ສາຂາ ພາສາອັງກິດ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດລາວ
ພາສາອັງກິດ
ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະອັກສອນສາດ
ມະຫາວິທະຍາໄລແຫ່ງຊາດລາວ
ນິຍາມ
ແລະ ຄວາມສຳຄັນ
ພາສາອັງກິດ ແມ່ນພາສາຕ່າງປະເທດທີ່ຖືກນຳໃຊ້ຢ່າງກວ້າງຂວາງ ແລະ
ມີບົດບາດສຳຄັນໃນການນຳໃຊ້ຕິດຕໍ່ສື່ສານ ໂດຍສະເພາະແມ່ນວຽກງານໃນຂົງເຂດພົວພັນສາກົນ.
ປັດຈຸບັນ, ຂໍ້ມູນທາງດ້ານວິຊາການ
ແລະ ຂ່າວສານຕ່າງໆ ສ່ວນໃຫຍ່ແມ່ນໄດ້ມີການເຜີຍແຜ່ໃນຮູບແບບພາສາອັງກິດ. ດັ່ງນັ້ນ, ຄວາມຮູ້ທາງດ້ານພາສາອັງກິດຈຶ່ງມີຄວາມສໍາຄັນໃນການຊ່ວຍເປີດໂລກກະທັດໃນການຮັບຮູ້ຂໍ້ມູນຂ່າວສານທີ່ສຳຄັນ
ແລະ ຈຳເປັນໃນການປະຕິບັດວຽກງານ ແລະ ການດຳລົງຊີວິດປະຈຳວັນ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ ຮຽນກ່ຽວກັບຄວາມຮູ້ທົ່ວໄປດ້ານການອ່ານ, ຂຽນ,
ຟັງ, ເວົ້າ ແລະ ໄວຍະກອນ ພາສາອັງກິດ; ຮຽນຮູ້ຄຳສັບພາສາອັງກິດ, ຕົ້ນກຳເນີດ ແລະ ວິວັດທະນາການຂອງພາສາອັງກິດ.
ນອກຈາກນັ້ນ, ນັກສຶກສາຍັງຈະໄດ້ຮຽນຮູ້ກ່ຽວກັບວັດທະນະທຳ
ແລະ ວິຖີຊີວິດຂອງຄົນໃນບັນດາປະເທດທີ່ນຳໃຊ້ພາສາອັງກິດ
ໂດຍຈະໄດ້ມີການຮຽນຮູ້ການນຳໃຊ້ພາສາອັງກິດຢ່າງຖືກຕ້ອງໃນຊີວິດປະຈຳວັນ ແລະ
ການເຮັດວຽກງານຕົວຈິງ ລວມທັງ ສຶກສາວັນນະກຳພາສາອັງກິດ ເປັນຕົ້ນ.
ວິທີການສິດສອນ
ການສິດສອນຂອງສາຂານີ້ແມ່ນລວມມີທັງການຮຽນແບບຫ້ອງລວມ ແລະ ສຳມະນາ.
ໃນນັ້ນ, ປະກອບມີພາກທິດສະດີ ແລະ ພາກປະຕິບັດຕົວຈິງ
ເຊັ່ນ: ການສະແດງລະຄອນຕາມບົດວັນນະຄະດີອັງກິດ, ການຂຶ້ນສະເໜີບົດຮຽນເປັນກຸ່ມ,
ການແປພາສາໂດຍທີ່ອາຈານຈະຈັດກຸ່ມໃຫ້ນັກຮຽນ
ເຊິ່ງຈະມີ 2-3 ຄົນຕໍ່ກຸ່ມ, ແລ້ວຈະໃຫ້ແຕ່ລະຄົນປ່ຽນກັນເປັນນາຍແປພາສາທັງລາວ
ແລະ ອັງກິດໄປພ້ອມໆກັນ
ເຊິ່ງສິ່ງນີ້ຈະເປັນການຊ່ວຍສົ່ງເສີມທັກສະໃນການນຳໃຊ້ພາສາອັງກິດຢ່າງແທ້ຈິງ.
ທັກສະ/ຄວາມສົນໃຈ
ມີທັກສະພື້ນຖານໃນການໃຊ້ພາສາລາວຢ່າງຄ່ອງແຄ້ວເສຍກ່ອນ
ເຊິ່ງຈະເຮັດໃຫ້ສາມາດປຽບທຽບຄວາມແຕກຕ່າງລະຫວ່າງພາສາລາວ ແລະ ພາສາອັງກິດ
ເພື່ອຊ່ວຍໃຫ້ການຮຽນມີຄວາມງ່າຍຂຶ້ນ. ຄວນເປັນຄົນທີ່ກ້າສະແດງອອກ
ແລະ ກ້າທີ່ຈະສົນ ທະນາກັບຄົນຕ່າງປະເທດ. ມີຄວາມສົນໃຈໃນການຄົ້ນຄວ້າ, ຮັບຟັງ ແລະ
ຄົ້ນຄິດກ່ຽວກັບຫຼັກການໃຊ້ພາສາຢ່າງຖືກຕ້ອງ.
ຈົບແລ້ວສາມາດ
ຈະມີຄວາມຮູ້ດ້ານການນຳໃຊ້ພາສາອັງກິດ ເຊັ່ນ: ທັກສະ ການຟັງ, ຂຽນ,
ອ່ານ
ແລະ ເວົ້າ ໄດ້ຢ່າງຄ່ອງແຄ້ວ; ທັກສະໃນການຄົ້ນຄິດແບບເລິກເຊິ່ງໃນເວລາອ່ານເລື່ອງ
ແລະ ບົດກາບກອນທີ່ເປັນພາສາອັງກິດ; ທັກສະໃນການພັນລະນາຄົນ, ສະຖານທີ່ ແລະ ສິ່ງຂອງຕ່າງໆ ແລະ
ສາມາດນໍາໃຊ້ເຕັກນິກການແປເຂົ້າໃນການແປບົດເລື່ອງ,
ເຫດການ
ແລະ ປະເດັນຕ່າງໆ.
ອາຊີບ
ເປັນພະນັກງານຮັບຕ້ອນ, ຜູ້ປະສານງານ, ນາຍແປພາສາ ຕາມສຳນັກງານ ແລະ ອົງການຈັດຕັ້ງ
ທັງພາກລັດ ແລະ ເອກະຊົນ ຫຼື ອົງການຈັດຕັ້ງສາກົນຕ່າງໆ. ນອກຈາກນັ້ນ, ຍັງສາມາດນຳໃຊ້ພາສາອັງກິດເຂົ້າໃນວິຊາສະເພາະທີ່ຕົນໄດ້ຮຽນມາເຊັ່ນ:
ວຽກງານດ້ານການພົວພັນຕ່າງປະເທດ,
ເສດຖະກິດ
ແລະ ອື່ນໆທີ່ມີການນຳໃຊ້ພາສາອັງກິດເປັນຫຼັກ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະອັກສອນສາດ
ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 740276 ຫຼື 021 740277
ເວັບໄຊ໌ www.fol.edu.la