ສາຂາ ການວາງແຜນພັດທະນາສິ່ງແວດລ້ອມ ຄະນະວິທະຍາສາດສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດລາວ
ການວາງແຜນພັດທະນາສິ່ງແວດລ້ອມ
ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະວິທະຍາສາດສິ່ງແວດລ້ອມ
ມະຫາວິທະຍາໄລແຫ່ງຊາດລາວ
ນິຍາມ
ແລະ ຄວາມສຳຄັນ
ການວາງແຜນພັດທະນາສິ່ງແວດລ້ອມ ໝາຍເຖິງ ຂະບວນການຕັດສິນໃຈ ໃນການວາງແຜນ ແລະ
ການພິຈາລະນາຢ່າງຖີ່ຖ້ວນ ໃນການນໍາໃຊ້ ແລະ ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ
ແກ້ໄຂບັນຫາສິ່ງແວດລ້ອມ ທີ່ເກີດຈາກ ບັນດາກິດຈະກໍາ ຂອງການພັດທະນາ.
ສາຂານີ້ມີຄວາມສໍາຄັນ ເນື່ອງຈາກມັນໄດ້ສຶກສາເຖິງປັດໄຈທີ່ກ່ຽວພັນກັບການພັດທະນາ ເຊັ່ນ:
ການເມືອງ, ເສດຖະກິດ ແລະ ສັງຄົມ ເພື່ອຄົ້ນຄິດ ແລະ ວາງແຜນ
ຟື້ນຟູ ແລະ ຄຸ້ມຄອງສິ່ງແວດລ້ອມໃຫ້ມີການພັດທະນາ ແບບຍືນຍົງ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ຮຽນກ່ຽວກັບ ທິດສະດີການວາງແຜນການພັດທະນາທາງດ້ານສິ່ງແວດລ້ອມ
ໃນນີ້ນັກສຶກສາຈະໄດ້ສຶກສາ ກ່ຽວກັບຜົນກະທົບທາງສິ່ງແວດລ້ອມທີ່ເກີດຈາກການພັດທະນາຕ່າງໆ, ສາເຫດ ແລະ ວິທີການປ້ອງກັນໄພພິບັດ, ຍຸດທະສາດການປະເມີນຜົນກະທົບສິ່ງແວດລ້ອມ, ການພັດທະນາຕົວເມືອງ ແລະ ຊົນນະບົດໃໝ່.
ນອກນີ້ຍັງຈະໄດ້ສຶກສາກ່ຽວກັບການພັດທະນາແບບຍືນຍົງ ທີ່ກວມເອົາ
ການພັດທະນາທາງດ້ານເສດຖະກິດ, ສັງຄົມ ແລະ
ສິ່ງແວດລ້ອມໄປພ້ອມໆກັນ.
ວິທີການສິດສອນ
ການສິດສອນແມ່ນໄດ້ເນັ້ນໃສ່ ການຮຽນຮູ້ທາງດ້ານ ທິດສະດີ ເປັນຫຼັັກ ເປັນຕົ້ນແມ່ນ
ທິດສະດີການພັດທະນາ, ສິ່ງແວດລ້ອມສຶກສາ ແລະ
ທິດສະດີ ຮູບແບບການພັດທະນາເປັນຕົວເມືອງ ແລະ ຊົນນະບົດໃໝ່. ນອກນັ້ນ
ນັກສຶກສາຍັງຈະໄດ້ຮຽນຮູ້ ໃນຮູບແບບ ການປະຕິບັດຕົວຈິງ ເຊັ່ນ:
ການລົງທັດສະນະສຶກສາເຊີງພື້ນທີ່ ຢູ່ຕາມ ໂຮງງານອຸດສາຫະກໍາ, ເຂື່ອນໄຟຟ້າ ຫຼື ພື້ນທີ່ຕ່າງໆ ທີ່ມີຄວາມຕ້ອງການ
ການວາງແຜນພັດທະນາທາງດ້ານສິ່ງແວດລ້ອມ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ທາງດ້ານວິຊາ ພູມີສາດ, ປະຫວັດສາດ, ວິທະຍາສາດສັງຄົມ, ສິ່ງແວດລ້ອມ ແລະ ການວາງແຜນ; ເປັນຄົນ ມີການວາງແຜນໃນການເຮັດວຽກຢ່າງເປັນລະບົບ. ມີຄວາມສົນໃຈໃນການຮຽນຮູ້ແບບແຜນວິທີການພັດທະນາ
ທີ່ເປັນມິດກັບສິ່ງແວດລ້ອມ ແລະ ສັງຄົມ ແລະ ມັກຄົ້ນຫາ ວິທີການຕ່າງໆ
ທີ່ກໍ່ໃຫ້ເກີດມີການປ່ຽນແປງທີ່ດີ.
ຈົບແລ້ວສາມາດ
ຮູ້ວິທີການວາງແຜນ, ຈັດສັນ ແລະ
ອອກແບບພື້ນທີ່; ການສໍາຫຼວດ, ວິເຄາະ ແລະ ສ້າງແຜນ ໃນການນໍາໃຊ້ພື້ນທີ່; ການໝູນໃຊ້ທິດສະດີ ເຂົ້າໃນຂະບວນການພັດທະນາ; ແລະ ຮູ້ວິທີການ ຈັດການກັບ ການວາງແຜນນໍາໃຊ້
ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ຍືນຍົງ ແລະ ມີຜົນປະໂຫຍດສູງສຸດ.
ອາຊີບ
ເປັນນັກວາງແຜນພັດທະນາສິ່ງແວດລ້ອມ,
ຜູ້ປະສານງານໂຄງການ, ທີ່ປຶກສາ ຫຼື ນັກວິຊາການ ໃນພາກລັດ
ທີ່ກ່ຽວຂ້ອງກັບວຽກງານສິ່ງແວດລ້ອມ ເຊັ່ນ: ກະຊວງຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ, ກະຊວງແຜນການ ແລະ
ການລົງທຶນ, ພະແນກ ແລະ
ຫ້ອງການຂັ້ນທ້ອງຖິ່ນທີ່ກ່ຽວຂ້ອງ ແລະ ຫົວໜ່ວຍທຸລະກິດເອກະຊົນຕ່າງໆ ທັງພາຍໃນ
ແລະ ຕ່າງປະເທດ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ວິທະຍາສາດສິ່ງແວດລ້ອມ
ວິທະຍາເຂດດົງໂດກ
ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 770 561 ຫຼື 030 9815276
ເວັບໄຊ໌ www.fes.nuol.edu.la


