ສາຂາ ນິເທດສາດ ວິທະຍາໄລ ສຸດສະກະ
ນິເທດສາດ
ຫຼັກສູດ: ຊັ້ນສູງ 3 ປີ
ວິທະຍາໄລ ສຸດສະກະ
ນິຍາມ ແລະ ຄວາມສຳຄັນ
ນິເທດສາດແມ່ນ
ການສຶກສາຄວາມຮູ້ທີ່ກ່ຽວພັນກັບສິລະປະທາງດ້ານການສື່ສານປະເພດຕ່າງໆ. ສາຂານີ້ແມ່ນມີຄວາມສໍາຄັນຫຼາຍຕໍ່ປະເທດເຮົາເພາະວ່າມັນສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການທາງດ້ານຕະຫຼາດແຮງງານໃນປະຈຸບັນໃນຂະ
ແໜງວຽກງານສື່ສານມວນຊົນ ແລະ ປະຊາສໍາພັນ ເຊັ່ນ: ການຜະລິດສື່, ສີ່ງພີມ,
ວາລະສານ, ການໂຄສະນາ,
ສ້າງຮູບເງົາ
ແລະ ເປັນພິທີກອນ, ນັກຂ່າວ ຕາມລາຍການຕ່າງໆທັງພາຍໃນ
ແລະ ນອກສະຖານທີ່.
ວິຊານີ້ຮຽນກ່ຽວກັບຫຍັງ
ສາຂານີ້ຮຽນກ່ຽວກັບການສື່ສານມວນຊົນໂດຍສະເພາະ
ແມ່ນ ການປະກາດຂ່າວ ວິທະຍຸ-ໂທລະພາບ,
ການໂຄສະນາ-ປະຊາສໍາພັນຂ່າວສານຕ່າງໆ
ເຊັ່ນ: ຂຽນຂ່າວ-ບົດລະຄອນ, ຖ່າຍທໍາ ແລະ ຕັດຕໍ່
ພາບນິ່ງ, ວິດີໂອ,
ສາລະຄະດີ, ໜັງສັ້ນ,
ການສະ
ແດງ, ລວມເຖິງການສ້າງໜັງ, ສ້າງລະຄອນ, ເປັນນັກຂ່າວ, ຂະບວນການສໍາພາດ ແລະ ອື່ນໆ. ນອກນັ້ນ
ນັກສຶກສາຍັງໄດ້ຮຽນພື້ນຖານການນໍາໃຊ້ຄອມພິວເຕີ ແລະ
ລົງເລີກໃນການອອກແບບສື່ສິ່ງພິມຕ່າງໆແລະ ໂທລະທັດ ເປັນຕົ້ນ.
ວິທີການສິດສອນ
ວິທີການສິດສອນແມ່ນອີງໃສ່ພາກປະຕິບັດຕົວຈິງເປັນສ່ວນໃຫຍ່
ນອກຈາກການຮຽນຮູ້ ແລະ
ນໍາໃຊ້ອຸປະກອນເຄື່ອງມືທີ່ປະກອບເຂົ້າໃນການສິດສອນຢູ່ໃນຫ້ອງຮຽນແລ້ວ
ນັກສຶກສາຍັງຈະໄດ້ນໍາໃຊ້ເຄື່ອງມືດັ່ງກ່າວເຂົ້າໃນການປະຕິບັດງານຕົວຈິງ
ເຊິ່ງຊ່ວຍພັດທະນາທັກສະໃນການຮຽນຮູ້ໃຫ້ມີປະສິດທິພາບຍິ່ງຂື້ນ
ພ້ອມທັງສ້າງຄວາມໜັ້ນໃຈກ້າຄິດກ້າສະແດງອອກ. ນອກນັ້ນ ນັກສຶກສາຍັງມີໂອກາດລົງຝຶກງານກັບອົງການທີ່ກ່ຽວຂ້ອງ
ເຊັ່ນ: ສະຖານນີໂທລະພາບ-ວິທະຍຸ ແລະ ອື່ນໆ.
ທັກສະ/ຄວາມສົນໃຈ
ຕ້ອງເປັນຄົນທີ່ມີຄວາມມັກຮັກໃນສີນລະປະ, ມັກສີ່ງບັນເທີງ (ຮູບເງົາ, ສຽງເພັງ ແລະ ໂຄສະນາຕ່າງໆ), ເປັນຄົນມີມະນຸດສໍາພັນດີ, ກ້າຄິດກ້າສະແດງອອກ, ມີຄວາມຄິດສ້າງສັນ, ມີຄວາມມຸ້ງໝັ້ນ ແລະ
ຊອກຮຽນຮູ້ສີ່ງໃໝ່ໆ. ມີຄວາມຮູ້ພື້ນຖານທາງດ້ານຄອມພິວເຕີ ເຊັ່ນ: ໂຟໂຕຊອບ, ອິຣັສເຕເຕີ,
ແລະ
ສາມາດນໍາໃຊ້ໂປຣແກມຕັດຕໍ່ຕ່າງໆ ຍິ່ງເປັນການດີ.
ຈົບແລ້ວສາມາດ
ມີຄວາມສາມາດທາງດ້ານການພົວພັນ-ຕິດຕໍ່ສື່ສານ
ແລະ ມີຄວາມຄິດສ້າງສັນ; ສາມາດນໍາໃຊ້ຄອມພິວເຕີ
ເພື່ອອອກແບບ ແລະ ຜະລິດ ທັງພາບນິ້ງ,
ພາບເຄື່ອນໄຫວ
ແລະ ມີຄວາມຮູ້ໃນການໃຊ້ໂປຣແກມແຕ່ງ,
ຖ່າຍພາບ, ຕັດຕໍ່ຮູບພາບ ແລະ ວິດີໂອ
ສໍາລັບງານໂຄສະນາປະຊາສໍາພັນຕ່າງໆຢ່າງຊຳນານ;
ແລະ
ຮູ້ຂັ້ນຕອນ ແລະ ຂະບວນການໃນການຜະລິດສື່ປະເພດຕ່າງໆ.
ອາຊີບ
ສາມາດເຮັດວຽກກັບບໍລິສັດໂຄສະນາ, ສະຖານີວິທະຍຸ-ໂທລະທັດ (ທັງເບື້ອງໜ້າ ແລະ
ເບື້ອງຫຼັງ) ເຊັ່ນ: ເປັນຜູ້ປະກາດຂ່າວຕາມສະຖານີໂທລະພາບ ແລະ ວິທະຍຸ, ເປັນພິທີກອນຕາມລາຍການຕ່າງໆ; ເປັນນັກສະແດງ,
ຜູ້ກໍາກັບລະຄອນ-ຮູບເງົາ, ເປັນຊ່າງຖ່າຍຮູບຕາມສະຕູດີໂອ ແລະ
ເປັນຜູ້ຜະລິດລາຍການຕາມສະຖານີໂທລະພາບ ແລະ ວິທະຍຸຕ່າງໆ.
ທີ່ຕັ້ງ ແລະ ຕິດຕໍ່
ວິທະຍາໄລສຸດສະກະ
ເພື່ອການບໍລິຫານ ແລະ ເຕັກໂນໂລຊີ
ບ້ານ ໂພນພະເນົາ, ເມືອງ ໄຊເສດຖາ,
ນະຄອນຫຼວງວຽງຈັນ
ໂທ: 021 261140
ເວັບໄຊ໌ www.scmt.edu.la


