ສາຂາ ທໍລະນີ ຟີຊິກສາດນຳໃຊ້ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດລາວ



ທໍລະນີ ຟີຊິກສາດນຳໃຊ້

ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະວິທະຍາສາດທຳມະຊາດ
ມະຫາວິທະຍາໄລແຫ່ງຊາດລາວ

ນິຍາມ ແລະ ຄວາມສຳຄັນ
ທໍລະນີຟິຊິກ ແມ່ນວິທະຍາສາດຂະແໜງໜຶ່ງທີ່ນໍາໃຊ້ຫຼັກການຟິຊິກ ເພື່ອສຶກສາກ່ຽວກັບໂລກ. ການສຳຫຼວດທາງດ້ານທໍລະນີຟີຊິກບໍ່ພຽງແຕ່ມີຄວາມສຳຄັນຕໍ່ການສຳຫຼວດແຫຼ່ງຊັບພະຍາກອນທຳມະຊາດ, ຫາກຍັງມີຄວາມສຳຄັນໃນການສຳຫຼວດທາງດ້ານວິສະວະກຳ ແລະ ແຫຼ່ງວັດຖຸບູຮານ. ວິຊານີ້ນອກຈາກ​ຈະ​ມີຄວາມສຳຄັນຕໍ່ນັກທໍລະນີຟີຊິກ​ແລ້ວ ຍັງມີຄວາມສຳຄັນຕໍ່ນັກທໍລະນີວິທະຍາ, ນັກວິສະວະກຳ ແລະ ບູຮານນະຄະດີນຳອີກ ເຊີ່ງເປັນການສົ່ງເສີມໃຫ້ແກ່ການພັດທະນາເສດຖະກິດ.

ວິຊານີ້ຮຽນກ່ຽວກັບຫຍັງ
ສຶກສາກ່ຽວກັບ ຄວາມຮູ້ພື້ນຖານທາງດ້ານຟິຊິກສາດ ເຊັ່ນ: ກົນລະສາດໄຟຟ້າ, ໄຟຟ້າແມ່ເຫຼັກ, ນິວເຄຼຍ ໂດຍສະເພາະແມ່ນເນັ້ນໃສ່ວິທີການສຳຫຼວດທາງດ້ານທໍລະນີຟີຊິກ ເຊັ່ນ: ການສຳຫຼວດທົ່ງແມ່ເຫຼັກ, ທົ່ງດຶງດູດ, ຄື້ນສັ່ນສະເທືອນ, ທໍລະນີໄຟຟ້າ ແລະ ວິຊາທີ່ກ່ຽວຂ້ອງກັບໃຕ້ໜ້າດິນ ເຊັ່ນ: ທໍລະນີວິທະຍາທົ່ວໄປ, ໂຄງສ້າງທໍລະນີວິທະຍາ ເພື່ອຊອກຄົ້ນຫາບໍ່ແຮ່, ນ້ຳໃຕ້ດິນ, ວັດຖຸບູຮານ ແລະ ການປະເມີນນ້ຳເປື້ອນຈາກແຫຼ່ງຖີ້ມຂີ້ເຫຍື້ອ.



ວິທີການສິດສອນ
ມີການຮຽນທິດສະດີຄວບຄູ່ກັບການປະຕິບັດຕົວຈິງໃນຫ້ອງທົດລອງ ແລະ ພາກສະໜາມຕົວຈິງ ໂດຍອີງຕາມເນື້ອໃນຂອງແຕ່ລະວິຊາ ເຊິ່ງເນັ້ນໃສ່ ການເກັບກຳຂໍ້ມູນຢູ່ພາກສະໜາມ, ນຳຂໍ້ມູນມາວິເຄາະ ແລະ ແປຜົນຜ່ານໂປຣແກຣມຄອມພິວເຕີ; ມີການສົນທະນາ ແລະ ນໍາສະເໜີຫົວຂໍ້ວິໄຈທີ່ໜ້າສົນໃຈ ລວມທັງມີການຂຽນບົດລາຍງານ; ນັກສຶກສາຍັງຈະໄດ້ລົງເຝິກງານຕາມບໍລິສັດ ຫຼື ອົງກອນທີ່ກ່ຽວຂ້ອງເຊັ່ນ: ກົມບໍ່ແຮ່, ກົມນ້ຳໃຕ້ດິນ, ກົມທໍລະນີ, ບໍລິສັດຊອກຄົ້ນບໍ່ແຮ່ ແລະ ອື່ນໆ.

ທັກສະ/ຄວາມສົນໃຈ
ມີຄວາມຮູ້ພື້ນຖານ ຟິຊິກສາດ, ເຄມີສາດ, ຄະນິດສາດ, ພາສາອັງກິດ ແລະ ຄອມພິວເຕີພື້ນຖານເປັນຄົນ ມັກສັງເກດ, ມັກພະຈົນໄພ, ມັກວຽກພາກສະໜາມ, ມັກວິເຄາະສະຖານະການ, ມັກຄົ້ນຄວ້າ ແລະ ທົດລອງຕົວຈິງທີ່ກ່ຽວກັບຟິຊິກ; ມີທັກສະໃນການຄິດໄລ່ໄວ ແລະ ຈື່ຈຳສູດໄດ້ດີມີຄວາມສົນ ໃຈ ກ່ຽວກັບວິທະຍາສາດ ແລະ ຮຽນຮູ້ກ່ຽວກັບໂລກ.

ຈົບແລ້ວສາມາດ
ສາມາດນຳໃຊ້ການສຳຫຼວດທາງດ້ານທໍລະນີຟີຊິກ ເຊັ່ນ: ການສຳຫຼວດດ້ານທົ່ງດຶງດູດ, ທົ່ງແມ່ເຫຼັກໂລກ, ຄື້ນສັ່ນສະເທືອນ, ທໍລະນີໄຟຟ້າ, ໄຟຟ້າແມ່ເຫຼັກ ແລະ ການສຳຫຼວດດ້ານກຳມັນຕະພາບລັງສີ; ນຳໃຊ້ຄວາມຮູ້ດ້ານການສຳຫຼວດທໍລະນີຟີຊິກໃນການຊອກຄົ້ນບໍ່ແຮ່, ນ້ຳໃຕ້ດິນ, ວັດຖຸບູຮານ ແລະ ອື່ນໆ ໂດຍນຳໃຊ້ໂປຣແກຣມທາງທໍລະນີເພື່ອແປຄວາມໝາຍຂໍ້ມູນ.

ອາຊີບ
ເປັນນັກທໍລະນີຟີຊິກ, ນັກວິຊາການສໍາຫຼວດ-ຊອກຄົ້ນແຮ່ທາດ, ກວດສອບນ້ຳເປື້ອນໃຕ້ດິນ ແລະ ຄວາມເຂັ້ມຂຸ້ນຂອງກຳມັນຕະພາບໃນດິນ; ນັກຄົ້ນຄວ້າວິໄຈກ່ຽວກັບວັດຖຸໃຕ້ໜ້າດິນ ເຊັ່ນ: ບໍ່ແຮ່, ນໍ້າໃຕ້ດິນ ແລະ ວັດຖຸບູຮານ; ເຮັດວຽກທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນ ເຊັ່ນ: ­­­­ ກົມບໍ່ແຮ່, ກົມທໍລະນີສາດ, ບໍລິສັດຊອກຄົ້ນ ແລະ ສໍາຫຼວດບໍ່ແຮ່.

ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ວິທະຍາສາດ ທໍາມະຊາດ
ວິທະຍາເຂດດົງໂດກ ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 770173
ເວັບໄຊ໌ www.fos.nuol.edu.la

ແຫຼ່ງຂໍ້ມູນ: https://collegemajor.la/

Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ