ສາຂາ ພາສາຍີ່ປຸ່ນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດລາວ
ພາສາຍີ່ປຸ່ນ
ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະອັກສອນສາດ
ມະຫາວິທະຍາໄລແຫ່ງຊາດລາວ
ນິຍາມ ແລະ ຄວາມສຳຄັນ
ພາສາຍີ່ປຸ່ນແມ່ນພາສາປະຈຳຊາດຂອງປະເທດຍີ່ປຸ່ນ
ແລະ ທັງເປັນເຄຶ່ອງມືທີ່ໃຊ້ເຂົ້າໃນການສື່ສານ
ເພື່ອໃຫ້ເກີດຄວາມເຂົ້າໃຈໃນພາສາດັ່ງກ່າວ. ສາຂາວິຊານີ້ມີຄວາມສຳຄັນໃນການສ້າງໃຫ້ນັກສຶກສາສາມາດນຳໃຊ້ພາສາຍີ່ປຸ່ນໃນທຸກຮູບແບບຂອງການສື່ສານຢ່າງມີປະສິດທິພາບ
ເພື່ອເປັນສື່ກາງໃນການສື່ສານກັບຄົນທີ່ໃຊ້ພາສາຍີ່ປຸ່ນ, ການສຶກສາຖອດຖອນບົດຮຽນ ແລະ
ການແລກປ່ຽນຂໍ້ມູນຂ່າວສານທາງດ້ານວັດທະນະທໍາ ແລະ ເສດຖະກິດ – ສັງຄົມ ກັບປະເທດຍີ່ປຸ່ນ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂາວິຊານີ້ແມ່ນສຶກສາກ່ຽວກັບພື້ນຖານພາສາຍີ່ປຸ່ນ
ເຊັ່ນ: ການນຳໃຊ້ຫຼັກໄວຍາກອນໃຫ້ຖືກຕ້ອງ,
ທັກສະທາງດ້ານການອ່ານ, ການຟັງ,
ການຂຽນ
ແລະ ການເວົ້າ ເພື່ອສື່ສານໃນຊີວິດປະຈຳວັນ ຫຼື ນໍາໃຊ້ເຂົ້າໃນການປະກອບອາຊີບ ແລະ
ການແປພາສາ. ນອກຈາກນັ້ນ, ນັກສຶກສາ
ຍັງຈະໄດ້ສຶກສາກ່ຽວກັບ ພູມສາດ, ປະຫວັດສາດ, ການເມືອງ-ການປົກຄອງ, ເສດຖະກິດ-ສັງຄົມ, ວັດທະນະທໍາ ແລະ
ຮີດຄອງປະເພນີຂອງ ປະເທດຍີ່ປຸ່ນ ເຊັ່ນ: ພິທີການຊົງຊາ, ບຸນນະມັດສະການຕ່າງໆ ເປັນຕົ້ນ.
ວິທີການສິດສອນ
ວິທີການສິດສອນ
ແມ່ນໄດ້ນຳໃຊ້ສື່ການຮຽນ-ການສອນທີ່ຫຼາກຫຼາຍເຊັ່ນ: ເທັບ, ວິດີໂອ ແລະ ຊີດີ. ມີການເນັ້ນໜັກການຮຽນ-ການສອນ
ແບບປະສົມປະສານລະຫວ່າງການສຶກສາຈາກປຶ້ມຕຳລາ ແລະ ການປະຕິບັດຕົວຈິງ
ກໍຄືການເຂົ້້າຮ່ວມກິດຈະກໍາສົນທະນາ-ແລກປ່ຽນຄໍາຄິດເຫັນ ເປັນພາສາຍີ່ປຸ່ນກັບນັກສຶກສາ
ຈາກມະຫາວິທະຍາໄລຍີ່ປຸ່ນ ຫຼື ຄົນຍີ່ປຸ່ນ ເພື່ອໃຫ້ນັກສຶກສາມີໂອກາດຝຶກທັກສະໃນການນໍາໃຊ້ພາສາຍີ່ປຸ່ນ
ແບບສື່ສານກັບເຈົ້າຂອງພາສາໂດຍກົງ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ດ້ານພາສາຍີ່ປຸ່ນ ກໍ່ຈະເປັນການດີ. ເປັນຄົນ ມີຄວາມກະຕືລືລົ້ນ ແລະ ກ້າສະແດງອອກ
ໂດຍສະເພາະແມ່ນໃນການສົນທະນາ ແລະ ນຳໃຊ້ພາສາເພື່ອສື່ສານກັບຜູ້ທີ່ນໍາໃຊ້ພາສາຍີ່ປຸ່ນ.ມີຄວາມສາມາດໃນການຈື່ຈຳດີ. ມີຄວາມສົນໃຈ ແລະ ມັກຮັກໃນພາສາ, ຮີດຄອງປະເພນີ ແລະ ວັດທະນະທໍາຍີ່ປຸ່ນ.
ຈົບແລ້ວສາມາດ
ສາມາດເຂົ້າໃຈຢ່າງເລິກເຊິ່ງ
ກ່ຽວກັບການນໍາໃຊ້ພາສາຍີ່ປຸ່ນ, ມີທັກສະພື້້ນຖານ ເຊັ່ນ:
ທັກສະການຟັງ, ເວົ້າ, ອ່ານ ແລະ ຂຽນ ໃນລະດັບດີ; ສາມາດນຳໃຊ້ພາສາຍີ່ປຸ່ນ ເຂົ້າໃນການສື່ສານໃນຊີວິດປະຈຳວັນ
ຫຼື ເຂົ້າໃນການປະກອບອາຊີບທັງການເຮັດທຸລະກິດສ່ວນຕົວ ຫຼື ໃນອົງການຈັດຕັ້ງຕ່າງໆ; ແລະ ສາມາດແປພາສາຈາກຍີ່ປຸ່ນ ເປັນລາວ ແລະ
ລາວເປັນຍີ່ປຸ່ນ.
ອາຊີບ
ສາມາດປະກອບອາຊີບເປັນພະນັກງານໃນບໍລິສັດເອກະຊົນຕ່າງໆຂອງຍີ່ປຸ່ນທີ່ມາລົງທຶນຢູ່ລາວ
ຫຼື ອົງການຈັດຕັ້ງຂອງຍີ່ປຸ່ນທີ່ເຮັດວຽກຊ່ວຍເຫຼືອລາວ ເຊັ່ນ: ອົງການ JICA ເປັນຕົ້ນ.ນອກຈາກນີ້ ຍັງສາມາດເປັນນັກປະກາດຂ່າວ, ພະນັກງານນໍາທ່ຽວ,
ນາຍແປພາສາຍີ່ປຸ່ນ
ຫຼື ເປັນອາຈານສອນພາສາຍີ່ປຸ່ນຢູ່ສະຖາບັນການສຶກສາຕ່າງໆ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະອັກສອນສາດ
ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ,
ນະຄອນຫຼວງວຽງຈັນ
ໂທ: 021 740276 ຫຼື 021 740277
ເວັບໄຊ໌ www.fol.edu.la
ແຫຼ່ງຂໍ້ມູນ: https://collegemajor.la/


