ສາຂາ ສ້າງຄູພາສາລາວ – ວັນນະຄະດີ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດລາວ
ສ້າງຄູພາສາລາວ – ວັນນະຄະດີ
ຫຼັກສູດ ປະລິນຍາຕີ 4 ປີ
ຄະນະສຶກສາສາດ
ມະຫາວິທະຍາໄລແຫ່ງຊາດລາວ
ນິຍາມ
ແລະ ຄວາມສຳຄັນ
ພາສາລາວ ແລະ ວັນນະຄະດີ ເປັນເຄື່ອງມືສໍາລັບການສື່ສານ ແລະ
ເປັນເອກະລັກທີ່ບົ່ງບອກຄວາມເປັນຊາດ
ນັບຕັ້ງແຕ່ອະດີດຈົນເຖິງປັດຈຸບັນ. ພາສາລາວ, ວັນນະຄະດີ ແລະ ປະຫວັດສາດ ນັ້ນພົວພັນຄຽງຄູ່ກັນ ດັ່ງນັ້ນ ການສອນວິຊານີ້
ຈະຊ່ວຍສົ່ງເສີມຄວາມຮູ້ຄວາມເຂົ້າໃຈຢ່າງເລິກເຊິ່ງ
ເຖິງຄວາມເປັນມາຂອງຊາດລາວ ບໍ່ວ່າຈະເປັນທາງດ້ານວັດທະນະທໍາ, ສະພາບທາງສັງ ຄົມ, ຮີດຄອງປະເພນີ ແລະ ອື່ນໆ ທີ່ໄດ້ຖືກຖ່າຍທອດຜ່ານພາສາ ແລະ
ບົດປະພັນວັນນະຄະດີປະເພດຕ່າງໆ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂາວິຊານີ້ຮຽນ 3 ດ້ານຫຼັກ ຄື: (1) ຄວາມຮູ້ກ່ຽວກັບພາສາລາວ ເຊັ່ນ: ກົກເຄົ້າ ແລະ
ການກໍາເນີດຂອງພາສາ, ພາສາບາລີ-ສັນສະກິດ, ຕົວອັກສອນລາວ,
ໄວຍາກອນລາວ
ແລະ ການນໍາໃຊ້ພາສາລາວຢ່າງຖືກຕ້ອງ;
(2) ຄວາມຮູ້ກ່ຽວກັບວັນນະຄະດີເຊັ່ນ:
ວິທີວິເຄາະ, ອະທິບາຍ ແລະ
ໄຈ້ແຍກຕົວລະຄອນ, ທິດສະດີວັນນະຄະດີ, ວັນນະຄະດີລາວ ແລະ ຕ່າງປະເທດ; ແລະ (3)
ຄວາມຮູ້ກ່ຽວກັບການສອນ
ເຊັ່ນ: ວິທີການສິດສອນ ແລະ ການປະເມີນຜົນການຮຽນການສອນ ເປັນຕົ້ນ.
ວິທີການສິດສອນ
ວິທີການສິດສອນປະກອບມີ ການຮຽນທິດສະດີ ຄຽງຄູ່ໄປກັບການປະຕິບັດຕົວຈິງ
ເຊິ່ງລວມມີ ການຕີລາຄາ, ວິເຄາະ ແລະ
ຂຽນບົດລາຍງານກ່ຽວກັບວັນນະຄະດີລາວ ແລະ ຕ່າງປະເທດ, ການໃຫ້ທັດສະນະຕົນເອງຕໍ່ຕົວລະຄອນໃນວັນນະຄະດີ.
ນອກນີ້ ຍັງມີການຝຶກການແຕ່ງບົດສອນ ແລະ
ສະແດງທັກສະການຮຽນ-ການສອນພາຍໃນຫ້ອງຮຽນ
ໂດຍນັກສຶກສາຈະມີສ່ວນຮ່ວມໃນການປະເມີນຜົນການສອນເຊິ່ງກັນ ແລະ ກັນ.
ພ້ອມທັງລົງຝຶກງານໃນໂຮງຮຽນມັດທະຍົມສຶກສາຕອນປາຍ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ທາງດ້ານວິຊາພາສາລາວ ແລະ ວັນນະຄະດີ; ມີທັກສະ ດ້ານຫັດແຕ່ງ ແລະ
ການນໍາໃຊ້ພາສາ; ເປັນຄົນ ມັກການອ່ານ,
ເວົ້າ
ແລະ ຟັງ, ມີຄວາມຮັກໃນວັດທະນະທໍາ ແລະ ຮີດຄອງປະເພນີລາວ; ມີຄວາມສົນໃຈ ສຶກສາກ່ຽວກັບ ບົດເລື່ອງ, ນິທານ,
ກະວີ
ແລະ ວັນນະຄະດີປະເພດຕ່າງໆ ແລະ ການໃຊ້ສໍານວນຄໍາເວົ້າ, ພ້ອມທັງສົນໃຈໃນການສອນ.
ຈົບແລ້ວສາມາດ
ມີທັກສະໃນການຟັງ, ເວົ້າ, ອ່ານ,
ຂຽນ
ແລະ ການນໍາໃຊ້ພາສາລາວໄດ້ຢ່າງຖືກຕ້ອງ,
ສາມາດອ່ານໜັງສືທໍາ
ແລະ ພາສາບາລີ, ມີທັກສະໃນການຂຽນຂ່າວ, ທັກສະໃນການວິພາກ, ວິເຄາະວັນນະຄະດີ ແລະ ສົມທຽບວັນນະຄະດີ,
ມີຄວາມສາມາດໃນການສອນ
ແລະ ຖ່າຍທອດຄວາມຮູ້ກ່ຽວກັບພາສາລາວ-ວັນນະຄະດີ.
ອາຊີບ
ສາມາດປະກອບອາຊີບ ເປັນຄູສອນພາສາລາວ-ວັນນະຄະດີໃນຊັ້ນມັດທະຍົມສຶກສາ ແລະ
ວິທະຍາໄລສຶກສາ, ປະຈໍາການຢູ່ຫ້ອງການ
ແລະ ພະແນກສຶກສາຂັ້ນເມືອງ ແລະ ຂັ້ນແຂວງ,
ເປັນພິທີກອນ, ນັກຂຽນຂ່າວ,
ນັກຂຽນບົດຄວາມ
ໃນຂະແໜງທີ່ກ່ຽວກັບສື່ສານມວນຊົນ ເຊັ່ນ: ໜັງສືພິມ, ໂທລະພາບ,
ວາລະສານ
ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງກັບວັດທະນະທໍາ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະສຶກສາສາດ
ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 770473


