ສາຂາ ປ້ອງກັນພືດ ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ



ປ້ອງກັນພືດ

ຫຼັກສູດ: ປະລິນຍາຕີ  4 ປີ

ຄະນະກະເສດສາດ

ມະຫາວິທະຍາໄລແຫ່ງຊາດ

ນິຍາມ ແລະ ຄວາມສຳຄັນ

ການປ້ອງກັນພືດ ໝາຍເຖິງວິທະຍາສາດທີ່ວ່າດ້ວຍການຮັກສາສຸຂະພາບຂອງພືດ ເຊິ່ງກວມເອົົາວິທີການປ້ອງກັນ ແລະ ກໍາຈັດສິ່ງທີ່ທໍາລາຍພືດ ໂດຍສະເພາະແມ່ນພະຍາດ, ເຊື້ອລາ ແລະ ແມງໄມ້ຕ່າງໆ. ສາຂານີ້ມີຄວາມສໍາຄັນ ໃນການຮັບປະກັນປະສິດທິພາບການຜະລິດ ແລະ ຄຸນນະພາບຂອງຜົນຜະລິດກະສິກໍາໃຫ້ໄດ້ມາດຕະຖານສາກົນ ເຊິ່ງຈະຊ່ວຍໃຫ້ສາມາດເຂົ້າແຂ່ງຂັນກັບຕ່າງປະເທດໃນຕະຫຼາດການສົ່ງອອກສາກົນ ອັນຈະເປັນການສົ່ງເສີມເສດຖະກິດຂອງປະເທດເຮົາ.

ວິຊານີ້ຮຽນກ່ຽວກັບຫຍັງ

ສາຂານີ້ສຶກສາກ່ຽວກັບ ວິທະຍາສາດການປ້ອງກັນພືດ ຈາກພະຍາດ, ແມງໄມ້, ຂີ້ກະ​ເດືອນ​ຝອຍ, ​ໄວ​ຣັສ ແລະ ເຊື້ອລາ ແລະ ວິທີການ​ປ້ອງ​ກັນ ​ແລະ ກໍາຈັດສັດຕູ​ພືດ ເຊັ່ນ: ວິທີການປ້ອງກັນພືດແບບຊີວະ​ວິທະຍາ ເຊິ່ງປະກອບມີ ການນໍາໃຊ້ແມງໄມ້ເພື່ອກໍາຈັດແມງໄມ້, ການໃຊ້ຈຸລິນຊີເພື່ອກໍາຈັດເຊື້ອລາ ​ແລະ ​ແບັກ​ທີ​ເລຍ; ການ​ໃຊ້​ສະໝຸນ​ໄພ​ປ້ອງ​ກັນ​ພືດ, ການປ້ອງກັນພືດແບບນໍາໃຊ້ສານເຄມີ ແລະ ການ​ປ້ອງ​ກັນ​ພືດແບບປະສົມປະສານ.



ວິທີການສິດສອນ

ວິທີການສິດສອນປະກອບມີການຮຽນທິດສະດີຜ່ານການບັນຍາຍ ໂດຍອາຈານພາຍໃນໂຮງຮຽນ ແລະ ຊ່ຽວຊານຈາກກະຊວງກະສິກໍາ ແລະ ຈາກຕ່າງປະເທດ. ມີການປະຕິບັດຕົວຈິງ ໂດຍນັກສຶກສາຈະໄດ້ເຮັດການສໍາຫຼວດສະຖານທີ່ ທີ່ມີການລະບາດຂອງແມງໄມ້ ແລະ ພະຍາດພືດ ເພື່ອສຶກສາເບິ່ງວິທີການປ້ອງກັນ ແລະ ກໍາຈັດສັດຕູພືດ ຂອງຊາວກະສິກອນທ້ອງຖິ່ນ. ນອກຈາກນີ້, ຍັງມີການລົງທັດສະນະສຶກສາ ເພື່ອສຶກສາສະພາບແວດລ້ອມ ແລະ ວິທີການຜະລິດກະສິກໍາ ແລະ ລົງຝຶກງານ.

ທັກສະ/ຄວາມສົນໃຈ

ຄວາມຮູ້ພື້ນຖານ ຊີວະສາດ ແລະ ເຄມີສາດ. ມີຄວາມສົນໃຈທາງດ້ານການຜະລິດກະສິກໍາ ຫຼື ການສຶກສາກ່ຽວກັບພືດ, ການປູກຝັງ ແລະ ບັນຫາສຸຂະພາບຂອງພືດ. ເປັນຄົນມັກທໍາມະຊາດ ແລະ ມັກການເຮັດວຽກພາກສະໜາມ, ມີຄວາມລະອຽດຖີ່ຖ້ວນ ແລະ ມີການຕຶກຕອງທີ່ດີ ເນື່ອງຈາກຕ້ອງໄດ້ເຮັດວຽກກັບພະຍາດ ເຊິ່ງເປັນວັດຖຸທີ່ເຮົາເບິ່ງບໍ່ເຫັນດ້ວຍຕາເປົ່າ.

ຈົບແລ້ວສາມາດ

ມີຄວາມສາມາດໃນການຫາວິທີປ້ອງກັນບໍ່ໃຫ້ເກີດພະຍາດ, ແມງໄມ້ ແລະ ເຊື້ອລາໃນພືດ, ສາມາດປຸງແຕ່ງສະໝຸນໄພ ຫຼື ນໍາໃຊ້ສານເຄມີ ເພື່ອກໍາຈັດສັດຕູພືດ. ນອກຈາກນີ້, ຍັງມີທັກສະໃນການສໍາຫຼວດການລະບາດຂອງສັດຕູພືດ, ສາມາດກວດຫາເຊື້ອລາທີ່ເກີດໃນພືດ ແລະ ວິນິດໄສພະຍາດ ແລະ ມີຄວາມຮູ້ພື້ນຖານທາງດ້ານການປູກຝັງ.

ອາຊີບ

ສາມາດປະກອບອາຊີບເປັນນັກວິຊາການດ້ານການປ້ອງກັນພືດ ໂດຍສັງກັດໃນໜ່ວຍງານທັງພາກລັດ ແລະ ເອກະຊົນ. ສາມາດເຮັດວຽກຕາມດ່ານ-ຊາຍແດນ ໂດຍເຮັດໜ້າທີ່ກວດກາການນໍາເຂົ້າ ແລະ ສົ່ງອອກສິນຄ້າກະສິກໍາ ເພື່ອຢັ້ງຢືນຄວາມຖືກຕ້ອງ ແລະ ຮັບປະກັນຄຸນນະພາບ ໃຫ້ໄດ້ມາດຕະຖານຂອງກະຊວງກະສິກໍາ ແລະ ຕາມທີ່ກໍານົດໂດຍປະເທດຄູ່ຄ້າ.

ທີ່ຕັ້ງ ແລະ ຕິດຕໍ່

ຄະນະ ກະເສດສາດ
ວິທະຍາເຂດນາບົງ, ມະຫາວິທະຍາໄລແຫ່ງຊາດ
ບ້ານ ປາກຊາບໃໝ່, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 870048; ແຟັກ: 021 870131

ແຫຼ່ງຂໍ້ມູນ: https://collegemajor.la/


Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ