ສາຂາ ວິສະວະກຳຂົວທາງ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ
ວິສະວະກຳ ຂົວທາງ
ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະວິສະວະກຳສາດ
ມະຫາວິທະຍາໄລແຫ່ງຊາດ
ນິຍາມ ແລະ ຄວາມສຳຄັນ
ວິສະວະກຳຂົວທາງ ລົງເລິກສະເພາະດ້ານກ່ຽວກັບ ການສໍາຫຼວດ, ກວດກາ, ອອກແບບກໍ່ສ້າງຂົວ
ແລະ ເສັ້ນທາງຄົມມະນາ ຄົມຕ່າງໆ. ສາຂານີ້ ມີຄວາມສຳຄັນຫຼາຍໂດຍສະເພາະຕໍ່ກັບປະເທດທີ່ກຳລັງພັດທະນາ
ທີ່ມີຄວາມຕ້ອງການພັດທະນາ ແລະ ກໍ່ສ້າງເສດຖະກິດຂອງຊາດໃຫ້ດີຂື້ນ
ໂດຍສະເພາະແມ່ນການກໍ່ສ້າງເສັ້ນທາງຄົມມະນາຄົມຂົນສົ່ງໃຫ້ໄປມາຫາສູ່ກັນ
ລະຫວ່າງບ້ານຫາເມືອງ, ເມືອງຫາແຂວງ
ແລະ ລະຫວ່າງປະເທດ ແລະ ສາມາດຂົນສົ່ງສິນຄ້າໄດ້ຢ່າງສະດວກ ແລະ ວ່ອງໄວຍິ່ງຂື້ນ.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ ຮຽນກ່ຽວກັບ ການສໍາຫຼວດ, ຄິດໄລ່, ອອກແບບ, ກວດກາ, ຄຸມງານ
ແລະ ວາງແຜນຕ່າງໆ; ຮຽນຮູ້ວິທີນຳໃຊ້ເຕັກນິກ
ເຂົ້າໃນການກໍ່ສ້າງສ້ອມແປງຂົວ-ທາງ ແລະ ວິທະຍາການກໍ່ສ້າງຕ່າງໆເຊັ່ນ: ທາງລົດໂອໂຕ, ອຸໂມງ, ທາງລົດໄຟ, ສະໜາມບິນ ແລະ ອື່ນໆ. ຮູ້ຈັກວິທີການນໍາໃຊ້ເຄື່ອງຈັກກໍ່ສ້າງ, ການປະເມີນລາຄາການກໍ່ສ້າງ, ວິສະວະກຳການຈະລາຈອນ, ວິສະວະກຳຂົນສົ່ງ, ວິສະວະກຳຄວາມປອດໄພ ແລະ ກົດໝາຍການກໍ່ສ້າງ ແລະ ອື່ນໆ.
ວິທີການສິດສອນ
ນັກສຶກສາຈະໄດ້ຮຽນທິດສະດີພື້ນຖານທາງດ້ານວິສະວະກຳກ່ອນ
ເປັນຕົ້ນແມ່ນການຄິດໄລ່, ການນຳໃຊ້ໂປຣແກຣມຄອມພິວເຕີເຂົ້າໃນການອອກແບບ, ການວິເຄາະໂຄງສ້າງ ແລະ ອື່ນໆ. ມີການໃຊ້ສື່ການສອນ VDO ແລະ
ລົງປະຕິບັດຕົວຈິງໃນການທົດລອງວັດສະດຸກໍ່ສ້າງໃນຫ້ອງທົດລອງເຊັ່ນ:
ທົດລອງຫາຄຸນສົມບັດທາງດ້ານວັດຖຸຂອງບັນດາວັດສະດຸທີ່ຈະນໍາໃຊ້ເຂົ້າໃນການກໍ່ສ້າງຂົວ-ທາງ
ແລະ ຄວບຄຸມຄຸນນະພາບໃນເວລາກໍາລັງກໍ່ສ້າງ. ມີການຝຶກງານຕາມບໍລິສັດ ແລະ
ໂຄງການທີ່ກ່ຽວຂ້ອງ.
ທັກສະ/ຄວາມສົນໃຈ
ມີຄວາມຮູ້ພື້ນຖານ ພາສາອັງກິດ, ຝຣັ່ງ, ຄອມພິວເຕີ, ແລະ ຄະນິດສາດ, ຟິຊິກສາດ
ເນື່ອງຈາກສາຂານີ້ຈະຕ້ອງມີການຄິດໄລ່ທີ່ລະອຽດອ່ອນສູງ. ເປັນຄົນມີຄວາມອົດທົນ, ມັກຄວາມທ້າທາຍ, ມັກການເຮັດວຽກນອກສະຖານທີ່ ແລະ ມັກການຄິດໄລ່. ມີຄວາມສົນໃຈ
ໃນການກໍ່ສ້າງປັບປຸງຖະໜົນຫົນທາງ ແລະ ລະບົບໂຄງລ່າງພື້ນຖານໃຫ້ມີມາດຕະຖານທີ່ດີ ແລະ
ເປັນລະບົບ.
ຈົບແລ້ວສາມາດ
ມີຄວາມສາມາດໃນການສໍາຫຼວດ, ຄິດໄລ່, ອອກແບບ, ກວດກາ, ແລະ
ຄຸມງານ ໃນການກໍ່ສ້າງ ຂົວ-ທາງ; ຮູ້ອອກແບບເສັ້ນທາງການຈະລາຈອນ; ມີທັກສະໃນການວິເຄາະ ແລະ ປະເມີນຜົນການກໍ່ສ້າງ; ມີທັກສະໃນການຄົ້ນຄວ້າວິໄຈ ແລະ ມີຄວາມສາມາດໃນການບໍລິຫານ
ແລະ ຄຸ້ມຄອງການກໍ່ສ້າງຂົວ-ທາງ ແລະ ສາມາດຮ່ວມມືກັບສາກົນໄດ້.
ອາຊີບ
ເປັນນັກວິຊາການຮັບຜິດຊອບການ ຄຸ້ມຄອງ, ສໍາຫຼວດ, ອອກແບບ, ຄຸມງານ, ກວດກາ
ກໍ່ສ້າງເສັ້ນທາງຄົມມະນາຄົມ, ການກໍ່ສ້າງຂົວ
ແລະ ອື່ນໆ ຕາມບໍລິສັດກໍ່ສ້າງຂົວ-ທາງ, ກະຊວງໂຍທາທິການ ແລະ ຂົນສົ່ງ ຕະຫຼອດເຖິງທຸກພະແນກ
ທີ່ພົວພັນກ່ຽວກັບວຽກງານໂຍທາ ໃນຂັ້ນເມືອງ, ແຂວງ ແລະ ສາມາດຮ່ວມມືກັບສາກົນໄດ້.
ທີ່ຕັ້ງ ແລະ ຕິດຕໍ່
ຄະນະ ວິສະວະກໍາສາດ
ວິທະຍາເຂດໂສກປ່າຫຼວງ ມະຫາວິທະຍາໄລແຫ່ງຊາດ
ບ້ານ ໂສກປ່າຫຼວງ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ
ຕູ້ ປ.ນ 3166 ໂທ: 021
951294 ແຟັກ:
021 314382.
ເວັບໄຊ໌ www.fe-nuol.edu.la


