ສາຂາ ສ້າງຄູປະຫວັດສາດ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດລາວ
ສ້າງຄູປະຫວັດສາດ
ຫຼັກສູດ ປະລິນຍາຕີ 4 ປີ
ຄະນະສຶກສາສາດ
ມະຫາວິທະຍາໄລແຫ່ງຊາດລາວ
ນິຍາມ
ແລະ ຄວາມສຳຄັນ
ວິຊາປະຫວັດສາດ ໝາຍເຖິງການສຶກສາອະດີດຂອງ ມະນຸດ, ສັງຄົມມະນຸດ ແລະ
ສິ່ງແວດລ້ອມທີ່ກ່ຽວຂ້ອງກັບການປ່ຽນແປງຂອງສັງຄົມມະນຸດ, ຄວາມຄິດ ແລະ ຄວາມເຊື່ອ ທີ່ເຮັດໃຫ້ເກີດມີພຶດຕິກຳຕ່າງໆທີ່ເກີດຂຶ້ນແລ້ວໃນອະດີດ.
ສາຂາວິຊານີ້ມີຄວາມສໍາຄັນ ເນື່ອງຈາກປະຫວັດສາດຖືເປັນຫຼັກຖານຢັ້ງຢືນ
ເຖິງວິວັດທະນາການຂອງວິທະຍາສາດ ແລະ ສັງຄົມ ນັບຕັ້ງແຕ່ອະດີດ
ເພື່ອໃຫ້ເຮົາເຂົ້າໃຈກ່ຽວກັບປັດຈຸບັນ ແລະ ສາມາດໝູນໃຊ້ ເຂົ້າໃນການປະດິດສ້າງເຕັກໂນໂລຊີສະໄໝໃໝ່ໄດ້.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂາວິຊາສຶກສາລົງເລິກກ່ຽວກັບປະຫວັດສາດ ທີ່ກ່ຽວພັນກັບບັນດາຫົວຂໍ້ຕ່າງໆ
ເຊັ່ນ: ວັດຖູບູຮານ, ບູຮານສະຖານ, ເຫດການປະຫວັດສາດ,
ການຂະຫຍາຍຕົວ
ແລະ ວິວັດທະນາການຂອງມະນຸດ ແລະ ສັງຄົມມະນຸດ,
ການດໍາລົງຊີວິດ
ແລະ ການພັວພັນສາກົນ ຂອງມະນຸດໃນຍຸກສະໄໝຕ່າງໆ. ນອກນັ້ນ
ນັກສຶກສາຍັງຈະໄດ້ຮຽນກ່ຽວກັບວິຊາຄູ ເຊັ່ນ: ວິທີການສິດສອນວິຊາປະຫວັດສາດໂດຍສະເພາະ, ການວິໄຈ,
ການວັດ
ແລະ ປະເມີນຜົນການສຶກສາ ເປັນຕົ້ນ.
ວິທີການສິດສອນ
ວິທີການສິດສອນ ແມ່ນຈະເນັ້ນໜັກໃສ່ການຮຽນທິດສະດີເປັນຫຼັກ. ໃນນັ້ນ, ຈະໄດ້ມີການນໍາເອົາເຫດການທີ່ສໍາຄັນທີ່ເກີດຂຶ້ນໃນອະດີດເພື່ອມາເປັນກໍໍລະນີສຶກສາ
ແລະ ສົມທຽບລະຫວ່າງອະດີດ ແລະ ປັດຈຸບັນ,
ມີການຕັ້ງຄໍາຖາມພາຍໃນຫ້ອງຮຽນເພື່ອໃຫ້ນັກສຶກສາໄດ້ຄົ້ນຄິດ
ແລະ ສົນທະນາ. ນັກສຶກສາຈະໄດ້ເຮັດວຽກເປັນກຸ່ມ ໃນການເຮັດບົດລາຍງານ ແລະ
ຈະໄດ້ລົງທັດສະນະສຶກສາຕາມບັນດາສະຖານທີ່ບູຮານ ເພື່ອສຶກສາປະຫວັດຄວາມເປັນມາ ເຊັ່ນ:
ວັດພູຈຳປາສັກ ເປັນຕົ້ນ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ທາງດ້ານວິຊາປະຫວັດສາດ, ພູມີສາດ,
ສຶກສາພົນລະເມືອງ
ແລະ ຄະນິດສາດ. ມີຄວາມສົນໃຈໃນການຄົ້ນຄວ້າກ່ຽວກັບ
ທິດສະດີ, ວິເຄາະໄຈ້ແຍກ ແລະ ສຶກສາກ່ຽວກັບເຫດການປະຫວັດສາດ ແລະ
ຄໍາສັບທາງບູຮານຕ່າງໆ, ເຫັນຄຸນຄ່າ ແລະ
ໃຫ້ຄວາມສໍາຄັນຕໍ່ເຫດການທີ່ເກີດຂຶ້ນໃນອະດີດ ແລະ ມັກການສົມທຽບລະຫວ່າງອະດີດ ແລະ
ປັດຈຸບັນ.
ຈົບແລ້ວສາມາດ
ນັກສຶກສາຈະມີຄວາມຮູ້ພື້ນຖານດ້ານປະຫວັດສາດຂອງຍຸກສະໄໝ ແລະ ພື້ນທີ່ຕ່າງໆໃນໂລກ.
ມີທັກສະໃນການສອນ, ວິໄຈ, ປະເມີນຜົນການສຶກສາ, ວິເຄາະ ແລະ ວາງແຜນສ້າງຫຼັກສູດການສອນ ເຊັ່ນ: ການຕັດສິນໃຈເລືອກໃຊ້ ແລະ ສ້າງ
ສື່ການຮຽນ-ການສອນທາງດ້ານປະຫວັດສາດ. ນອກນີ້,
ຍັງຈະມີທັກສະໃນການບໍລິຫານຫໍພິພິທະພັນ
ແລະ ການເປັນຜູ້ນໍາທ່ຽວ.
ອາຊີບ
ນັກສຶກສາສາມາດປະກອບອາຊີບ ເປັນຄຸສອນໃນຊັ້ນມັດທະຍົມຕົ້ນ ຫຼື ປາຍ, ເປັນນັກວິຊາການດ້ານການພັດທະນາ ແລະ ວາງແຜນການສຶກສາ
ໂດຍສາມາດເຮັດວຽກໃນພະແນກ ຫຼື ຫ້ອງການສຶກສາຂັ້ນແຂວງ ແລະ ຂັ້ນເມືອງ. ນອກນີ້, ຍັງສາມາດເປັນຜູ້ນໍາທ່ຽວ ແລະ
ເປັນພະນັກງານສັງກັດຕາມຫໍພິພິທະພັນຕ່າງໆ ເປັນຕົ້ນ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະສຶກສາສາດ
ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 770473
ແຫຼ່ງຂໍ້ມູນ: https://collegemajor.la/


