ສາຂາ ວິສະວະກຳຂົນສົ່ງ ແລະພາລາທິການ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ



ວິສະວະກຳຂົນສົ່ງ ແລະພາລາທິການ

ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະວິສະວະກຳສາດ
ມະຫາວິທະຍາໄລແຫ່ງຊາດ

ນິຍາມ ແລະ ຄວາມສຳຄັນ
ວິສະວະກຳຂົນສົ່ງ ແລະ ພາລາທິການ ໝາຍ​ເຖິງການ​ປະຍຸກ​ໃຊ້​ຄວາມ​ຮູ້​ທາງວິສະວະ​ກໍາ​ເຂົ້າ​ໃນ ການວາງ​ແຜນ, ຈັດ​ສັນ ​ແລະ ອອກ​ແບບ​ລະບົບ​ຂົນ​ສົ່ງ​ໃຫ້​ມີ ຄວາມ​ປອດ​ໄພ ​ແລະ ມີ​ປະສິດທິພາບ ລວມ​​ເຖິງ​ ​ການ​ບໍລິຫານສາງ​ສິນຄ້າ ​ແລະ ຂົນ​ສົ່ງ​ສິນຄ້າ. ສາຂານີ້ ມີຄວາມສຳຄັນຫຼາຍ ເພາະຖ້າຫາກວ່າ ລະບົບ​ການ​ຂົນ​ສົ່ງ ມີຄວາມສະດວກ, ວ່ອງໄວ, ປອດໄພ ແລະ ທົ່ວເຖິງ ກໍຍິ່ງອໍານວຍ​ຄວາມ​ສະດວກ​ ​​ແລະ ຊຸກຍູ້ໃຫ້ເສດຖະກິດຂອງ​ຊາດ ມີ​ການຂະຫຍາຍຕົວໄວຍິ່ງຂຶ້ນ.

ວິຊານີ້ຮຽນກ່ຽວກັບຫຍັງ
ວິຊານີ້ສຶກສາ​ກ່ຽວ​ກັບພື້ນຖານວິຊາວິສະວະກຳ ກ່ອນ​ທີ່ຈະລົງເລິກກ່ຽວກັບຄວາມຮູ້ຕ່າງໆທີ່ກ່ຽວຂ້ອງເຊັ່ນ: ທິດສະດີການໄຫຼຂອງການສັນຈອນ ​ແລະ ວິສະວະກຳຈະລາຈອນ​ຄື ອົງ​ປະກອບ​ຕ່າງໆທາງ​ດ້ານ​ຈະລາ​ຈອນ, ກົດລະບຽບ ​ແລະ ການ​ຈັດການ​ດ້ານຈະລາຈອນ; ອົງ​ປະກອບ​ລະບົບ​ການ​ຂົນ​ສົ່ງ, ການ​ອອກ​ແບບ​ທາງ​ດ້ານ​ເລຂາຄະນິດ​ຂອງ​ທາງ ​ແລະ ການວາງແຜນການຂົນສົ່ງ, ການ​ຂົນ​ສົ່ງຕໍ່​ເນື່ອງ​ຫຼາຍຮູບ​ແບບ, ການບໍລິຫານສາງສິນຄ້າ ແລະ ການບໍລິຫານການຂົນສົ່ງສິນຄ້າ.



ວິທີການສິດສອນ
ການຮຽນການສອນຂອງສາຂານີ້ ປະກອບໄປດ້ວຍ ການ​ຮຽນທິດສະດີ ​​ເຊິ່ງມີ​ການ​ນໍາ​ໃຊ້​ສື່​ການຮຽນການ​ສອນດ້ວຍ VDO; ມີ​ການ​ເຮັດ​ບົດ​ລາຍ​ງານ​ໃນ​ຮູບ​ແບບ​ກຸ່ມ ​ແລະ ດ່ຽວ ຄຽງ​ຄູ່​ກັບ​ການ​ປະຕິບັດ​ຕົວ​ຈິງ​ເຊັ່ນ: ການ​ສໍາ​ຫຼວດການ​ຈະລາ​ຈອນ​ທາງບົກ, ການ​ປະ​ເມີນ​ການ​ລໍາລຽງ​ຂົນ​ສົ່ງ​ສິນຄ້າ ຕະຫຼອດ​ເຖິງ​ການ​ລົງ​ຝຶກ​ງານ​ຢູ່​ຕາມ​ບໍລິສັດ ຫຼື ​ໂຮງ​ຈັກ​ໂຮງງານ​ຕ່າງໆ ​ເຊິ່ງນັກ​ສຶກສາ​ຈະ​ໄດ້ຮຽນ​ຮູ້​ວິທີ​ການວາງແຜນລະບົບຂົນສົ່ງ ​ແລະ ການບໍລິຫານສາງສິນຄ້າຕົວ​ຈິງຂອງ​ບໍລິສັດ​ນັ້ນໆ.

ທັກສະ/ຄວາມສົນໃຈ
ມີຄວາມຮູ້ພື້ນຖານທີ່ແໜ້ນ ດ້ານຄະນິດສາດ ​ແລະ ຟິຊິກສາດລະດັບ​ປານ​ກາງ, ມີຄວາມຮູ້ດ້ານພາສາຕ່າງປະເທດເຊັ່ນ: ພາສາອັງກິດ; ​ພາສາ​ຈີນ ​ແລະ ຫວຽດນາມ ຍິ່ງ​ເປັນ​ການ​ດີ.  ເປັນຄົນມັກ ໃນການວາງແຜນ ແລະ ການຈັດການ, ມັກອ່ານ, ຊ່າງສັງເກດ, ມີຄວາມດຸໝັ່ນອົດທົນ ແລະ ໃສ່ໃຈໃນລາຍລະອຽດ; ມີ​ຄວາມ​ສົນ​ໃຈ​ໃນ ລະບົບ​ການ​ຂົນ​ສົ່ງ​ປະ​ເພດ​ຕ່າງໆ.

ຈົບແລ້ວສາມາດ
ມີຄວາມຮູ້ ແລະ ຄວາມສາມາດໃນ ການບໍລິຫານ, ວາງແຜນ ແລະ ປະເມີນການຂົນສົ່ງສິນຄ້າ, ການຄາດຄະເນການຂົນສົ່ງ, ການບໍລິຫານສາງສິນຄ້າ, ການບໍລິຫານລະບົບຈະລາຈອນ. ນອກນີ້ ນັກສຶກສາຍັງສາມາດອອກແບບ ຖະໜົນ, ປະເມີນຜົນກະທົບທາງສິ່ງແວດລ້ອມຈາກໂຄງການຂົນສົ່ງ; ​ແລະ ຮູ້​ເຖິງ​ຮູບ​ການ​ບໍລິຫານ​ຈັດການ ການ​ຂົນ​ສົ່ງຕໍ່​ເນື່ອງ​ຫຼາຍຮູບ​ແບບ.

ອາຊີບ
ເປັນພະນັກງານທີ່ເຮັດວຽກກ່ຽວຂ້ອງກັບ​ ລະບົບ​ການ​ຂົນ​ສົ່ງ ​ແລະ ພາລາ​ທິການ ໃນສະຖານທີ່ການຜະລິດ ແລະ ບໍລິສັດຕ່າງໆເຊັ່ນ: ຝ່າຍຈັດຊື້, ຝ່າຍຜະລິດ, ຝ່າຍການຈັດສົ່ງ, ສາງສິນຄ້າ; ​ແລະ ເຮັດວຽກໃນຂະ​ແໜງການ​ຕ່າງໆຂອງ​ລັດ​ເຊັ່ນ: ຫ້ອງການ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ເມືອງ, ພະ​ແນ​ກ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ຕາມ​ແຕ່ລະ​ແຂວງ ​ແລະ ກະຊວງໂຍທາທິການ ​ແລະ ຂົນ​ສົ່ງ.

ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ວິສະວະກໍາສາດ
ວິທະຍາເຂດໂສກປ່າຫຼວງ ມະຫາວິທະຍາໄລແຫ່ງຊາດ
ບ້ານ ໂສກປ່າຫຼວງ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ
ຕູ້ ປ.ນ 3166 ໂທ: 021 951294 ແຟັກ:  021 314382.
ເວັບໄຊ໌ www.fe-nuol.edu.la

ແຫຼ່ງຂໍ້ມູນ: https://collegemajor.la/


Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ