ສາຂາ ປູກຝັງ ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ
ປູກຝັງ
ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະກະເສດສາດ
ມະຫາວິທະຍາໄລແຫ່ງຊາດ
ນິຍາມ
ແລະ ຄວາມສຳຄັນ
ການປູກຝັງ ເປັນສາຂາວິຊາທີ່ເວົ້າເຖິງສາດ ຫຼື ວິທະຍາສາດຕ່າງໆກ່ຽວກັບການປູກພືດ
ລວມທັງສິ່ງແວດລ້ອມທີ່ອໍານວຍຄວາມສະດວກໃຫ້ແກ່ການປູກພືດ. ສາຂານີ້ມີຄວາມສໍາຄັນ
ເນື່ອງຈາກມັນໄດ້ເນັ້ນໜັກ ໃສ່ການສ້າງນັກວິຊາການທີ່ມີຄວາມຮູ້ແລະ
ສາມາດເຜີຍແຜ່ຄວາມຮູ້ເຫຼົ່ານັ້ນ ໃຫ້ແກ່ຊາວກະສິກອນທ້ອງຖິ່ນ ໂດຍມີຈຸດປະສົງເພື່ອ
ເພີ່ມປະສິດທິພາບໃນການຜະລິດ, ເພື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ
ກໍ່ຄືການພັດທະນາເສດຖະກິດ-ສັງຄົມໂດຍລວມ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ສຶກສາກ່ຽວກັບ ພືດສາດ (ເຊັ່ນ: ສະລິລະສາດພືດ, ລັກສະນະຂອງພືດ,
ການທໍາງານຂອງພືດ)
ແລະ ສິ່ງແວດລ້ອມທີ່ອໍານວຍຄວາມສະດວກໃຫ້ແກ່ການປູກຝັງ (ເຊັ່ນ:
ການນໍາໃຊ້ນໍ້າເຂົ້າໃນການປູກພືດ, ການປັບປຸງດິນ, ບັນດາທາດໃນດິນທີ່ເຮັດໃຫ້ພືດຈະເລີນງອກງາມ, ອຸຕຸກະເສດ ຫຼື ການສຶກສາສະພາບອາກາດທີ່ເໝາະສົມໃຫ້ແກ່ການປູກພືດ)
ແລະ ວິຊາສະເພາະດ້ານການປູກຝັງ ເຊັ່ນ: ວິທີການປູກ ແລະ ປັັບປຸງພັນພືດປະເພດຕ່າງໆ
ເຊັ່ນ: ພືດສວນ, ພືດໄຮ່ ແລະ
ພືດອຸດສາຫະກໍາ.
ວິທີການສິດສອນ
ວິທີການສິດສອນປະກອບມີການຮຽນທິດສະດີການປູກຝັງ ໂດຍຜ່ານການບັນຍາຍ ແລະ
ການປະຕິບັດຕົວຈິງ ໃນສວນທົດລອງພາຍໃນໂຮງຮຽນ,
ໂດຍນັກສຶກສາຈະໄດ້
ທົດລອງປູກພືດດ້ວຍຕົນເອງ ເຊິ່ງມີຂະບວນການຕັ້ງແຕ່ ການເລືອກສະຖານທີ່, ການຂຸດໜານ,
ກ້າ, ບົ່ມ,
ຫົດນໍ້າ
ແລະ ຕິດຕາມສຶກສາຂະບວນການຂະຫຍາຍຕົວ ຫຼື ຂະບວນການໃຫ້ຜົນຜະລິດ. ມີການຝຶກງານ
ໃນໜ່ວຍງານທັງພາກລັດ ແລະ ເອກະຊົນ ທັງພາຍໃນນະຄອນຫຼວງວຽງຈັນ ແລະ ທ້ອງຖິ່ນ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ວິຊາຊີວະສາດ, ເຄມີສາດ ແລະ ຄະນິດສາດ.
ມີຄວາມສົນໃຈທາງດ້ານການຜະລິດກະສິກໍາ ຫຼື ການສຶກສາກ່ຽວກັບພືດ ແລະ
ການປູກຝັງປະເພດຕ່າງໆ. ເປັນຄົນມັກທໍາມະຊາດ ແລະ ມັກການເຮັດວຽກພາກສະໜາມ ແລະ
ທີ່ຂາດບໍ່ໄດ້ແມ່ນ ຄວນເປັນຄົນທີ່ເຫັນຄວາມສໍາຄັນຂອງຂະແໜງກະສິກໍາ ຕໍ່ການຂະຫຍາຍຕົວຂອງເສດຖະກິດ.
ຈົບແລ້ວສາມາດ
ນັກສຶກສາທີ່ຈົບຈາກສາຂານີ້ ຈະມີທັກສະໃນການປູກພືດ, ການບົວລະບັດຮັກສາພືດ ແລະ
ການຈັດການກິດຈະການກະສິກໍາອື່ນໆ ເຊັ່ນ: ການເລືອກພື້ນທີ່ໃນການປູກ, ການປັບແຕ່ງພື້ນທີ່ ຫຼື ການກຽມດິນ, ການປູກ,
ຮັກສາ
ແລະ ເກັບກ່ຽວພືດ ແລະ ການຈໍາໜ່າຍຜົນຜະລິດພືດ. ນອກຈາກນີ້, ຍັງມີຄວາມສາມາດໃນການສົ່ງເສີມ ແລະ
ນໍາພາປະຊາຊົນເຮັດວຽກກະສິກໍາ.
ອາຊີບ
ນັກສຶກສາ ສາມາດປະກອບອາຊີບ ເປັນນັກວິຊາການ
ເຊິ່ງມີໜ້າທີ່ຫຼັກໃນການຈັດການກ່ຽວກັບການປູກຝັງ ໂດຍສາມາດເຮັດວຽກນໍາໜ່ວຍງານທັງພາກລັດ, ເອກະຊົນ,
ອົງການຈັດຕັ້ງ
ແລະ ໂຄງການສົ່ງເສີມກະສິກໍາຕ່າງໆ ເຊັ່ນ: ກະຊວງກະສິກໍາ ແລະ ປ່າໄມ້, ຫ້ອງການກະສິກໍາ ແລະ ປ່າໄມ້ແຂວງ, ທະນາຄານສົ່ງເສີມກະສິກໍາ, ສູນປ້ອງກັນພືດ ເປັນຕົ້ນ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ກະເສດສາດ
ວິທະຍາເຂດນາບົງ, ມະຫາວິທະຍາໄລແຫ່ງຊາດ
ບ້ານ ປາກຊາບໃໝ່, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 870048; ແຟັກ: 021 870131


