ສາຂາ ພາສາ-ວັດທະນະທຳລາວ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດລາວ
ພາສາ-ວັດທະນະທຳລາວ
ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະອັກສອນສາດ
ມະຫາວິທະຍາໄລແຫ່ງຊາດລາວ
ນິຍາມ ແລະ ຄວາມສຳຄັນ
ພາສາ ແລະ ວັນນະຄະດີ
ແມ່ນພາກສ່ວນໜຶ່ງຂອງວັດທະນະທໍາແຫ່ງຊາດລາວ. ດັ່ງນັ້ນ, ການສຶກສາກ່ຽວກັບສາຂາວິຊານີ້ຈຶ່ງມີພາລະບົດບາດສຳຄັນ ແລະຈໍາເປັນ ໃນການສ້າງຄວາມສະຫງວນຮັກທາງດ້ານພາສາ
ແລະ ວັນນະຄະດີປະຈຳຊາດ. ການອະນຸລັກ,
ປັບປຸງ
ແລະເສີມຂະຫຍາຍ ມໍລະດົກ ສິລະປະວັດທະນະທຳອັນດີງາມຂອງຊາດ
ກໍຄືຂອງປະຊາຊົນບັນດາເຜົ່າໃຫ້ມີຄວາມຈະເລີນກ້າວໜ້າ
ແລະຍືນຍົງຄຽງຄູ່ກັບຄົນລາວຕະຫຼອດໄປ
ພ້ອມທັງສາມາດເຜີຍແຜ່ໄປສູ່ສາກົນ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂາວິຊານີ້
ສຶກສາລົງເລິກກ່ຽວກັບທິດສະດີທາງດ້ານພາສາສາດ ແລະ ວັນນະຄະດີ
ໂດຍສະເພາະແມ່ນພາສາລາວ, ວັນນະຄະດີ ແລະ
ວັດທະນະທຳລາວ. ໃນນັ້ນ, ນັກສຶກສາຈະໄດ້ສຶກສາ
ຕົ້ນກຳເນີດ, ວິວັດທະນາການ
ຂອງພາສາລາວ ແລະວັນນະຄະດີລາວ ໃນແຕ່ລະຍຸກສະໄໝ ແລະ
ແຕ່ລະທ້ອງຖິ່ນພາຍໃນປະເທດລາວ. ພ້ອມດຽວກັນ
ກໍຍັງໄດ້ຮຽນຮູ້ກ່ຽວກັບການຂຽນບົດຄວາມ,
ບົດປະພັນ, ບົດເລື່ອງ,
ບົດວິພາກ, ແລະ ກາບກອນຕ່າງໆ.
ວິທີການສິດສອນ
ການສອນ
ແມ່ນເນັ້ນໃສ່ການຄົ້ນຄວ້າທິດສະດີທາງດ້ານພາສາສາດ ແລະ ວັນນະຄະດີ
ພາຍໃນຫ້ອງຮຽນເປັນຫຼັກ. ນອກນັ້ນ, ຍັງມີກິດຈະກຳປະກອບການສອນ
ເພື່ອເສີມສ້າງທັກສະໃຫ້ແກ່ນັກສຶກສາ ເຊັ່ນ: ການຝຶກຂຽນ
ແລະການວິໄຈບົດປະເພດຕ່າງໆ, ບົດວິໄຈກ່ຽວກັບການນຳໃຊ້
ພາສາທ້ອງຖິ່ນ ແລະພາສາລາວເດີມ.
ສຳລັບນັກສຶກສາຕ່າງປະເທດທີ່ມາກຽມພາສາລາວ ເພື່ອສຶບຕໍ່ຮຽນລະດັບປະລິນຍາຕີໃນສາຂາຕ່າງໆ
ແມ່ນຈະໄດ້ນຳໃຊ້ຫ້ອງຟັງສຽງເພື່ອອຳນວຍຄວາມສະດວກ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ກ່ຽວກັບພາສາລາວ, ຫຼັກພາສາລາວ,
ວັນນະຄະດີລາວ
ແລະ ວັດທະນະທຳລາວ. ມີຄວາມສະຫງວນຮັກກ່ຽວກັບການຮຽນຮູ້, ສຶກສາ,
ຄົ້ນຄວ້າ
ພ້ອມທັງມີຄວາມສົນໃຈ ແລະ ຄວາມຕັ້ງໃຈ ໃນການເສີມຂະຫຍາຍບົດບາດຂອງພາສາລາວ, ວັນນະຄະດີ ແລະ ວັດທະນະທຳຂອງຊາດລາວ.
ຈົບແລ້ວສາມາດ
ມີຄວາມເຂົ້າໃຈກ່ຽວກັບຫຼັກການນຳໃຊ້ພາສາລາວ, ສາມາດວິເຄາະ,
ໄຈ້ແຍກ
ກ່ຽວກັບພາສາ ແລະ ວັນນະຄະດີລາວຢ່າງຖືກຕ້ອງ;
ມີທັກສະ
ໃນການຂຽນບົດປະເພດຄຳຮ້ອຍແກ້ວ ແລະ ຮ້ອຍກອງ ແລະ
ມີຄວາມເຂົ້າໃຈເລິກເຊິ່ງກວ້າງຂວາງຕໍ່ກັບເນື້ອໃນວັນນະຄະດີລາວ ແລະ
ວັດທະນາທຳໃນການດຳລົງຊີວິດຂອງຄົນລາວ.
ອາຊີບ
ເປັນນັກຂຽນ, ນັກແຕ່ງບົດຄວາມ ແລະ ກາບກອນຕ່າງໆ, ນັກປະພັນ,
ບັນນາທິການ
ໃນຫ້ອງການສຳນັກງານໜັງສືພິມ ແລະ ວາລະສານຕ່າງໆ, ເປັນນັກຄົ້ນຄວ້າກ່ຽວກັບ ພາສາລາວ-ວັນນະຄະດີລາວ ແລະ
ເປັນນັກວິຊາການທາງດ້ານພາສາສາດ ໃນໜ່ວຍງານທັງພາກລັດ ແລະ ເອກະຊົນທີ່ກ່ຽວຂ້ອງ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະເສດຖະສາດ ແລະ
ບໍລິຫານທຸລະກິດ
ວິທະຍາເຂດດົງໂດກ
ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ,
ນະຄອນຫຼວງວຽງຈັນ.
ໂທ: 021 77006
ເວັບໄຊ໌ www.febm-nuol.org