ສາຂາ ການແພດ ມະຫາວິທະຍາໄລວິທະຍາສາດສຸຂະພາບ
ການແພດ
ຫຼັກສູດ: ປະລິນຍາຕີ 6 ປີ
ກ່ອນເຂົ້າຮຽນຄະນະການແພດແມ່ນຈະຕ້ອງຜ່ານຄະນະວິທະຍາສາດພື້ນຖານກ່ອນໄລຍະ
3 ປີ ຫຼັງຈາກນັ້ນຮຽນຢູ່ຄະນະການແພດ 3 ປີ
ມະຫາວິທະຍາໄລວິທະຍາສາດສຸຂະພາບ
ນິຍາມ ແລະ ຄວາມສຳຄັນ
ສາຂາການແພດ
ແມ່ນສາຂາໜຶ່ງຂອງວິທະຍາສາດສຸຂະພາບ ທີ່ກ່ຽວຂ້ອງກັບການ ບົ່ງມະຕິ, ປິ່ນປົວ ແລະ ປ້ອງກັນພະຍາດ. ເນື່ອງຈາກວ່າ
ມະນຸດເຮົາແມ່ນປາສະຈາກບໍ່ໄດ້ເຊິ່ງພະຍາດໂລຄາ ຫຼື ການບາດເຈັບ
ທີ່ສາມາດສົ່ງຜົນເສຍຕ່າງໆຕໍ່ສຸຂະພາບ ແລະ ຮ້າຍແຮງໄປກວ່ານັ້ນ
ກໍ່ອາດຈະເຮັດໃຫ້ເສຍຊີວິດໄດ້. ດັ່ງນັ້ນ ວິທະຍາສາດການແພດ
ຈຶ່ງມີຄວາມສຳຄັນຫຼາຍຕໍ່ຊີວິດການເປັນຢູ່ຂອງຄົນເຮົາ
ເພື່ອຊ່ວຍໃນການປິ່ນປົວ ແລະ ຮັກສາສຸຂະພາບ.
ວິຊານີ້ຮຽນກ່ຽວກັບຫຍັງ
ພາກວິຊານີ້ຮຽນກ່ຽວກັບ
ຮ່າງກາຍຂອງມະນຸດ ລວມເຖິງທີ່ຕັ້ງ,
ໜ້າທີ່
ແລະ ກົນໄກການເຮັດວຽກຂອງແຕ່ລະອະໄວຍະວະ; ຮຽນຮູ້ກ່ຽວກັບອາການທີ່ນຳພາຄົນເຈັບມາໂຮງໝໍ
ແລະ ວິທີກວດກາຮ່າງກາຍຄົນເຈັບເພື່ອຊ່ວຍໃນການບົ່ງມະຕິພະຍາດ ແລະ
ໃຫ້ການປິ່ນປົວ ເຊິ່ງລວມຢູ່ໃນ 4 ພາກສ່ວນຫຼັກ ຄື:
ເດັກນ້ອຍ, ພາຍນອກ, ພາຍໃນ ແລະ ອອກລູກ-ພະຍາດຍິງ. ນອກຈາກນີ້, ສາຂາການແພດ ຍັງໄດ້ຮຽນກ່ຽວກັບ ການປ້ອງກັນ
ແລະ ຄວບຄຸມພະຍາດອີກດ້ວຍ.
ວິທີການສິດສອນ
ວິທີການສິດສອນ ແຕ່ປີທີ
1 ຫາ ປີທີ 3
ແມ່ນຮຽນພາກທິດສະດີແບບບັນລະຍາຍ,
ຂຶ້ນຫ້ອງທົດລອງໂດຍມີອາຈານເປັນຜູ້ສາທິດ, ແບ່ງກຸ່ມສົນທະນາກ່ຽວກັບຫົວຂໍ້ທີອາຈານມອບໝາຍໃຫ້
ພ້ອມທັງຂຽນບົດລາຍງານຂຶ້ນນຳສະເໜີ. ປີທີ 4 ແລະ ທີ 5
ແມ່ນລົງຝຶກຫັດຢູ່ໂຮງໝໍໃນຕອນເຊົ້າ ແລະ ຮຽນທິດສະດີຕອນແລງ. ປີທີ 6
ແມ່ນລົງຝຶກຫັດຢູ່ໂຮງໝໍໝົດມື້ເຮັດວຽກເປັນຜູ້ຊ່ວຍທ່ານໝໍ:
ຮັບຜິດຊອບຄົນເຈັບຕາມທີ່ຖືກມອບໝາຍ,
ກວດຄົນເຈັບ, ຕິດຕາມອາການ,
ປິ່ນປົວເບື້ອງຕົ້ນ
ແລະ ອື່ນໆ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານດ້ານ ຊີວະສາດ, ເຄມີສາດ,
ຄະນິດສາດ, ພາສາອັງກິດ ແລະ ພາສາຝຣັ່ງ ຍິ່ງເປັນການດີ; ເປັນຄົນ ມັກຊ່ວຍເຫຼືອຄົນ,
ຊ່າງສັງເກດ
ແລະ ລະອຽດແຕ່ວ່ອງໄວ, ມັກອ່ານ, ມີມະນຸດສຳພັນດີ,
ມີທັກສະໃນການຕິດຕໍ່ສື່ສານ
ແລະ ມີຄວາມອົດທົນ; ແລະ ມີຄວາມສົນໃຈໃນການແພດ ແລະ
ການຄົ້ນຄິດວິເຄາະຫາສາເຫດ ແລະ ຜົນ.
ຈົບແລ້ວສາມາດ
ສາມາດ ສອບຖາມປະຫວັດ, ກວດກາຮ່າງກາຍ,
ບົ່ງມະຕິພະຍາດ
ແລະ ປິ່ນປົວພະຍາດໄດ້; ສາມາດສັ່ງກວດວິເຄາະເພີ່ມເພື່ອຊ່ວຍໃນການບົ່ງມະຕິພະຍາດ
ເຊັ່ນ: ສັ່ງກວດເລືອດ, ສ່ອງໄຟຟ້າ, ເຮັດເອໂກ ແລະ ອື່ນໆ
ພ້ອມທັງສາມາດແປຜົນກວດຕ່າງໆ ໄດ້;
ໃນກໍລະນີທີ່ຢູ່ຫ່າງໄກ
ແມ່ນສາມາດປິ່ນປົວເບື້ອງຕັ້ນ ແລະ ສົ່ງຕໍ່ໄປບ່ອນທີ່ມີເງື່ອນໄຂ.
ອາຊີບ
ສາມາດເຮັດວຽກ
ເປັນແພດປິ່ນປົວຢູ່ສຸກສາລາ, ໂຮງໝໍເມືອງ, ໂຮງໝໍແຂວງ ແລະ ໂຮງໝໍສູນກາງ.
ປະກອບອາຊີບອິດສະຫຼະເປັນຕົ້ນແມ່ນ ເປີດຫ້ອງກວດພະຍາດເອກະຊົນ, ເຮັດວຽກສົ່ງເສີມສຸຂະພາບ ແລະ
ປ້ອງກັນພະຍາດນຳໂຄງການ ແລະ ສູນຄົ້ນຄວ້າກ່ຽວກັບພະຍາດ.
ທີ່ຕັ້ງ ແລະ ຕິດຕໍ່
ວິທະຍາໄລວິທະຍາສາດ
ສຸຂະພາບ
ວິທະຍາເຂດ ເພຍວັດ
ຖະໜົນ ສາມແສນໄທ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ. ຕູ້ ປ.ນ 7444
ໂທ: 021 222883, ແຟັກ 021 2140 55
ອີເມວ: contact@uhs.edu.la.
ເວັບໄຊ໌ www.uhs.edu.la


