ກາຍະບຳບັດ ອະນຸປະລິນຍາ (ຊັ້ນສູງ) 3 ປີ, ປະລິນຍາຕຼີ 4 ປີ ຄະນະເຕັກນິກການແພດ, ມະຫາວິທະຍາໄລວິທະຍາສາດສຸຂະພາບ
ກາຍະບຳບັດ
ຫຼັກສູດ: ອະນຸປະລິນຍາ (ຊັ້ນສູງ) 3 ປີ, ປະລິນຍາຕຼີ 4 ປີ
ຄະນະເຕັກນິກການແພດ, ມະຫາວິທະຍາໄລວິທະຍາສາດສຸຂະພາບ
ນິຍາມ ແລະ ຄວາມສຳຄັນ
ກາຍະບຳບັດໝາຍເຖິງ
ການຟື້ນຟູໜ້າທີ່ການ
ການເຮັດວຽກຂອງຮ່າງກາຍໃນກໍລະນີຄົນເຈັບທີ່ໄດ້ຖືກສູນເສຍໜ້າທີ່ການ ຍ້ອນ ພະຍາດ ຫຼື
ຖືກກະທົບຈາກອຸບັດຕິເຫດຕ່າງໆ ເຊັ່ນ: ຄົນເຈັບທີ່ເປັນອຳມະພາດ, ຄົນເຈັບທີ່ເສຍອົງຄະ ຫຼື ມີຄວາມ
ບົກພ່ອງທາງຮ່າງກາຍໃນການເຄື່ອນໄຫວໄປມາ ໂດຍມີຈຸດປະສົງເພື່ອ ຟື້ນຟູ ແລະ
ເພີ່ມຄວາມສາມາດໃນການເຄື່ອນເໜັງ ແລະ ຫຼຸດຜ່ອນຄວາມເຈັບປວດ
ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າດີຂື້ນ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້
ຮຽນກ່ຽວກັບຫຼັກການການປິ່ນປົວຟື້ນຟູໜ້າທີ່ການຂອງຮ່າງກາຍຂອງຄົນເຈັບ
ທີ່ມີຄວາມບົກພ່ອງຂອງຮ່າງກາຍ ໃນການເຄື່ອນໄຫວໄປມາ ເຊິ່ງປະກອບມີ: ການປະເມີນຄົນເຈັບ, ການວາງແຜນການປີ່ນປົວ ແລະ ຝຶກແອບດ້ວຍ ວິທີກາຍະບຳບັດຫຼາຍຮູບເເບບ
ແລະ ວິທີຕ່າງໆ ເຊັ່ນ: ການຝຶກແອບການເຄື່ອນເໜັງ, ການນວດບຳບັດ, ການໃຊ້ຄື້ນສຽງ ແລະ
ຄວາມຮ້ອນ ເພື່ອຫຼຸດຜ່ອນຄວາມເຈັບປວດ. ນອກຈາກນີ້ກໍ່ຍັງໄດ້ນຳໃຊ້ ແສງເລເຊີ
ແລະ ເຕັກນິກອື່ນເຂົ້າໃນການປີ່ນປົວຄົນເຈັບອີກດ້ວຍ.
ວິທີການສິດສອນ
ວິທີການສິດສອນ ລວມມີ
ການສິດສອນແບບບັນລະຍາຍ ແລະ ການຮຽນໂດຍອີງໃສ່ການສຶກສາບັນຫາຂອງກໍລະນີ ຄົນເຈັບ
ຕົວຈິງຈາກການແບ່ງເປັນກຸ່ມຍ່ອຍ; ມີການສາທິດຈາກອາຈານ
ກ່ຽວກັບ ການຝຶກແອບກາຍະບໍາບັດ ສໍາລັບຄົນເຈັບທີ່ຕ້ອງການ
ການຟື້ນຟູໜ້າທີ່ການຂອງສ່ວນຕ່າງໆຂອງຮ່າງກາຍ ຢູ່ຫ້ອງປະຕິບັດການ. ຫຼັງຈາກນັ້ນ, ນັກສຶກສາ
ຈະໄດ້ລົງຝຶກຫັດກາຍະບໍາບັດຕົວຈິງກັບຄົນເຈັບຢູ່ໂຮງໝໍ ແລະ
ສູນການແພດຟຶ້ນຟູໜ້າທີ່ການ.
ທັກສະ/ຄວາມສົນໃຈ
ມີຄວາມຮູ້ພື້ນຖານ ດ້ານຊີວະສາດ, ຟິຊິກສາດ,
ເຄມີສາດ, ຄະນິດສາດ,
ພາສາອັງກິດ
ແລະ ພາສາຝຣັ່ງ. ນອກຈາກນີ້ແລ້ວ, ສິ່ງສຳຄັນທີ່ສຸດໃນການສຶກສາຮ່ຳຮຽນໃນສາຂາວິຊານີ້ແມ່ນ
ນັກຮຽນຈະຕ້ອງເປັນຄົນທີ່ມີຈິດໃຈເອື້ອເຟື້ອເຜື່ອແຜ່, ມີມະນຸດ ສຳພັນທີ່ດີ, ມີຄວາມອົດທົນສູງ ແລະ ມີຄວາມສົນໃຈ ຢາກຊ່ວຍ ເຫຼືອຄົນອື່ນ.
ຈົບແລ້ວສາມາດ
ສາມາດໃຫ້ການບໍລິການດ້ານກາຍະບຳບັດຮູບແບບຕ່າງໆ; ປະກອບສ່ວນເຂົ້າໃນວຽກງານສົ່ງເສີມສຸຂະພາບ ແລະ
ຟື້ນຟູໜ້າທີ່ ການ ການເຮັດວຽກຂອງຮ່າງກາຍຄົນເຈັບ; ສາມາດ ຝຶກອົບຮົມ ແລະ ມີທັກສະໃນການໃຫ້ສຸຂະສຶກສາດ້ານກາຍະບຳບັດ
ແກ່ຊຸມຊົນທີ່ຢູ່ຫ່າງໄກສອກຫຼີກ ແລະ ໃນສະຖານທີ່ບໍລິການ ສາທາລະນະສຸກ.
ອາຊີບ
ສາມາດປະກອບອາຊີບ
ເປັນນັກກາຍະບຳບັດຢູ່ໃນໂຮງໝໍ ທັງໃນພາກລັດ ແລະ ເອກະຊົນ; ເປັນອາຈານສອນ ໃນພາກວິຊາ ກາຍະບຳບັດ
ໃນຄະນະເຕັກນິກການແພດ ຂອງມະຫາວິທະຍາໄລວິທະຍາສາດສຸຂະພາບ; ແລະ ຍັງສາມາດ ປະກອບອາຊີບອິດສະຫຼະເຊັ່ນ:
ໃຫ້ບໍລິການດ້ານກາຍະບຳບັດ.
ທີ່ຕັ້ງ ແລະ ຕິດຕໍ່
ວິທະຍາໄລວິທະຍາສາດ
ສຸຂະພາບ
ວິທະຍາເຂດ ເພຍວັດ
ຖະໜົນ ສາມແສນໄທ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ. ຕູ້ ປ.ນ 7444
ໂທ: 021 222883, ແຟັກ 021 2140 55
ອີເມວ: contact@uhs.edu.la.
ເວັບໄຊ໌ www.uhs.edu.la
ແຫຼ່ງຂໍ້ມູນ: https://collegemajor.la/
ແຫຼ່ງຂໍ້ມູນ: https://collegemajor.la/


