ສາຂາ ພາສາເຢຍລະມັນ ຄະນະອັກສອນສາດ ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ



ພາສາເຢຍລະມັນ

ຫຼັກສູດ: ປະລິນຍາ​ຕີ 4 ປີ
ຄະນະອັກສອນສາດ
ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ

ນິຍາມ ແລະ ຄວາມສຳຄັນ
ພາສາເຢຍລະມັນ ແມ່ນພາສາໜຶ່ງທີ່ມີການນໍາໃຊ້ຢ່າງກວ້າງຂວາງໃນຫຼາຍໆປະເທດໃນທະວີບເອີລົບ. ພາສາເຢຍລະມັນ, ກໍຄືພາສາອື່ນໆ ທີ່ມີຄວາມສໍາຄັນຫຼາຍ​ໃນ​ການເປັນເຄື່ອງມືໃນ​ການ​ຕິດ​ຕໍ່​ສື່​ສານ, ພົວ​ພັນ​ວຽກ​ງານ, ແລກ​ປ່ຽນ​ຄວາມ​ຮູ້ທາງດ້ານວັດ​ທະ​ນະ​ທຳ ແລະ ເສດຖະກິດ-ສັງຄົມ ​​ເຊິ່ງເປັນການ​ເປີດ​ໂລ​ກະ​ທັດ​ໃນ​ການ​ຮຽນ​ຮູ້​ໃຫ້​ກ​ວ້າງ​ຂຶ້ນ ພ້ອມທັງສາມາດນຳ​ເອົາ​ຄວາມ​ຮູ້ດັ່ງກ່າວ​ ມາ​ໝູນ​ໃຊ້ເຂົ້າ​ໃນ​ການ​ດຳ​ລົງ​ຊີ​ວິດ ​​ແລະ ພັດທະນາ​ເສດຖະກິດ-ສັງຄົມ ອີກ​ດ້ວຍ.​

ວິຊານີ້ຮຽນກ່ຽວກັບຫຍັງ
ຮຽນກ່ຽວກັບພາ​ສາ​ເຢຍ​ລະ​ມັນ​ທົ່ວ​ໄປທີ່ໃຊ້ໃນການຕິດຕໍ່ສື່ສານ ເຊັ່ນ: ໄວຍາກອນ, ທັກສະການອ່ານ, ຟັງ, ຂຽນ ແລະ ເວົ້າ. ​ພາສາເຢຍລະມັນສຳ​ລັບ​ທຸ​ລະ​ກິດ ແລະ ການທ່ອງທ່ຽວ ຄື ຄໍາສັບກ່ຽວກັບການຈັດການທຸລະກິດຂະໜາດນ້ອຍ ແລະ​ ຂະ​ໜາດກ​ກາງ, ການໂຄສະນາ, ການຕະຫຼາດ, ການ​ຂຽນ​ບົດ​ຄວາມ​ທາງ​ວິຊາ​ການ, ການ​ເວົ້າ​ໃນ​ທີ່​ສາທາລະນະ, ການນໍາທ່ຽວ ​ແລະ ການ​ແປພາສາ ນອກນັ້ນ ຍັງຈະໄດ້ຮຽນ​ຮູ້​ກ່ຽວກັບ ວັດທະນະ​ທໍາ, ວັນນະຄະດີ, ພາສາສາດ ​ແລະ ອະລິຍະ​ທໍາ ​ເຢຍລະ​ມັນ ເປັນຕົ້ນ.


ວິທີການສິດສອນ
ວິທີການ​ສິດສອນ​​ແມ່ນ​ອີງ​ໃສ່​ທັງ​ພາກ​ທິດ​ສະ​ດີ ​ແລະ ປະຕິບັດ​ຕົວ​ຈິງ​ຄຽງຄູ່​ໄປ​ນໍາກັນ ເຊິ່ງໃນນັ້ນ ນັກສຶກສາຈະໄດ້ຝຶກທັກສະໃນການຟັງ, ການອ່ານ, ການຂຽນ ແລະ ການເວົ້າ; ການ​ລົງ​ຝຶກງານນໍາບໍລິສັດ ຫຼື ອົງກອນຕ່າງໆທີ່ກ່ຽວຂ້ອງ ແລະ ເຂົ້າຮ່ວມການສໍາມະນາອົບຮົມຈາກອົງການການທ່ອງທ່ຽວເປັນຕົ້ນ. ນອກ​ນັ້ນ, ​ນັກ​ສຶກສາ​ຍັງ​ຈະມີ​ໂອກາດ​​ເຂົ້າຮ່ວມ​ກິດຈະກຳ​ຂອງ​ໂຮງຮຽນທີ່​ຈັດຕັ້ງຂຶ້ນເພື່ອພັດທະນາທັກສະໃນການປາກເວົ້າໂດຍສະເພາະ ​ເຊັ່ນ: ການສົນທະນາໂດຍກົງ ກັບອາສາສະໝັກທີ່ເປັນເຈົ້າຂອງພາສາ.

ທັກສະ/ຄວາມສົນໃຈ
ມີຄວາມ​ຮູ້​ພື້ນຖານທາງດ້ານພາສາເຢຍລະມັນ ​ແລະ ພາສາອັງກິດເປັນ​ຄົນມັກ​ໃນ​ການ​ຮຽນຮູ້ສິ່ງໃໝ່ໆ ​ແລະ ມີວິໄສທັດທີ່ກວ້າງຂວາງ. ມີ​ຄວາມ​ສົນ​ໃຈ ​ໃນ​ການ​ສຶກສາຄົ້ນຄວ້າກ່ຽວກັບພາສາ, ວັນນະຄະດີ ​ແລະ ວັດທະນະ​ທໍາ ຂອງ​ປະ​ເທດ​ເຢຍລະ​ມັນ ​ແລະ ປະ​ເທດ​ອື່ນໆທີ່​ໃຊ້​ພາສາ​ເຢຍລະ​ມັນ ​ແລະ ສົນ​ໃຈ ໃນຂະ​ແໜງ​ການທ່ອງທ່ຽວ ແລະ ການແປພາສາ.
ຈົບແລ້ວສາມາດ
ຈະມີຄວາມ​ຮູ້ ​ແລະ ທັກ​ສະພື້ນຖານ​ໃນການນໍາໃຊ້ພາສາເຢຍລະມັນທົ່ວໄປ ​ເຊັ່ນ:​ ການ​ເວົ້າ, ອ່ານ, ຟັງ ແລະ ຂຽນ. ສາມາດ​ນໍາ​ໃຊ້ພາສາ​ເຢຍລະ​ມັນ​ເຂົ້າ​ໃນວຽກວິຊາສະເພາະ ​ເຊັ່ນ: ການ​ແປ​ພາສາ, ການຕິດຕໍ່ພົວພັນທາງທຸລະກິດ ແລະ ການນໍາທ່ຽວ ແລະ ນອກຈາກນີ້ ຍັງມີ​ຄວາມ​ເຂົ້າ​ໃຈ​ກ່ຽວກັບ ສິລະ​ປະ, ວັດທະນະ​ທໍາ ​ແລະ ວັນນະຄະດີ ​​ເຢຍລະ​ມັນເປັນຕົ້ນ.

ອາຊີບ
ສາມາດປະກອບອາຊີບເຂົ້າໃນຫຼາຍຂະ​ແໜງການ​ທີ່​ກ່ຽວຂ້ອງ ທັງ​ໃນ​ພາກ​ລັດ, ​ເອກະ​ຊົນ ​ແລະ ອົງການຈັດຕັ້ງ​ສາກົນ ເຊັ່ນ:​ເປັນພະນັກງານໃນກະຊວງການຕ່າງປະເທດ, ເປັນ​ຜູ້​ປະສານ​ງານ ​ແລະ ເລຂາ ​ໃນຫ້ອງການທີ່ນໍາໃຊ້ພາສາເຢຍລະມັນ ​ເປັນ​ຕົ້ນ​ແມ່ນ ສະຖານທູດ, ເປັນນັກແປພາສາ, ປັນຜູ້ນຳທ່ຽວ, ​ແລະ ເປັນອາຈານສອນ ໃນສະຖາບັນຕ່າງໆ.

ທີ່ຕັ້ງ ແລະ ຕິດຕໍ່
ຄະນະອັກສອນສາດ
ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 740276 ຫຼື 021 740277
ເວັບໄຊ໌ www.fol.edu.la

ແຫຼ່ງຂໍ້ມູນ: https://collegemajor.la/

Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ