ສາຂາ ສ້າງຄູພູມີສາດ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດລາວ



ສ້າງຄູພູມີສາດ

ຫຼັກສູດ ປະລິນຍາຕີ 4 ປີ
ຄະນະສຶກສາສາດ
ມະຫາວິທະຍາໄລແຫ່ງຊາດລາວ

ນິຍາມ ແລະ ຄວາມສຳຄັນ

ສາຂາສ້າງຄູພູມີສາດ ໝາຍເຖິງການສຶກສາປະສົມປະສານກັນລະຫວ່າງພື້ນຖານທາງດ້ານພູມີສາດ ແລະ ສຶກສາສາດ ເຊີ່ງມີຈຸດປະສົງ ເພື່ອໃຫ້ເຂົ້າໃຈຫຼັກການ ແລະ ທິດສະດີການສິດສອນທາງດ້ານພູມີສາດ. ສາຂານີ້ມີຄວາມສໍາຄັນ ໃນການສ້າງຄູທີ່ມີຄວາມເຂົ້າໃຈເລິກເຊິ່ງກ່ຽວກັບພູມີສາດ ແລະ ສາມາດຖ່າຍທອດຄວາມຮູ້ໃຫ້ແກ່ນັກຮຽນ ອັນເປັນພື້ນຖານອັນຕົ້ນຕໍໃນການສ້າງລະບົບການສຶກສາທີ່ມີປະສິດທິພາບ ເຊິ່ງຈະຊ່ວຍໃນການພັດທະນາເສດຖະກິດ-ສັງຄົມໃຫ້ມີຄວາມຈະເລີນກ້າວໜ້າ.

ວິຊານີ້ຮຽນກ່ຽວກັບຫຍັງ

ສາຂາ​ນີ້ຮຽນກ່ຽວກັບ ລັກສະນະທາງພູມີສາດ ຂອງທະວີບ ແລະ ພາກພື້ນຕ່າງໆໃນໂລກ, ໃນນັ້ນຈະໄດ້ສຶກສາກ່ຽວກັບ ລັກສະນະທາງກາຍະພາບຂອງພື້ນທີ່, ພູມີອາກາດ, ໂຄງສ້າງປະຊາກອນ, ສະພາບທາງດ້ານເສດຖະກິດ, ສັງຄົມ, ການເມືອງ ແລະ ວັດທະນະທໍາ. ນອກນີ້, ຍັງໄດ້ສຶກສາກ່ຽວກັບທັກສະການສອນ ເຊັ່ນ: ການວາງແຜນການສອນ, ວິທີການສິດສອນ, ໂຄງສ້າງ ແລະ ອົງປະກອບຂອງຫຼັກສູດການຮຽນ-ການສອນ, ການສ້າງ ແລະ ພັດທະນາຫຼັກສຸດ ເປັນຕົ້ນ.



ວິທີການສິດສອນ

ການສິດສອນແມ່ນເນັ້ນໜັກໃສ່ການຮຽນຮູ້ທາງດ້ານທິດສະດີ ຜ່ານການບັນຍາຍພາຍໃນຫ້ອງຮຽນເປັນຫຼັກ. ນອກນີ້ ນັກສຶກສາຈະໄດ້ຮຽນຮູ້ໃນຮູບແບບການປະຕິບັດຕົວຈິງ ເຊັ່ນ: ການສ້າງສື່ການສອນທາງດ້ານພູມີສາດ (ຝຶກແຕ້ມແຜນທີ່) ແລະ ຝຶກທັກສະການສອນອື່ນໆ ເຊັ່ນ: ການວາງແຜນການສອນ, ການກຽມການສອນ, ການຝຶກສອນ ທີ່ໂຮງຮຽນສາມັນແຫ່ງຕ່າງໆ ເຊິ່ງນັກສຶກສາຈະໄດ້ມີການຖອດຖອນບົດຮຽນ ແລະ ແລກປ່ຽນປະສົບການເພື່ອພັດທະນາທັກສະການສອນໃຫ້ດີຂຶ້ນ.

ທັກສະ/ຄວາມສົນໃຈ

ຄວາມຮູ້​ພື້ນຖານ​ ທາງດ້ານວິຊາ ​ພູມີສາດ, ປະຫວັດສາດ ແລະ ສຶກສາພົນລະເມືອງ. ມີຄວາມສົນໃຈໃນການຮຽນຮູ້ກ່ຽວກັບຈຸດພິເສດທາງດ້ານພູມີສາດຂອງພື້ນທີ່ຕ່າງໆໃນໂລກ. ນອກຈາກນີ້ ຄວນເປັນຄົນທີ່ກ້າສະແດງອອກ,​ ມີພາວະຄວາມເປັນຜູ້ນໍາ, ມີຄວາມມັກຮັກໃນອາຊີບຄູ ແລະ ມີຄວາມສົນໃຈຢາກພັດທະນາລະບົບການສຶກສາໃຫ້ມີຄວາມຈະເລີນກ້າວໜ້າ.

ຈົບແລ້ວສາມາດ

ນັກສຶກສາທີ່ຈົບຈາກສາຂານີ້ ຈະມີຄວາມຮູ້ ແລະ ຄວາມເຂົ້າໃຈທາງດ້ານພູມີສາດ; ມີຄວາມສາມາດ ແລະ ຄວາມຊໍານານໃນການສິດສອນ ແລະ ຖ່າຍທອດຄວາມຮູ້ດັ່ງກ່າວໃຫ້ແກ່ນັກຮຽນ ໂດຍສະເພາະໃນຊັ້ນມັດທະຍົມຕອນປາຍ; ແລະ ມີທັກສະໃນການວາງແຜນການສິດສອນ, ສ້າງຫຼັກສູດ ແລະ ສ້າງສື່ການຮຽນ-ການສອນທີ່ແທດເໝາະກັບນັກຮຽນໃນແຕ່ລະໄວ.

ອາຊີບ

ນັກສຶກສາສາມາດປະກອບອາຊີບ ເປັນຄູສອນວິຊາພູມີສາດໃນຊັ້ນມັດທະຍົມສຶກສາ. ນອກຈາກນີ້, ຍັງສາມາດເປັນນັກວິຊາ ການໃນການພັດທະນາການສຶກສາ ໃນອົງການທີ່ກ່ຽວຂ້ອງໃນຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນຕ່າງໆ​ ເຊັ່ນ: ກະຊວງສຶກສາທິການ ແລະ ກິລາ, ພະແນກ ແລະ ຫ້ອງການສຶກສາ ແລະ ກິລາ ຂັ້ນແຂວງ ແລະ ເມືອງ ເປັນຕົ້ນ.

ທີ່ຕັ້ງ ແລະ ຕິດຕໍ່

ຄະນະສຶກສາສາດ
ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 770473

ແຫຼ່ງຂໍ້ມູນ: https://collegemajor.la/

Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ