ສາຂາ ອອກແບບຜະລິດພັນ ຄະນະວິຊາ​ສະຖາປັດຕະຍະກຳສາດ​ ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ



ອອກແບບຜະລິດພັນ

ຫຼັກສູດ: ປະລິນຍາ​ຕີ 4 ປີ
ຄະນະວິຊາ​ສະຖາປັດຕະຍະກຳສາດ​
ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ

ນິຍາມ ແລະ ຄວາມສຳຄັນ
ຫຼັກສູດອອກແບບຜະລິດຕະພັນເປັນການສຶກສາດ້ານສິລະປະການອອກແບບ, ການປະຍຸກການນໍາໃຊ້ວັດຖຸວັດທໍາມະຊາດ ແລະ ວິທະຍາສາດ, ການນໍາໃຊ້ເຕັກໂນໂລຊີໃນການຜະລິດ ຕະຫຼອດຮອດການສຶກສາເຖິງພູມປັນຍາການຜະລິດ ໃນງານຫັດຖະກໍາລາວເພື່ອການອະນຸລັກ ແລະ ການສົ່ງເສີມຜະລິດຕະພັນລາວໃຫ້ມີການພັດທະນາທາງຮູບແບບ, ການນໍາໃຊ້ ແລະ ເພີ່ມມູນຄ່າໃຫ້ຜະລິດຕະພັນ.

ວິຊານີ້ຮຽນກ່ຽວກັບຫຍັງ
ວິຊາ​ນີ້ຮຽນ​ກ່ຽວ​ກັບການອອກແບບຜະລິດຕະພັນ, ການສົ່ງເສີມມູນຄ່າຜະລິດຕະພັນຕ່າງໆ. ໂດຍສະເພາະການພັດທະນາຜະລິດຕະພັນໃນງານຫັດຖະກໍາຂອງລາວ ເພື່ອກ້າວໄປສູ່ການຜະລິດແບບອຸດສາຫະກໍາ. ນອກນັ້ນ, ຍັງໄດ້ຄົ້ນຄວ້າລົງເລິກວິໄຈທາງດ້ານວັດຖຸດິບ, ວິທີການຜະລິດ ແລະ ປະຍຸກຜະລິດຕະພັນຂອງລາວໃຫ້ມີ​ລັກ​ສະ​ນະຮ່ວມສະໄໝ, ນໍາໃຊ້ເຕັກໂນໂລຊີທີ່ມີຄວາມທັນສະໄໝ, ອະນຸລັກພູມປັນຍາທ້ອງຖິ່ນ ແລະສົ່ງເສີມການຜະລິດທ້ອງຖິ່ນນໍາອີກ.



ວິທີການສິດສອນ
ວິ​ທີ​ການ​ສິດສອນ​ຂອງ​ພາກ​ວິຊາອອກແບບຜະລິດຕະພັນແມ່ນໃຊ້ລະບົບໜ່ວຍກິດ, ການສອນທາງດ້ານທິດສະດີ ແລະ ປະຕິບັດໂຕຈິງໄປພ້ອມກັນ. ນອກນັ້ນ,​ຍັງໄດ້ນໍາພານັກສຶກສາລົງຝຶກງານຢູ່ບໍລິສັດ, ສໍານັກງານ,​ ຫ້ອງການ ຫຼື ສະຖານທີ່ທີ່ກ່ຽວຂ້ອງຕ່າງໆ ແລະ ນັກສຶກສາຍັງມີໂອກາດໄປທັດສະນະສຶກສາ ການສໍາຫຼວດວັດແທກດ້ວຍກ້ອງ ສໍາລັບປີສຸດທ້າຍແມ່ນເຮັດບົດໂຄງການຈົບຊັ້ນ.

ທັກສະ/ຄວາມສົນໃຈ
ນັກຮຽນ​ທີ່​ຈະ​ເຂົ້າມາ​ຮຽນ​ໃນ​ສາຂາ​ນີ້ ​ຕ້ອງເປັນຄົນ​ທີ່​ມີ​ຄວາມ​ມັກຮັກໃນການອອກແບບ, ຂີດຂຽນ, ມີຄວາມຄິດສ້າງສັນໃນການອອກແບບສື່ສານແນວຄວາມຄິດສູ່ຜະລິດຕະພັນ,​ ກະຕືລືລົ້ນ​​ໃນ​ການ​ຮຽນຮູ້, ມີຄວາມອົດທົນ ແລະ ມີທັກສະໃນການເຮັດວຽກເປັນທີມເປັນຕົ້ນ.

ຈົບແລ້ວສາມາດ
ຫຼັງຈາກ​ຮຽນ​ຈົບແລ້ວ ນັກສຶກສາຈະມີຄວາມສາມາດໃນການອອກແບບຜະລິດຕະພັນທ້ອງຖິ່ນ ແລະ ຮ່ວມສະໄໝ,​ສາມາດອອກແບບສື່ໂຄສະນາ, ພາຊະນະບັນຈຸຕ່າງໆໃຫ້ມີຄວາມດຶງດູດໃຈ ແລະ ຕອບໂຈດຜູ້​ບໍ​ລິ​ໂພກ, ​ມີ​ຄວາມ​ສາ​ມາດປະສົມປະສານຈຸດເດັ່ນຕ່າງໆທີ່ເປັນເອກະລັກມາສ້າງເປັນຜະລິດຕະພັນ ແລະ ນໍາໃຊ້ໂປຣແກມຕ່າງໆເຂົ້າມາໃຊ້ໃນການອອກແບບເພື່ອໃຫ້ເຫັນພາບຢ່າງຊັດເຈັນກ່ອນການຜະລິດ.

ອາຊີບ
ທາງ​ເລືອກ​ໃນ​ການ​ປະກອບ​ອາຊີບ ​ແມ່ນ​ສາມາ​ດ​ປະກອບ​ອາຊີບໃນຫຼາຍຂົງ​ເຂດກ່ຽວກັບວຽກງານ​ການອອກແບບຜະລິດຕະພັນ ເຊັ່ນ: ເປັນນັກອອກແບບຜະລິດຕະພັນໃຫ້ກັບບໍລິສັດ,​ ​ອົງການຕ່າງໆທີ່ເຮັດກ່ຽວກັບການອອກແບບ ແລະ ຍັງສາມາດປະກອບອາຊີບເປັນນັກອອກແບບຜະລິດຕະພັນອິດສະຫຼະໄດ້ອີກດ້ວຍ.

ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ສະຖາປັດຕະຍະກໍາສາດ
ວິທະຍາເຂດດົງໂດກ ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 740276 ຫຼື 021 740277

ແຫຼ່ງຂໍ້ມູນ: https://collegemajor.la/

Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ