ສາຂາ ເຕັກໂນໂລຊີສິ່ງແວດລ້ອມ ຄະນະວິທະຍາສາດສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດລາວ
ເຕັກໂນໂລຊີສິ່ງແວດລ້ອມ
ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະວິທະຍາສາດສິ່ງແວດລ້ອມ
ມະຫາວິທະຍາໄລແຫ່ງຊາດລາວ
ນິຍາມ
ແລະ ຄວາມສຳຄັນ
ເຕັກໂນໂລຊີສິ່ງແວດລ້ອມ ໝາຍເຖິງການນໍາໃຊ້ເຕັກໂນໂລຊີ ເຂົ້າໃນການຄຸ້ມຄອງ ແລະ
ຈັດການສິ່ງແວດລ້ອມ ເພື່ອການພັດທະນາທີ່ຍືນຍົງ ແລະ ມີຜົນກະທົບຕໍ່ກັບສິ່ງແວດລ້ອມໃຫ້ໜ້ອຍທີ່ສຸດ.
ສາຂານີ້ມີຄວາມສໍາຄັນເນື່ອງຈາກ ມັນໄດ້ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ
ມາເປັນເຄື່ອງມືໃນການຮັກສາສິ່ງແວດລ້ອມ ແລະ ຈັດການກັບບັນຫາສິ່ງແວດລ້ອມ
ທີ່ເກີດຂື້ນຈາກການກະທໍາຂອງມະນຸດ ແລະ ກິດຈະກໍາຕ່າງໆຂອງການພັດທະນາ ເຊັ່ນ: ມົນລະພິດທາງອາກາດ, ທາງນໍ້າ,
ຂີ້ເຫຍື້ອ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂາວິຊານີ້ຮຽນກ່ຽວກັບ ການນໍາໃຊ້ບັນດາເຕັກນິກ ຫຼື ວິທີການຕ່າງໆ
ເຂົ້າໃນການບຳບັດ, ຟື້ນຟູ, ຫຼຸດຜ່ອນ ແລະ ຈັດການ ກັບບັນຫາ ຫຼື
ຜົນກະທົບຕ່າງໆທີ່ເກີດຂຶ້ນກັບສິ່ງແວດລ້ອມ. ນອກນັ້ນ ນັກສຶກສາ
ຍັງຈະໄດ້ຮຽນກ່ຽວກັບບັນດາອຸປະກອນ ທີ່ໃຊ້ເຂົ້າໃນການຈັດການບັນຫາສິ່ງແວດລ້ອມຕ່າງໆ, ການອອກແບບຮູບແບບຂອງອຸປະກອນດັ່ງກ່າວ, ວິທີສ້າງ ແລະ ນໍາໃຊ້ ເຕັກໂນໂລຊີຕ່າງໆ
ເຂົ້າໃນການຈັດການກັບບັນຫາສິ່ງແວດລ້ອມໃຫ້ມີປະສິດທິພາບ.
ວິທີການສິດສອນ
ມີການບັນຍາຍທິດສະດີ 60% ແລະ ປະຕິບັດຕົວຈິງ 40% ໂດຍຂື້ນກັບລາຍວິຊາ ເຊັ່ນ:
ໃນວິຊາຂະບວນການຜະລິດກະສິກໍາສະອາດ ນັກສຶກສາ
ຈະໄດ້ລົງເບີ່ງສະຖານທີ່ຕົວຈິງ ເພື່ອເບິ່ງເຕັກນິກກະສິກໍາອີນຊີ ແລະ
ສໍາພາດຜູ້ກ່ຽວຂ້ອງເພື່ອເກັບກໍາຂໍ້ມູນ.
ມີການລົງທັດສະນະສຶກສາທີ່ໂຮງງານ ແລະ ຕົວເມືອງ ເພື່ອສຶກສາເຖິງການຈັດການ
ແລະ ບໍາບັດນໍ້າເສຍ ແລະ
ບັນຫາສິ່ງແວດລ້ອມທີ່ເກີດຂື້ນຈາກການເພີ່ມຂື້ນຂອງປະຊາກອນ ເປັນຕົ້ນ; ແລະ ມີການເຮັດບົດລາຍງານ ແລະ
ນໍາສະເໜີຂໍ້ມູນ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ດ້ານຄະນິດສາດ, ເຄມີສາດ, ຟີຊິກສາດ,
ຊີວະສາດ. ມີທັກສະໃນການນຳສະເໜີຜົນງານ, ຄິດໄລ່ ແລະ ອອກແບບ. ເປັນຄົນ ມີຄວາມຄິດລິເລີ່ມ, ສ້າງສັນ ແລະ ມັກນໍາໃຊ້ເຕັກໂນໂລຊີ. ມີຄວາມສົນໃຈ ໃນການປະດິດສ້າງເຄື່ອງມື, ການອອກແບບ,
ວາງແຜນ, ຄົ້ນຄວ້າ,
ວິເຄາະຫາເຫດ
ແລະ ຜົນ, ມີໃຈຮັກຢາກປົກປັກຮັກສາ ແລະ ຟື້ນຟູສິ່ງແວດລ້ອມ.
ຈົບແລ້ວສາມາດ
ສາມາດສ້າງເຄື່ອງມື ແລະ ອອກແບບອຸປະກອນທີ່ໃຊ້ເຂົ້າ ໃນການຄວບຄຸມ ແລະ
ຈັດການກັບບັນຫາສິ່ງແວດລ້ອມ, ຮູ້ວິທີ
ການທີ່ຈໍາເປັນແກ່ການປ້ອງກັນ ແລະ ຫຼຸດຜ່ອນປະລິມານສິ່ງເສດເຫຼືອ, ຮູ້ວິເຄາະສາເຫດ ແລະ
ຜົນກະທົບ ທາງດ້ານສິ່ງແວດລ້ອມທີ່ເກີດຈາກຂະບວນການຜະລິດ, ຮູ້ສ້າງແບບຈໍາລອງໂຮງງານ, ອຸປະກອນການປ່ອຍນໍ້າເສຍຂອງໂຮງງານເປັນຕົ້ນ.
ອາຊີບ
ປະກອບອາຊີບໃນໜ່ວຍງານ ພາກລັດ, ອົງການຈັດຕັ້ງສາກົນ
ແລະ ບໍລິສັດເອກະຊົນ ຫຼື ປະກອບອາຊີບຂອງຕົນເອງ ທີ່ຕິດພັນກັບສິ່ງແວດລ້ອມ ເຊັ່ນ:
ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ,
ກົມກອງທີ່ກ່ຽວພັນກັບການວິເຄາະ
ແລະ ວິໄຈຄຸນນະພາບນໍ້າ ແລະ ມົນລະພິດຕ່າງໆ ແລະ ໂຮງງານອຸດສາຫະກໍາ
ໃນໜ່ວຍງານການຈັດ ການກັບສິ່ງແວດລ້ອມ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ວິທະຍາສາດສິ່ງແວດລ້ອມ
ວິທະຍາເຂດດົງໂດກ
ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 770 561 ຫຼື 030 9815276
ເວັບໄຊ໌ www.fes.nuol.edu.la


