ສາຂາ ວິທະຍາສາດການປະມົງ ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ
ວິທະຍາສາດການປະມົງ
ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະກະເສດສາດ
ມະຫາວິທະຍາໄລແຫ່ງຊາດ
ນິຍາມ
ແລະ ຄວາມສຳຄັນ
ການປະມົງ ແມ່ນ ບັນດາກິດຈະກໍາທີ່ຕິດພັນກັບການລ້ຽງ, ການຊອກຫາ ແລະ ອະນຸລັກຮັກສາ ສັດນໍ້າໃນແຫຼ່ງນໍ້າ
ເພື່ອຈຸດປະສົງ ການບໍລິໂພກ ແລະ ການຄ້າ.
ການປະມົງ
ມີຄວາມສໍາຄັນຕໍ່ການຄຸ້ມຄອງການນໍາໃຊ້ຊັບພະຍາກອນສັດນໍ້າ ໃຫ້ເກີດຜົນປະໂຫຍດ ແລະ
ມີຄວາມຍືນຍົງທີ່ສຸດ, ການສ້າງກິດຈະກໍາຫາລາຍໄດ້, ການຄໍ້າປະກັນ ສະບຽງອາຫານ ແລະ
ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ ແລະ
ຍັງສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ປະເທດຊາດ.
ວິຊານີ້ຮຽນກ່ຽວກັບຫຍັງ
ສຶກສາຢູ່ 2 ສາຂາທີ່ສໍາຄັນຄື: 1) ວິທະຍາການໃນການລ້ຽງ ແລະ
ຂະຫຍາຍພັນສັດນໍ້າຈືດ ປະກອບມີວິຊາຕົ້ນຕໍ ເຊັ່ນ: ໂພຊະນາການສັດນໍ້າ, ຫຼັກການຈັດການການລ້ຽງສັດນໍ້າ, ຫຼັກການລ້ຽງ ແລະ ຂະຫຍາຍພັນສັດນໍ້າ, ການລ້ຽງປາແບບປະສົມປະສານ, ພະຍາດ ແລະ ຫຼັກການໃນການປ້ອງກັນ ແລະ ອື່ນໆ. 2) ວິທະຍາສາດການປະມົງໃນແຫຼ່ງນໍ້າ
ປະກອບມີວິຊາຕົ້ນຕໍ ເຊັ່ນ: ການສໍາຫຼວດສັດນໍ້າໃນແຫຼ່ງນໍ້າທໍາມະຊາດ
(ຄວາມຮູ້ເບື້ອງຕົ້ນກ່ຽວກັບປາ, ອະນຸກົມວິຖານ, ຊີວະວິທະຍາທາງການປະມົງ, ປະຊາກອນສັດນໍ້າ ແລະ ພຶດຕິກໍາປາ) ແລະ
ການຄຸ້ມຄອງແຫຼ່ງທໍາການປະມົງ ເຊັ່ນ: ການຄຸ້ມຄອງຊັບພະຍາກອນທາງການປະມົງ
ເປັນຕົ້ນ.
ວິທີການສິດສອນ
ການສິດສອນປະກອບມີທັງ ການບັນຍາຍທາງດ້ານທິດສະດີໃນຫ້ອງຮຽນ, ມີການສໍາມະນາ ລະຫວ່າງອາຈານ ແລະ ນັກສຶກສາ ແລະ
ມີການຄົ້ນຄວ້າຂຽນບົດລາຍງານ. ນອກນັ້ນ, ຍັງມີການສິດສອນ ຜ່ານການລົງປະຕິບັດຕົວຈິງ
ເພື່ອໃຫ້ນັກສຶກສາ ເຫັນໄດ້ ແລະ ຮຽນຮູ້ຕົວຈິງທາງດ້ານເຕັກນິກການລ້ຽງ ແລະ
ວິທະຍາສາດການປະມົງ ໃນຟາມລ້ຽງສັດນໍ້າ,
ແຫຼ່ງນໍ້າທໍາມະຊາດ, ອ່າງເກັບນໍ້າ ແລະ ມີການທົດລອງໃນຫ້ອງທົດລອງ.
ທັກສະ/ຄວາມສົນໃຈ
ຄວນມີພື້ນຖານຄວາມຮູ້ ດ້ານ ຄະນິດສາດ,
ພູມສາດ, ເຄມີສາດ ແລະ ຊີວະສາດ. ເປັນຄົນ ທີ່ມີຄວາມອົດທົນ ແລະ ມີຄວາມມັກ ແລະ ສົນໃຈ ໃນດ້ານຊີວະນາໆພັນ ເປັນຕົ້ນ
ແມ່ນ ສັດນໍ້າຊະນິດຕ່າງໆ, ການຄຸ້ມຄອງ ແລະ
ອະນຸລັກສັດນໍ້າ, ການປ່ຽນແປງຂອງສະພາບອາກາດ
ແລະ ສິ່ງແວດລ້ອມ ທີ່ມີຜົນກະທົບຕໍ່ກັບແຫຼ່ງນໍ້າ ກໍ່ຄື ສັດນໍ້າ.
ຈົບແລ້ວສາມາດ
ມີຄວາມຮູ້ ແລະ
ສາມາດນໍາໃຊ້ເຕັກໂນໂລຊີໃໝ່ໆເຂົ້າໃນຂະແໜງການທີ່ກ່ຽວຂ້ອງກັບການລ້ຽງ
ແລະ ຂະຫຍາຍພັນສັດນໍ້າ; ມີຄວາມຮູ້ ແລະ
ສາມາດສໍາຫຼວດ ແລະ ປະເມີນສັດນໍ້າໃນແຫຼ່ງນໍ້າທໍາມະຊາດ
ທີ່ອາດເກີດຜົນກະທົບຈາກຫຼາຍໆກິດຈະກໍາ ເພື່ອຊອກຫາວິທີການໃນການຄຸ້ມຄອງໃຫ້ມີຄວາມຍືນຍົງໃນການນໍາໃຊ້
ແລະ ຮັກສາຄວາມອຸດົມສົມບູນຂອງລະບົບນິເວດແຫຼ່ງນໍ້າ.
ອາຊີບ
ເປັນຜູ້ປະກອບການທຸລະກິດ ທາງດ້ານການລ້ຽງປາ ແລະ ການຂະຫຍາຍພັນປາ. ເປັນນັກວິຊາການ, ນັກຄົ້ນຄວ້າ ແລະ ນັກວິເຄາະ-ປະເມີນຜົນດ້ານການປະມົງ
ຕາມສະຖາບັນການສຶກສາ, ຂະແໜງການວິທະຍາສາດການປະມົງ, ອົງການຮັກສາຊັບພະຍາກອນນໍ້າ ແລະ ເຂື່ອນໄຟຟ້າ
ທີ່ມີການພັດທະນາ ດ້ານການປະມົງ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ກະເສດສາດ
ວິທະຍາເຂດນາບົງ, ມະຫາວິທະຍາໄລແຫ່ງຊາດ
ບ້ານ ປາກຊາບໃໝ່, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ


