດໝາຍທຸລະກິດ
ມີຄວາມສຳຄັນຕໍ່ການຂະຫຍາຍຕົວຂອງພາກທຸລະກິດ
ໂດຍສະເພາະທຸລະກິດຂະໜາດນ້ອຍ ແລະ
ຂະໜາດກາງທີ່ປະກອບສ່ວນສຳຄັນຕໍ່ການພັດທະນາເສດຖະກິດແບບຍືນຍົງຂອງຊາດ.
ວິຊານີ້ຮຽນກ່ຽວກັບຫຍັງ
ນັກສຶກສາຈະໄດ້ຮຽນຮູ້ກ່ຽວກັບບັນດາຫຼັກການທາງດ້ານກົດໝາຍທີ່ກ່ຽວຂ້ອງກັບທຸລະກິດ
ເປັນຕົ້ນແມ່ນບັນດາກົດໝາຍໃນຂົງເຂດການລົງທືນ,
ວິສາຫະກິດ, ພາສີ-ອາກອນ,
ຊັບສີນທາງປັນຍາ, ແຮງງານ,
ສີ່ງແວດລ້ອມ
ແລະ ອື່ນໆ. ນອກນັ້ນ, ນັກສຶກສາໃນພາກວິຊານີ້ ຍັງຈະໄດ້ຮຽນຮູ້ເຖິງບັນດາພື້ນຖານການດໍາເນີນທຸລະກິດ
ເຊັ່ນ: ການຄິດໄລ່ບັນຊີ, ການບໍລິຫານທຸລະກິດ, ແລະ ການຄ້າລະຫວ່າງປະເທດ.
ວິທີການສິດສອນ
ວິທີການສິດສອນແມ່ນຜ່ານການຮຽນທາງທິດສະດີ ແລະ
ສຶກສາຄົ້ນຄວ້າຈາກເອກະສານທາງກົດໝາຍ,
ແຫຼ່ງຂໍ້ມູນຕ່າງໆໂດຍມີອາຈານສະເພາະດ້ານເປັນຜູ້ແນະນຳ.
ນອກຈາກນັ້້ນ ຍັງມີການນຳໃຊ້ບົດຮຽນເຂົ້າໃນວຽກງານຕົວຈິງຜ່ານການຝຶກງານ
ໂດຍແນໃສ່ສ້າງນັກສຶກສາໃຫ້ມີຄວາມຮູ້ ແລະ ຄວາມສາມາດທາງດ້ານທຸລະກິດ
ໂດຍສະເພາະແມ່ນຮຽນຮູ້ຫຼັກການໃນການຄຸ້ມຄອງ, ບໍລິຫານ ແລະ ຄວາມສາມາດແກ້ໄຂບັນຫາທີ່ເກີດຂຶ້ນ.
ທັກສະ/ຄວາມສົນໃຈ
ຄວນມີ ຄວາມສົນໃຈທາງດ້ານການດຳເນີນທຸລະກິດ ແລະ
ສາຍພົວພັນໃນການດຳເນີນທຸລະກິດ;
ລວມທັງຄວາມສົນໃຈທາງດ້ານກົດໝາຍທີ່ພົວພັນທຸລະກິດ, ການຄ້າທັງພາຍໃນ ແລະ ຕ່າງປະເທດ, ການຄຸ້ມຄອງທຸລະກິດ. ເປັນຄົນ ມັກການອ່ານ, ການຄົ້ນຄວ້າ ແລະ ວິເຄາະບັນຫາ, ແກ້ໄຂຂໍ້ຂັດແຍ່ງ,
ໃສ່ໃຈລາຍລະອຽດ ແລະ ຊ່າງສັງເກດ.
ຈົບແລ້ວສາມາດ
ນັກສຶກສາຈະມີຄວາມຮູ້ທາງດ້ານກົດໝາຍທີ່ກ່ຽວຂ້ອງກັບການດຳເນີນທຸລະກິດການຄ້າ, ຄວາມສາມາດໃນການ ບໍລິຫານຈັດການແລະ
ຄຸ້ມຄອງທຸລະກິດຕາມຫຼັກການລະບຽບກົດໝາຍ. ນອກນັ້ນ ຍັງຈະໄດ້ຝຶກທັກສະໃນການ
ວິເຄາະບັນຫາ, ການແກ້ໄຂບັນຫາ ແລະ
ຂໍ້ຂັດແຍ່ງ ທາງດ້ານກົດໝາຍພາຍໃນອົງກອນທຸລະກິດ
ໂດຍນໍາໃຊ້ຂະບວນການຕຸລາການຍຸດຕິທໍາ.
ອາຊີບ
ນັກສຶກສາທີ່ ຈົບພາກກົດໝາຍທຸລະກິດ
ສາມາດເປັນ
ນັກກົດໝາຍ, ທີ່ປຶກສາ ທາງດ້ານກົດໝາຍ
ຕາມສະຖາບັນທະນາຄານ, ການເງິນ ແລະ
ພາກທຸລະກິດຕ່າງໆ; ສາມາດເປັນຜູ້ໄກ່ເກ່ຍ
ຂໍ້ຂັດແຍ່ງທາງດ້ານທຸລະກິດ ແລະ ການຄ້າ,
ເປັນນັກຄົ້ນຄວ້າໃນຂົງເຂດການສຶກສາ
ທີ່ກ່ຽວ ຂ້ອງກັບກົດໝາຍ ແລະ ທຸລະກິດ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ນິຕິສາດ ແລະ ລັດຖະສາດ
ວິທະຍາເຂດດອນນົກຂຸ້ມ ມະຫາວິທະຍາໄລແຫ່ງຊາດ
ຖະໜົນມິດຕະພາບລາວ-ໄທ, ບ້ານ ດອນນົກຂູ້ມ, ເມືອງສີສັກຕະນາກ,
ນະຄອນຫຼວງວຽງຈັນ
ຕູ້ ປ.ນ 822. ໂທ: 021 312010 ຫຼື 352801, ແຟັກ: 021 314976


