ສາຂາ ສື່ສານມວນຊົນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດລາວ



ສື່ສານມວນຊົນ

ຫຼັກສູດ: ປະລິນຍາຕີ 4 ປີ
ຄະນະອັກສອນສາດ
ມະຫາວິທະຍາໄລແຫ່ງຊາດລາວ

ນິຍາມ ແລະ ຄວາມສຳຄັນ
ສື່ສານມວນຊົນ ໝາຍເຖິງການນໍາໃຊ້ສື່ຕ່າງໆ ເພື່ອເປັນເຄື່ອງມືໃນການຕິດຕໍ່ສື່ສານ, ເຜີຍແຜ່ຂໍ້ມູນຄວາມຮູ້ທີ່ສຳຄັນ ແລະ ສາລະໜ້າຮູ້ທີ່ເປັນປະໂຫຍດໃຫ້ແກ່ສັງຄົມ ​ໂດຍຜ່ານຊ່ອງທາງຕ່າງໆ ເຊັ່ນ: ໜັງສືພິມ, ວາລະສານ, ໂທລະພາບ ຫຼື ວິທະຍຸເປັນຕົ້ນ. ສື່ສານມວນຊົນມີບົດບາດສຳຄັນຫຼາຍ ໃນການກະຈາຍຂໍ້ມູນ, ​ແລກປ່ຽນຂ່າວສານ​ເຊິ່ງກັນ ແລ​ະ ກັນອັນ​ກໍ່ໃຫ້​ເກີດ​ມີ​ການ​ເຄື່ອນ​ໄຫ​ວ ແລະ ຮັບຮູ້ຂ່າວສານບ້ານເມືອງພາຍໃນສັງຄົມປັດຈຸບັນ.

ວິຊານີ້ຮຽນກ່ຽວກັບຫຍັງ
ສາຂາວິຊາ​ນີ້​ຮຽນ​ກ່ຽວກັບ​ບັນດາ​ວິທີ​ການ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວ​ສານ​ຕ່າງໆ ​ເຊັ່ນ: ການ​ຂຽນ​ຂ່າວໃນໜັງສື​ພີ​ມ ຫຼື​ ການຂຽນ​ບົດຄວາມ​​ໃນ​ວາລະສານຕ່າງໆ, ຫຼັກການລາຍງານ​ຂ່າວ, ການຈັດ​ທຳ​ຂ່າວ, ການຖ່າຍ​ທຳ ​ແລະ ການ​ຕັດຕໍ່ພາບ. ນອກຈາກ​ນັ້ນ ຍັງ​ຮຽນ​ຮູ້​ກ່ຽວ​ກັບ​ສິລະ​ປະການ​ເວົ້າ, ການ​ເປັນ​ໂຄສົກ​ວິທະຍຸ​ກະ​ຈາຍ​ສຽງ ​ແລະ ​ໂທລະພາ​ບ ພ້ອມ​ທັງສຶກສາ​ກ່ຽວ​ກັບ​ຄຸນສົມບັດ ແລະ ຈັນ​ຍາ​ບັນ​ຂອງ​ສື່​ມວນ​ຊົນກໍ​ຄືນັກ​ຂ່າວ ແລະ ນັກ​ໜັງສືພິມ​ເປັນຕົ້ນ.



ວິທີການສິດສອນ
ວິທີ​ການ​ສິດສອນ​ແມ່ນ​ອີງ​ໃສ່​ທັງ​ພາກ​ທິດ​ສະ​ດີ ​ແລະພາກປະຕິບັດ​ຕົວ​ຈິງ​ໄປຄຽງຄູ່​ກັນ ​ເຊັ່ນ: ການ​ທົດ​ລອງການ​ເປັນ​ໂຄສົກ, ການ​ນຳ​ໃຊ້​ຫ້ອງ​ອັດ​ສຽງ-ຟັງສຽງ ​ເປັນຕົ້ນ​. ນອກ​ນັ້ນ,​ ນັກ​ສຶກສາ​ຍັງ​ຈະມີ​ໂອກາດ​ເຂົ້າ​​ຮ່ວມໃນ​ກິດຈະກຳທີ່​ໂຮງຮຽນ​ຈັດຕັ້ງຂຶ້ນ ​ເຊັ່ນ: ການ​ຂຽນ​ຂ່າວ​ຕິດ​ກະ​ດານຂ່າວສານ, ການຖ່າຍ​ທຳ​ພິທີການ​ພາຍ​ໃນ​ໂຮງຮຽນ ພ້ອມທັງມີການລົງຝຶກ​ງານ​ໃນ​ສະຖາ​ນີ​ໂທລະພາບ ​ແລະ ສະຖານີ​ວິທະຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ ເປັນຕົ້ນ.

ທັກສະ/ຄວາມສົນໃຈ
ຄວາມຮູ້ພື້ນຖານທາງດ້ານ​ພາສາ​ລາວ ແລະ ພາສາ​ຕ່າງປະ​ເທດ. ມີຄວາມມັກຮັກໃນ​ການ​ຂຽນ​ຂ່າວ​ປະ​ເພດ​ຕ່າງໆ. ເປັນຄົນມີ​ມະນຸດ​ສຳພັນ​ດີ, ມີ​ຄວາມ​ສາມາດ​ໃນ​ການວາງ​ແຜນ ແລະ ວິ​ເຄາະ​ສະຖານະ​ການ, ມີ​ຄວາມ​ຮູ້​ດ້ານ​ການນໍາ​ໃຊ້​ອຸປະກອນໄອ​ທີ​ຕ່າ​ງໆ, ມີ​ຄວາມ​ຊື່ສັດ​ສຸ​ຈະລິດ ​ແລະ ຍຸດຕິ​ທຳ​ໃນ​ການ​ເຜີຍ​ແຜ່​ຂໍ້​ມູນ. ທີ່ສໍາຄັນ ແມ່ນຕ້ອງມີທັກສະໃນການນໍາສະເໜີຂໍ້ມູນ.

ຈົບແລ້ວສາມາດ
ມີຄວາມ​ຮູ້ດ້ານ​ພາສາ​ຕ່າ​ງປະ​ເທດ, ມີຄວາມສາມາດໃນການ​ນຳ​ໃຊ້​ສຳນວນ​ພາສາ​ລາວ ຫຼື ພາສາຕ່າງປະເທດ ​ເຊັ່ນ: ການໃຊ້ຄໍາສັບທາງລັດຖະການທີ່​ຖືກຕ້ອງ ເປັນຕົ້ນ. ມີຄວາມຮູ້ດ້ານ​ໄອ​ທີ ແລະ ການນໍາໃຊ້ຄອມ​ພີ​ວ​ເຕີ ​ເຂົ້າໃນການສ້າງສື່ຕ່າງໆ ເຊັ່ນ: ການ​ຕັດ​ຕໍ່ຮູບ​ພາບ, ການຖ່າຍ​ພາບ ​ແລະ ຖ່າຍ​ວິ​ດີ​ໂອ. ມີທັກສະ ແລະ ​ສິລະ​ປະ​ໃນ​ການ​ເວົ້າທີ່ດຶງ​ດູດ​ໃຈ​ຜູ້​ອື່ນ​.

ອາຊີບ
ສາມາດປະກອບອາຊີບໃນ​ທຸກຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ກັບ​ການ​ສື່ສານ​ ເຊັ່ນ: ເປັນໂຄສົກ, ​ນັກ​ຂ່າວ​ໂທລະພາບ ​ແລະ ວິທະຍຸນັກ​ຂ່າວ​ໜັງ​ສື​ພິມ, ນັກຂຽນວາລະສານ​, ເປັນບັນນາທິການ ຫຼື ​​ຜູ້​ຖ່າຍ​ທຳ​ພາບໃນອົງກອນຕ່າງໆ ເຊັ່ນ:​ ໂທລະພາບ​ແຫ່ງ​ຊາດ​ລາວ ​ແລະ ບັນດາ​ຫົວ​ໜວ່ຍທຸລະ​ກິດ​ໂທລະ​ພາບ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​, ເປັນໂຄສົກໃນ​ກອງປະຊຸມ ແລະ ງານສັງສັນຕ່າງໆ.

ທີ່ຕັ້ງ ແລະ ຕິດຕໍ່
ຄະນະອັກສອນສາດ
ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດລາວ
ບ້ານ ດົງໂດກ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
ໂທ: 021 740276 ຫຼື 021 740277
ເວັບໄຊ໌ www.fol.edu.la

ແຫຼ່ງຂໍ້ມູນ: https://collegemajor.la/

Copyright © 2025 AKASAN.CO ຮັບແລ່ນເອກະສານທຸກປະເພດ