ສາຂາ ພາສາຫວຽດນາມ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດລາວ
ພາສາຫວຽດນາມ
ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະອັກສອນສາດ
ມະຫາວິທະຍາໄລແຫ່ງຊາດລາວ
ນິຍາມ
ແລະ ຄວາມສຳຄັນ
ພາສາຫວຽດນາມ ແມ່ນ ພາສາໜຶ່ງທີ່ມີການນໍາໃຊ້ເພີ່ມຂຶ້ນໃນປະເທດລາວ
ຍ້ອນການເຕີບໂຕຂອງລະບົບເສດຖະກິດ-ສັງຄົມ ຂອງປະເທດຫວຽດ. ພາສາຫວຽດນາມ
ມີຄວາມສຳຄັນຫຼາຍ ຕໍ່ການຮັດແໜ້ນສາຍສຳພັນ ແລະ ການຮ່ວມມື ລະຫວ່າງ
ປະເທດລາວ ແລະ ຫວຽດນາມ ທັງໃນດ້ານເສດຖະກິດ ແລະ ວັດທະນະທໍາ-ສັງຄົມ.
ນອກຈາກນັ້ນ ຍັງເປັນການສົ່ງເສີມການແລກປ່ຽນຄວາມຮູ້ກັບປະຊາຊົນຫວຽດນາມ
ພ້ອມທັງເປັນການເປີດໂລກະທັດໃນການຮຽນຮູ້ ໃຫ້ກວ້າງຂຶ້ນ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ຮຽນກ່ຽວກັບພາສາຫວຽດນາມທົ່ວໄປ ນັບຕັ້ງແຕ່ ຕົວອັກສອນ, ພະຍັນຊະນະ ແລະ ການອອກສຽງ ໄປຈົນເຖິງທັກສະພື້ນຖານ
ເຊັ່ນ: ການອ່ານ, ຟັງ, ເວົ້າ,
ຂຽນ, ຫຼັກໄວຍາກອນ,
ການນຳໃຊ້ຄຳ
ແລະ ປະໂຫຍກເພື່ອການສື່ສານ. ນອກຈາກນີ້,
ຍັງຈະໄດ້ສຶກສາ
ດ້ານອື່ນໆກ່ຽວກັບປະເທດຫວຽດນາມ ເຊັ່ນ: ປະຫວັດສາດ, ພູມສາດ, ເສດຖະກິດ, ວັດທະນະທໍາ,
ນະໂຍບາຍການຕ່າງປະເທດ, ລະບົບການເມືອງ-ການປົກຄອງ.
ພ້ອມທັງໄດ້ຮຽນຮູ້ກ່ຽວກັບທິດສະດີ ແລະ ວິທີການແປ ອີກດ້ວຍ.
ວິທີການສິດສອນ
ການສິດສອນຂອງພາກວິຊານີ້
ແມ່ນປະກອບດ້ວຍການຮຽນກ່ຽວກັບທິດສະດີພາຍໃນຫ້ອງຮຽນ
ໂດຍມີການນໍາໃຊ້ສື່ການຮຽນ-ການສອນເພື່ອເພີ່ມຄວາມເຂົ້າໃຈຂອງນັກສຶກສາ ເຊັ່ນ:
ການຟັງຈາກຊີດີ, ການອ່ານປຶ້ມ, ວາລະສານ ແລະ ໜັງສືພິມ. ນອກຈາກນີ້, ນັກສຶກສາຍັງຈະໄດ້ປະຕິບັດຕົວຈິງໃນການຂຽນບົດຄວາມ, ບົດປະພັນ ແລະ ບົດລາຍງານຕ່າງໆ
ພ້ອມທັງຈະໄດ້ມີໂອກາດລົງຝຶກງານນໍາບໍລິສັດ ຫຼື ຫ້ອງການຕ່າງໆ
ທີ່ກ່ຽວຂ້ອງທັງພາຍໃນປະເທດ ແລະ ທີ່ປະເທດເຈົ້າຂອງພາສາໂດຍກົງ.
ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານ ດ້ານພາສາຕ່າງປະເທດ ເຊັ່ນ: ພາສາອັງກິດ, ພາສາຝຣັ່ງ,
ແລະ
ພາສາຫວຽດນາມ ຍິ່ງເປັນການດີ; ເປັນຄົນ ມີວິໄສທັດກວ້າງໄກ, ມັກໃນການສຶກສາຮຽນຮູ້ ພາສາຕ່າງປະເທດ ແລະ
ວັດທະນະທໍາໃໝ່ໆ; ແລະ ມີຄວາມສົນໃຈ ໃນການສຶກສາກ່ຽວກັບວັດທະນະທຳ, ເສດຖະກິດ ແລະ ຊີວິດການເປັນຢູ່
ຂອງຄົນຫວຽດນາມ.
ຈົບແລ້ວສາມາດ
ມີຄວາມສາມາດໃນການນຳໃຊ້ພາສາຫວຽດນາມໃນການສື່ສານ ເຊັ່ນ: ການອ່ານ, ຟັງ,
ຂຽນ
ແລະ ເວົ້າ; ມີຄວາມເຂົ້າໃຈໃນສະພາບເສດຖະກິດ, ວັດທະນະທໍາ,
ສັງຄົມ, ວັນນະຄະດີ,
ແລະ
ການທ່ອງທ່ຽວຂອງຫວຽດນາມ; ສາມາດນຳໃຊ້ພາສາຫວຽດນາມເຂົ້າໃນວຽກງານສະເພາະດ້ານອື່ນໆ
ເຊັ່ນ: ການຕິດຕໍ່ພົວພັນ, ການນໍາທ່ຽວ ແລະ
ການແປ.
ອາຊີບ
ສາມາດປະກອບອາຊີບໃນຫຼາຍຂະແໜງການທີ່ກ່ຽວຂ້ອງ ເຊັ່ນ:
ເປັນອາຈານສອນພາສາຫວຽດນາມ, ພະນັກງານນຳທ່ຽວ, ນັກແປພາສາ;
ເປັນພະນັກງານພາຍໃນຫ້ອງການ
ທັງໃນພາກ ລັດ, ເອກະຊົນ, ສະຖານທູດ ແລະ ອົງການສາກົນ
ທີ່ນໍາໃຊ້ພາສາຫວຽດນາມ. ນອກນັ້ນ,
ຍັງສາມາດປະກອບອາຊີບໃນຂະແໜງການສື່ສານມວນຊົນຕ່າງໆ
ອີກດ້ວຍ.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະອັກສອນສາດ
ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 740276 ຫຼື 021 740277
ເວັບໄຊ໌ www.fol.edu.la