ສາຂາ ຈອດ ແລະ ທໍ່ນ້ຳ ໂຮງຮຽນເຕັກນິກປາກປາສັກ
ຈອດ ແລະ ທໍ່ນ້ຳ
ຫຼັກສູດ: ຊັ້ນກາງ 2 ປີ (12+2)
ວິທະຍາໄລເຕັກນິກປາກປ່າສັກ
ນິຍາມ ແລະ ຄວາມສຳຄັນ
ຈອດ ແລະ ທໍ່ນ້ຳ
ໝາຍເຖິງການນຳໃຊ້ເຕັກໂນໂລຊີການຈອດເຂົ້າໃນວິຊາຊ່າງຕ່າງໆ, ການຕິດຕັ້ງ ແລະ
ສ້ອມແປງທໍ່ນ້ຳຕາມອາຄານສະຖານທີ່ ແລະ ສິ່ງປຸກສ້າງຕ່າງໆ.
ວຽກສີມືທາງດ້ານນີ້ ມີຄວາມສຳຄັນຕໍ່ການພັດທະນາພື້ນຖານໂຄງລ່າງ
ໂດຍສະເພາະການກໍ່ສ້າງອາຄານ ແລະ
ຍັງເປັນເຄື່ອງມືນຳໃຊ້ໃນການປະກອບອາຊີບຊີວິດປະຈຳວັນເຊັ່ນ: ການແລ່ນ
ແລະ ຈອດທໍ່ນ້ຳ, ການຈອດໂຄງເຫຼັກຕັດຫຼັງຄາ, ການຈອດປະຕູໂລຫະຕ່າງໆ, ການຈອດຮາງລິນ ແລະ ສິ້ນສ່ວນໂລຫະຕ່າງໆ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ ຮຽນກ່ຽວກັບການນໍາໃຊ້ບັນດາເຕັກນິກ ຫຼື ວິທີການຕ່າງໆ
ເຂົ້າໃນການຈອດ ແລະ ທໍ່ນ້ຳເຊັ່ນ: ໂລຫະແຜ່ນ, ເຫຼັກ, ການຕິດຕັ້ງສຸຂະພັນ.
ນອກຈາກນີ້ ນັກສຶກສາຍັງຈະໄດ້ຮຽນກ່ຽວກັບອຸປະກອນເຄື່ອງຕ່າງໆທີ່ກ່ຽວຂ້ອງ
ແລະ ມາດຕະຖານການຈອດສາກົນ ເປັນຕົ້ນແມ່ນ ISO 9606, ທີ່ມີການນຳໃຊ້ຢ່າງແພ່ຫຼາຍ ແລະ
ເປັນທີ່ຍອມຮັບຈາກຫຼາຍໆປະເທດ.
ວິທີການສິດສອນ
ວິທີການສິດສອນປະກອບມີການບັນຍາຍທິດສະດີ, ແຕ່ສ່ວນຫຼາຍແມ່ນເນັ້ນໃສ່
ການປະຕິບັດຕົວຈິງໃນການນຳໃຊ້ເຕັກນິກ ແລະ
ອຸປະກອນເຄື່ອງມືມາດຕະຖານເປັນຕົ້ນແມ່ນ ຕູ້ຈອດໄຟຟ້າ ແລະ
ບັ້ງອົກຊີເຂົ້າໃນການ ຈອດ, ການຕັດແກ້ວ, ອາລູມີນຽມ, ໂລຫະແຜ່ນ. ຈອດໄຟຟ້າ, ທູບມີສານຟອກຫຸ້ມ ແລະ ຈອດແກສ໌.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ດ້ານຄະນິດສາດເລັກໜ້ອຍ
ເພາະວ່າຈະໄດ້ນໍາໃຊ້ເຂົ້າໃນການຄິດໄລ່ ແລະ ອອກແບບ. ເປັນຄົນຊ່າງສັງເກດ, ມີຄວາມປານີດ, ມີຄວາມຄິດສ້າງສັນ ແລະ ມັກທົດລອງປະດິດສິ່ງໃໝ່ໆ
ພ້ອມທັງກ້າທີ່ຈະນຳສະເໜີຜົນງານໃໝ່ໆ, ມີຄວາມສົນໃຈໃນການສ້າງຜົນງານທາງດ້ານສີມື ເຊັ່ນ
ການຈອດເຫຼັກ, ອາລູມີນຽມ, ສະແຕນເລດ, ແລະ ລະບົບການຈັດການທໍ່ນໍ້າ ເປັນຕົ້ນ.
ຈົບແລ້ວສາມາດ
ສາມາດພັດທະນາ ແລະ
ອອກແບບເຄື່ອງມືອຸປະກອນໂລຫະທີ່ໃຊ້ເຂົ້າໃນການໃຊ້ຊີວິດປະຈຳວັນ ແລະ ໂຄງຮ່າງພື້ນຖານຂອງອາຄານ; ຮູ້ວິທີການນຳໃຊ້ເຄື່ອງມື ແລະ
ເຕັກນິກທີ່ຖືກຕ້ອງເຂົ້າໃນການຈອດ ແລະ ຕິດຕັ້ງທໍ່ນ້ຳ; ຮູ້ລະບົບວົງຈອນທໍ່ນ້ຳ, ຮູ້ອອກແບບ ແລະ
ດັດແປງເຄື່ອງມືຮັບໃຊ້ທີ່ມີພື້ນຖານຜະລິດມາຈາກເຫຼັກ, ອາລູມີນຽມ, ແລະ ສະແຕນເລດ ເປັນຕົ້ນ.
ອາຊີບ
ນັກສຶກສາ ສາມາດປະກອບອາຊີບການຊ່າງ ທີ່ຕິດພັນກັບການຈອດ
ແລະ ທໍ່ນ້ຳໃນຫຼາຍໜ່ວຍງານທັງພາກລັດ ແລະ ເອກະຊົນ ເຊັ່ນ: ຫ້ອງການນ້ຳປະປາ, ບັນດາບໍລິສັດເອກະຊົນ ແລະ ໂຮງງານອຸດສະຫະກໍາ
ທີ່ມີຄວາມຕ້ອງການຊ່າງສືມືໃນການຈອດ ແລະ ທໍ່ນ້ຳ. ນອກຈາກນີ້, ນັກສຶກສາຍັງສາມາດປະກອບທຸລະກິດສ່ວນຕົວໃນການໃຫ້ບໍລິການທາງດ້ານການຈອດ
ແລະ ທໍ່ນ້ຳອີກດ້ວຍ.
ທີ່ຕັ້ງ ແລະ ຕິດຕໍ່
ວິທະຍາໄລເຕັກນິກປາກປ່າສັກ
ບ້ານ ສີຖານເໜືອ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ
ໂທ: 021 263172
ເວັບໄຊ໌
http://www.pakpasak.edu.la/


