ສາຂາ ອຸດສາຫະກໍາໂລຫະ ວິທະຍາໄລເຕັກນິກ​ລາວ​ເຢຍລະ​ມັນ



ອຸດສາຫະກໍາໂລຫະ

ຫຼັກສູດ: ຊັ້ນກາງ 2 ປິ | ຊັ້ນກາງ 3 ປີ (9 + 3) | ຊັ້ນສູງຕໍ່ເນື່ອງ 1 ປີ 1.5 ປີ (ພາກຄໍ່າ)
ວິທະຍາໄລເຕັກນິກ​ລາວ​ເຢຍລະ​ມັນ

ນິຍາມ ແລະ ຄວາມສຳຄັນ
ອຸດສາຫະກໍາໂລຫະ ເປັນອຸດສາຫະກໍາປະເພດຫນຶ່ງທີ່ມີຄວາມສໍາຄັນໃນການພັດທະນາປະເທດ ແລະ ເປັນພື້ນຖານໃຫ້ແກ່ບັນດາອຸດສາຫະກໍາອື່ນໆ. ໃນປັດຈຸບັນ ການຜະລິດເຫຼັກເສັ້ນເພື່ອນໍາໃຊ້ເຂົ້າໃນການກໍ່ສ້າງເຄຫະສະຖານ ແລະ ຕິດຕັ້ງອຸປະກອນໂລຫະຕ່າງໆ ແມ່ນມີຄວາມພົ້ນເດັ່ນ ອີກທັງປະເທດລາວ ໄດ້ເອົາໃຈໃສ່ໃນການພັດທະນາທາງດ້ານອຸດສາຫະກໍາເພື່ອດຶງດູດຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດຈຶ່ງມີຄວາມຮຽກຮ້ອງຕ້ອງການນາຍຊ່າງອຸດສາຫະກໍາເປັນຈໍານວນຫຼວງຫຼາຍ.

ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ຮຽນກ່ຽວກັບບັນດາເຕັກນິກໃນການຜະລິດ, ຕິດຕັ້ງ ແລະ ບໍາລຸງຮັກສາໂລຫະຂັ້ນພື້ນຖານ ເຊິ່ງກວມເອົາເຕັກນິກຕ່າງໆໃນການຈອດໂລຫະ ເຊັ່ນ: ຈອດໄຟຟ້າ, ຈອດທິກ, ຈອດແກັສ, ຈອດມິກ/ແມັກ, ການກວດສອບຄອງຈອດ, ການຄິດໄລ່, ການແຕ້ມແບບ ແລະ ການຕິດຕັ້ງໂຄງສ້າງເຫຼັກຕາມອາຄານ ແລະ ສະຖານທີ່ຕ່າງໆ, ການຜະລິດວັດສະດຸ ແລະ ເຄື່ອງໃຊ້ຈາກໂລຫະແຜ່ນ ແລະ ອາລູມີນຽມລວມໄປເຖິງການຕິດຕັ້ງສຸຂະພັນ, ການເດີນທໍ່ນໍ້າ ແລະ ທໍ່ນໍ້າເສຍ ເປັນຕົ້ນ.



ວິທີການສິດສອນ
ວິທີການສິດສອນຂອງສາຂານີ້ ປະກອບມີ ພາກທິດສະດີ (40% ສໍາລັບຊ້ັນກາງ, 50% ສໍາລັບຊັ້ນສູງ) ແລະ ພາກປະຕິບັດຕົວຈິງ (60% – ຊັ້ນກາງ, 50% – ຊັ້ນສູງ) ເຊິ່ງໃນນັ້ນ ນັກສຶກສາຈະໄດ້ນໍາໃຊ້ທິດສະດີຕາມລາຍວິຊາສະເພາະ ເພື່ອອ້າງອີງໃນການຝຶກປະຕິບັດ ພ້ອມທັງມີການນໍາໃຊ້ວັດສະດຸຕົວຈິງປະກອບສ່ວນເຂົ້າໃນການຮຽນ. ນອກຈາກນັ້ນ, ນັກສຶກສາຍັງຈະໄດ້ລົງຝຶກງານກັບບໍລິສັດ, ໂຮງງານຂອງເອກະຊົນທີ່ກ່ຽວຂ້ອງ ຫຼື ສາມາດຝຶກງານພາຍໃນໂຮງຮຽນໄດ້.

ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານດ້ານວິຊາຄິດໄລ່ ເຊັ່ນ: ຄະນິດສາດ, ເຄມີສາດ, ຟີຊິກສາດ, ຄອມພິວເຕີ ແລະ ວິຊາແຕ້ມຮູບ. ມີຄວາມມັກຮັກໃນການສຶກສາກ່ຽວກັບການສ້ອມແປງເຄື່ອງມື, ການອອກແບບໂຄງສ້າງ ແລະ ການຕິດຕັ້ງອຸປະກອນຕ່າງໆ. ມີຄວາມສົນໃຈໃນອາຊີບນາຍຊ່າງ. ເປັນຄົນມັກອອກແຮງງານ, ມັກຊອກຮູ້, ຊອກສຶກສາດ້ວຍຕົນເອງ ແລະ ດຸຫມັ່ນຂະຫຍັນພຽນ.

ຈົບແລ້ວສາມາດ
ສາມາດຄິດໄລ່, ວັດແທກ, ອອກແບບ ແລະ ນໍາໃຊ້ເຕັກນິກຕ່າງໆເຂົ້າໃນການຕິດຕັ້ງໂຄງສ້າງເຫຼັກ ແລະ ອຸປະກອນໂລຫະອື່ນໆ ທັງພາຍໃນ ແລະ ພາຍນອກເຄຫະສະຖານ ເຊັ່ນ: ຕິດຕັ້ງສຸຂະພັນ, ຮາງລິນ, ທໍ່ນໍ້າ ແລະ ທໍ່ນໍ້າເສຍ ເປັນຕົ້ນ. ນັກສຶກສາຍັງຈະມີຄວາມຮູ້ພື້ນຖານທາງດ້ານວິສະວະກໍາ ເພື່ອສາມາດໄປສຶກສາຕໍ່ສາຂາວິສະວະກໍາຂົວ-ທາງໃນລະດັບປະລິນຍາຕີໄດ້.

ອາຊີບ
ສາມາດບັນຈຸເຂົ້າເຮັດວຽກທັງພາກ ລັດ ເຊັ່ນ: ລັດວິສະຫະກິດນໍ້າປະປາລາວ, ລັດວິສະຫະກິດໄຟຟ້າລາວ ຫຼື ບໍລິສັດເອກະຊົນທີ່ກ່ຽວຂ້ອງກັບສຸຂະພັນ ແລະ ການກໍ່ສ້າງ ແລະ ຫ້າງຮ້ານຕິດຕັ້ງອາລູມີນຽມຕ່າງໆ. ນອກນີ້, ຍັງສາມາດປະກອບອາຊີບ ຊ່າງຈອດເຫຼັກ, ຊ່າງຕິດຕັ້ງເຄື່ອງໃຊ້ສຸຂະພັນ, ທໍ່ນໍ້າເສຍ ແລະ ໄຟຟ້າ ຫຼື ສາມາດປະກອບທຸລະກິດຂອງຕົນ ເອງໄດ້.

ທີ່ຕັ້ງ ແລະ ຕິດຕໍ່
ວິທະຍາໄລເຕັກນິກລາວ-ເຢຍລະມັນ
ຖະຫນົນ ທ່າເດື່ອ Km3, ບ້ານ ວັດນາກ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ.
ໂທ: 021 312432, ແຟັກ: 021 312538.




Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ