ສາຂາ ຄະນິດສາດນຳໃຊ້ສຳລັບເສດຖະສາດ ແລະບໍລິຫານທຸລະກິດ ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດລາວ
ຄະນິດສາດນຳໃຊ້ສຳລັບເສດຖະສາດ
ແລະບໍລິຫານທຸລະກິດ
ຫຼັກສູດ: ປະລິນຍາຕີ
4
ປີ
ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດລາວ
ນິຍາມ ແລະ ຄວາມສຳຄັນ
ຄະນິດສາດນຳໃຊ້ສໍາລັບເສດຖະສາດ ແລະ ບໍລິຫານທຸລະກິດ ໝາຍເຖິງ
ການນໍາໃຊ້ວິທີການ ແລະທິດສະດີຄະນິດສາດ ເຂົ້າໃນການວິເຄາະ ແລະ
ເຂົ້າໃນວຽກງານເສດຖະກິດ ແລະ ການບໍລິຫານທຸລະກິດ.
ສາຂານີ້ມີຄວາມສໍາຄັນໃນການວິເຄາະ, ແກ້ໄຂບັນຫາ ແລະ
ສ້າງແບບຈໍາລອງເພື່ອຄາດຄະເນກິດຈະກໍາທາງເສດຖະກິດແລະປະກອບສ່ວນໃນການກຳນົດນະໂຍບາຍທາງດ້ານເສດຖະກິດ
ແລະ ການບໍລິຫານທຸລະກິດໃຫ້ມີຄວາມຖືກຕ້ອງ ແລະ ຊັດເຈນ.
ວິຊານີ້ຮຽນກ່ຽວກັບຫຍັງ
ສຶກສາກ່ຽວກັບເສດຖະສາດ ແລະ ບໍລິຫານທຸລະກິດເຊັ່ນ:
ເສດຖະສາດມະຫາພາກ ແລະ ຈຸລະພາກ, ການເງິນ ແລະ ການບັນຊີ; ການນຳໃຊ້ສະຖິຕິ ແລະ ທິດສະດີ, ຫຼັກການ ແລະ ສູດຄິດໄລ່ ທາງຄະນິດສາດເຊັ່ນ:
ລະບົບສົມຜົນ, ຜົນຕໍາລາ,ແບບຈໍາລອງ ແລະ ການທົດສອບສົມມຸດຖານ
ເຂົ້າໃນການຄິດໄລ່ ແລະ ວິເຄາະບັນຫາທາງດ້ານການເງິນ, ເສດຖະກິດ ແລະ ບໍລິຫານທຸລະກິດ; ແລະ ການນໍາໃຊ້ ຊອຟແວຣ໌ທີ່ທັນສະໄໝ
ເຂົ້າໃນແກ້ໄຂບັນຫາທາງຄະນິດສາດ ແລະ ເສດຖະສາດ.
ວິທີການສິດສອນ
ເນັ້ນໃສ່ການຮຽນກ່ຽວກັບທິດສະດີທາງຄະນິດສາດເພື່ອນໍາໃຊ້ເຂົ້າໃນການຄິດໄລ່
ແລະວິເຄາະເສດຖະສາດພື້ນຖານໂດຍນຳໃຊ້ຄອມພິວເຕີ ແລະ ໂປຣແກຣມເຂົ້າໃນການຄິດໄລ່ຕົວ ຈິງ; ມີ ການແກ້ບົດຝຶກຫັດຄະນິດສາດຕາມເນື້ອໃນຂອງແຕ່ລະວິຊາ;ມີການລົງເກັບກໍາຂໍ້ມູນເພື່ອ ຂຽນ ແລະນໍາສະເໜີບົດລາຍງານ ແລະ
ມີການລົງ ຝຶກງານ ທີ່: ສູນສະຖິຕິແຫ່ງຊາດ, ຝ່າຍບັນຊີ, ຝ່າຍເສດຖະສາດ ແລະ ການຕະຫຼາດຕາມຫ້ອງການພາກລັດ ແລະ ເອກະຊົນ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານຄະນິດສາດ, ພາສາອັງກິດ, ສະຖິຕິ ແລະ ຄອມພິວເຕີຂັ້ນພື້ນຖານ; ເປັນຄົນ ມັກຄວາມທ້າທາຍໃນການແກ້ໄຂບັນຫາທີ່ຊັບຊ້ອນໂດຍການນຳໃຊ້ສູດຄະນິດສາດ;ມີທັກສະ ໃນການວິເຄາະ ແລະ ຈົດຈໍາຮູບແບບ; ແລະ ມີຄວາມສົນໃຈໃນການຄິດໄລ່, ການເກັບກຳສະຖິຕິ, ຂ່າວສານບ້ານເມືອງ, ເສດຖະກິດແລະ ຄິດຄົ້ນວິທີທາງໃນການຄິດໄລ່ໃໝ່ໆຢູ່ສະເໝີ.
ຈົບແລ້ວສາມາດ
ສາມາດນຳໃຊ້ສູດຄິດໄລ່ ແລະ
ໂປຣແກຣມທາງດ້ານຄະນິດສາດເຂົ້າຊ່ວຍໃນວຽກງານເກັບກຳສະຖິຕິ, ວາງແຜນ, ວິເຄາະຂໍ້ມູນ
ແລະ ຄິດໄລ່ປະເມີນຜົນ; ສາມາດນໍາເອົາສະຖິຕິມາວິເຄາະເສດຖະສາດ; ສາມາດຄົ້ນຄວ້າ ແລະ ວິໄຈບັນຫາທາງດ້ານເສດຖະສາດ ແລະ
ທຸລະກິດແລະ ນໍາໃຊ້ຂໍ້ມູນເຂົ້າໃນການວາງແຜນພັດທະນາວຽກງານດັ່ງກ່າວ.
ອາຊີບ
ເປັນຄູສອນຄະນິດສາດທົ່ວໄປ ແລະ
ຄະນິດສາດສະເພາະສຳລັບເສດຖະເສດ ແລະ ການບໍລິຫານທຸລະກິດ; ເປັນນັກຄົ້ນຄວ້າ ວິໄຈສະພາບເສດຖະກິດ, ສະຖິຕິປະຊາກອນ, ຄິດໄລ່ພູມສາດ, ເປັນພະນັກງານບັນຊີ, ບໍລິຫານທົ່ວໄປ ສັງກັດພາກລັດ, ອົງການຈັດຕັ້ງສາກົນ ແລະ ເອກະຊົນທີ່ກ່ຽວຂ້ອງ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ວິທະຍາສາດ ທໍາມະຊາດ
ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ.
ໂທ: 021 770173
ເວັບໄຊ໌
www.fos.nuol.edu.la


