ສາຂາ ວິທະຍາສາດເພສັຊກຳ ແລະ ສາຂາບໍລິບານເພສັຊກຳ ມະຫາວິທະຍາໄລວິທະຍາສາດສຸຂະພາບ
ວິທະຍາສາດເພສັຊກຳ ແລະ ສາຂາບໍລິບານເພສັຊກຳ
ຫຼັກສູດ: ປະລິນຍາຕີ 5 ປີ
ມະຫາວິທະຍາໄລວິທະຍາສາດສຸຂະພາບ
ນິຍາມ ແລະ ຄວາມສຳຄັນ
ເພສັຊສາດ ແມ່ນວິທະສາດຂະແໜງໜຶ່ງທີ່ສຶກສາຄວາມຮູ້ກ່ຽວກັບຢາ.
ສາຂານີ້ ມີຄວາມສຳຄັນໂດຍກົງຕໍ່ວິທະຍາສາດການແພດ ເນື່ອງຈາກຢາເປັນອົງປະກອບທີ່ຈຳເປັນ ເຊິ່ງໄດ້ນຳໃຊ້ເຂົ້າໃນການປິ່ນປົວພະຍາດ
ແລະ ການວິໄຈ. ໃນລະບົບໂຮງໝໍ, ເພສັຊກອນ
ຍັງມີໜ້າທີ່ໃນການຈັດຫາ, ຄັດເລືອກ ແລະ
ແຈກຢາຍຢາທີ່ມີປະສິດທິພາບເຂົ້າມານໍາໃຊ້ໃນໂຮງໝໍ,
ໃຫ້ຂໍ້ມູນດ້ານການຢາ
ແລະ ຕິດຕາມການນຳໃຊ້ຢາໃຫ້ແກ່ທ່ານໝໍ ແລະ ແນະນຳການໃຊ້ຢາທີ່ຖືກຕ້ອງ ໃຫ້ແກ່ຄົນເຈັບ ແລະ
ຊຸມຊົນ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ ຮຽນກ່ຽວກັບການຖອດຮີດເຄິ່ງສັງເຄາະສ່ວນປະກອບທີ່ມີປະສິດທິພາບ
ຈາກສານເຄມີ ແລະ ສານຈາກທຳມະຊາດ, ການຜະລິດຢາ, ອາຫານເສີມ ແລະ ເຄື່ອງສຳອາງ. ຮຽນການວິເຄາະ ແລະ
ກວດກາຄຸນະພາບຂອງສ່ວນປະກອບທາງດ້ານເຄມີສາດຂອງພືດ,
ຢາສາກົນ, ຢາພື້ນເມືອງ,
ອາຫານ, ເຄື່ອງດື່ມ ແລະ ເຄື່ອງສຳອາງ.
ຮຽນກ່ຽວກັບບັນຫາທີ່ເກີດຈາກການນຳໃຊ້ຢາ ແລະ ວິທີແກ້ໄຂ, ຄຸ້ມຄອງ, ບໍລິຫານ ແລະ
ຮັກສາລະບົບສາງເປັນຕົ້ນແມ່ນຢູ່ໂຮງໝໍ,
ໂຮງງານຢາ
ແລະ ອື່ນໆ. ຮຽນການນຳໃຊ້ຢາຢ່າງສົມເຫດສົມຜົນ ແລະ
ດຳເນີນການຄົ້ນຄວ້າວິທະຍາສາດດ້ານເພສັຊກຳ.
ວິທີການສິດສອນ
ລວມມີພາກທິດສະດີ ແລະ ປະຕິບັດຕົວຈິງເຊັ່ນ:
ຝຶກທົດລອງຜະລິດຢາດ້ວຍຕົນເອງ; ແບ່ງກຸ່ມຍ່ອຍຕິດຕາມການນຳໃຊ້ຢາຂອງຄົນເຈັບ, ຝຶກງານຢູ່ ໂຮງໝໍ ແລະ ໂຮງງານຜະລິດຢາ. ທີ່ສຳຄັນ ໃນປີທີ
4-5, ນັກສຶກສາ ຈະໄດ້ແຍກສາຍ ດັ່ງຕໍ່ໄປນີ້: 1) ວິທະຍາສາດເພສັຊກຳ (ການວິໄຈຢາ, ກວດກາຢາ,
ການທົດລອງປຸງແຕ່ງສານເຄມີ, ສັງເຄາະທາດຢາຈາກຕົ້ນໄມ້, ປຸງແຕ່ງຢາພື້ນເມືອງໃຫ້ເປັນຢາ , ເຄື່ອງສຳອາງ ແລະ ຜະລິດຕະພັນອື່ນໆ; ຫຼື 2)
ບໍລິຫານເພສັຊກຳ
(ການຄຸ້ມຄອງສາງຢາ ແລະ ການຈ່າຍຢາ, ຕິດຕາມການນຳໃຊ້ຢາໃຫ້ແກ່ທ່ານໝໍ, ແນະນຳການນຳໃຊ້ຢາໃຫ້ແກ່ຄົນເຈັບ ແລະ ຊຸມຊົນ)
ທັກສະ/ຄວາມສົນໃຈ
ມີຄວາມຮູ້ພື້ນຖານວິຊາ ເຄມີສາດ, ຄະນິດສາດ,
ຊີວະສາດ
ແລະ ຟິຊິກສາດ. ມີຄວາມສົນໃຈ ໃນການທົດລອງ, ຄົ້ນຄວ້າດ້ານການປຸງແຕ່ງຕ່າງໆເຊັ່ນ:
ການຜະລິດປຸງແຕ່ງຢາ, ຜະລິດຕະພັນເສີມສຸຂະພາບ
ແລະ ເຄື່ອງສໍາອາງ. ມີທັກສະ ໃນການວິເຄາະ,
ຈື່ຈໍາ, ຕິດຕໍ່ສື່ສານ,
ມີຄວາມອົດທົນ
ແລະ ມີຄວາມຮອບຄອບ.
ຈົບແລ້ວສາມາດ
ສາມາດຜະລິດຢາ, ອາຫານເສີມ ແລະ ເຄື່ອງສໍາອາງ; ສາມາດກວດກາຄຸນະພາບຂອງຢາສາກົນ, ຢາພື້ນເມືອງ,
ອາຫານ, ເຄື່ອງດື່ມ,
ເຄື່ອງສຳອາງ; ສາມາດໃຫ້ຄຳແນະນຳການນຳໃຊ້ຢາທີ່ສົມເຫດສົມຜົນໃຫ້ແກ່ພະນັກງານສາທາລະນະສຸກ
ແລະ ປະຊາຊົນ ພ້ອມທັງຄຸ້ມຄອງບໍລິຫານ,
ຮ້ານຂາຍຢາ, ບໍລິສັດຢາ,
ເພສັຊກຳໂຮງໝໍ
ແລະ ການຄຸ້ມຄອງອາຫານ ແລະ ຢາ.
ອາຊີບ
ສາມາດເຮັດວຽກຢູ່ສະຖາບັນອາຫານ
ແລະ ຢາ, ສູນຢາພື້ນເມືອງ,
ໂຮງໝໍ, ໂຮງງານ,
ແລະ
ຂະແໜງຕ່າງໆທີ່ກ່ຽວຂ້ອງກັບວຽກງານເພສັຊກຳ ທັງໃນພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນ,
ເປັນອາຈານສອນຢູ່ຕາມສະຖາບັນຕ່າງໆທີ່ກ່ຽວຂ້ອງ; ເປັນນັກວິໄຈ ແລະ ຜູ້ຊ່ວຍນັກວິໄຈ ອີກດ້ວຍ.
ທີ່ຕັ້ງ ແລະ ຕິດຕໍ່
ວິທະຍາໄລວິທະຍາສາດ
ສຸຂະພາບ
ວິທະຍາເຂດ ເພຍວັດ
ຖະໜົນ ສາມແສນໄທ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ. ຕູ້ ປ.ນ 7444
ໂທ: 021 222883, ແຟັກ 021 2140 55
ອີເມວ: contact@uhs.edu.la.
ເວັບໄຊ໌ www.uhs.edu.la


