ສາຂາ ພົວພັນສາກົນ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ
ພົວພັນສາກົນ
ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະນິຕິສາດ ແລະ ລັດຖະສາດ
ມະຫາວິທະຍາໄລແຫ່ງຊາດ
ນິຍາມ
ແລະ ຄວາມສຳຄັນ
ການພົວພັນສາກົນ ໝາຍເຖິງ ການພົວພັນລະຫວ່າງປະເທດ ເຊິ່ງລວມມີ ການຮ່ວມມື ແລະ
ການຂັດແຍ້ງ ທາງດ້ານການເມືອງ, ເສດຖະກິດ-ສັງຄົມ.
ສາຂານີ້ ມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ
ເພາະການຮ່ວມມືລະ ຫວ່າງປະເທດ ນຳໄປສູ່ການແລກປ່ຽນທາງການຄ້າ, ຄວາມຮູ້ເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ
ເຮັດໃຫ້ເກີດການເຊື່ອມໂຍງລະ ຫວ່າງປະເທດໃນລະດັບພາກພື້ນ ແລະ ສາກົນ, ສາມາດຫຼຸດຜ່ອນຂໍ້ຂັດແຍ້ງທີ່ເປັນອຸປະສັກຕໍ່ການພັດທະນາເສດຖະກິດ-ສັງຄົມ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ ຮຽນກ່ຽວກັບການວິເຄາະນະໂຍບາຍຕ່າງປະເທດຂອງ ສປປ ລາວ ແລະ
ບັນດາປະເທດມະຫາອຳນາດໃນໂລກ
ເຊິ່ງມີອິດທິພົນໃນການກຳນົດຮູບແບບການຮ່ວມມືສາກົນ; ວິໄຈເຫດການພົ້ນເດັ່ນທາງດ້ານເສດຖະກິດ-ການເມືອງທີ່ເກີດຂຶ້ນທົ່ວໂລກ, ສຶກ ສາກ່ຽວກັບປະຫວັດສາດໂລກ, ລະບົບການເມືອງການປົກຄອງ, ເສດຖະສາດ,
ກົດໝາຍລະຫວ່າງປະເທດ, ບົດບາດຂອງອົງການຈັດຕັ້ງສາກົນ, ການແກ້ໄຂຂໍ້ຂັດແຍ້ງລະຫວ່າງປະເທດ.
ນອກຈາກນັ້ນ ຍັງສຶກສາກ່ຽວພິທິການທາງດ້ານການທູດ.
ວິທີການສິດສອນ
ວິທີການສິດສອນແມ່ນແນໃສ່
ການວິເຄາະເຫດການຕົວຈິງທີ່ເກີດຂຶ້ນໃນໂລກເຊັ່ນ:
ເຫດການຂໍ້ພິພາດທີ່ເກີດຂຶ້ນລະຫວ່າງປະເທດ
ໂດຍອີງໃສ່ທິດສະດີຕ່າງໆທີ່ກ່ຽວຂ້ອງກັບການພົວພັນສາກົນ.
ນັກສຶກສາຈະໄດ້ຮັບຟັງ ແລະ
ຮຽນຮູ້ປະສົບການຕົວຈິງຈາກອາຈານຮັບເຊີນທີ່ເປັນນັກການທູດອາວຸໂສ. ນອກຈາກນັ້ນ, ນັກສຶກສາຍັງຈະໄດ້ມີໂອກາດເຂົ້າຮ່ວມງານກິດຈະກຳຂອງອົງການຈັດຕັ້ງສາກົນຕ່າງໆ
ແລະ ຝຶກງານໃນອົງການລັດ ແລະ
ອົງການຈັດຕັ້ງສາກົນເພື່ອເກັບກ່ຽວປະສົບການໃນການເຮັດວຽກຕົວຈິງ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານທາງດ້ານພາສາຕ່າງປະເທດ ແລະ
ມີຄວາມສົນໃຈຕິດຕາມເຫດການທາງດ້ານເສດຖະກິດ-ການເມືອງທີ່ເກີດຂຶ້ນໃນທົ່ວໂລກ; ມີທັກສະ ໃນການເຈລະຈາ; ເປັນຄົນ ມີມະນຸດສຳພັນດີ, ມີພິກໄຫວ ແລະ ສາມາດປັບຕົວກັບສະຖານະການຕ່າງໆໄດ້ດີ; ມີຄວາມສົນໃຈກ່ຽວກັບ ວັດທະນາທຳຕ່າງປະເທດ ແລະ
ການເຮັດວຽກຮ່ວມກັບສາກົນ.
ຈົບແລ້ວສາມາດ
ມີຄວາມຮູ້ຄວາມສາມາດໃນການວິເຄາະນະໂຍບາຍຕ່າງປະເທດ ແລະ
ເຫດການທາງດ້ານເສດຖະກີດ-ການ. ມີຄວາມເຂົ້າໃຈ ກ່ຽວກັບປະຫວັດສາດ ແລະ
ວັດທະນາທຳສັງຄົມ ຂອງປະເທດຕ່າງໆ. ມີທັກສະໃນການເຈລະຈາທາງການທູດ ແລະ
ພິທີການທາງການທູດ ເຊິ່ງເປັນວິທີການປະຕິບັດທີ່ດີຂອງນັກການທູດ ແລະ
ຍັງມີຄວາມຮູ້ທາງດ້ານກົດໝາຍສາກົນອີກດ້ວຍ.
ອາຊີບ
ນັກສຶກສາສາມາດປະກອບອາຊີບທີ່ຕິດພັນກັບວຽກງານການພົວພັນສາກົນເຊັ່ນ:
ເປັນນັກການທູດ, ທີ່ປຶກສາດ້ານການທູດ, ນັກວິຊາການທາງດ້ານນະໂຍບາຍ ແລະ
ການພົວພັນສາກົນ, ນັກວິເຄາະຂ່າວຕ່າງປະເທດ
ແລະ ຜູ້ປະສານງານ ໃນອົງການຈັດສາກົນ,
ອົງການຈັດຕັ້ງລັດ
ໂດຍສະເພາະແມ່ນ ກະຊວງການຕ່າງປະເທດ,
ສະຖານທູດ
ແລະ ກົງສູນຕ່າງໆ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ນິຕິສາດ ແລະ ລັດຖະສາດ
ວິທະຍາເຂດດອນນົກຂຸ້ມ ມະຫາວິທະຍາໄລແຫ່ງຊາດ
ຖະໜົນມິດຕະພາບລາວ-ໄທ, ບ້ານ ດອນນົກຂູ້ມ, ເມືອງສີສັກຕະນາກ,
ນະຄອນຫຼວງວຽງຈັນ
ຕູ້ ປ.ນ 822. ໂທ: 021 312010 ຫຼື 352801, ແຟັກ: 021 314976
ອີເມວ: flpnuol@yahoo.com


